ກອງປະຊຸມພົບປະທຸລະກິດ ລາວ-ຈີນ

ກອງປະຊຸມພົບປະທຸລະກິດ ລາວ-ຈີນ

ໃນວັນທີ 28 ມີນາ 2018, ເວລາ 9:00-12:00, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ຄະນະກຳມາທິການ ສະຖາບັນຄົ້ນຄວ້າເສດຖະກິດ ແລະ ວັດທະນາທຳ ສປ ຈີນ ໄດ້ມີການຈັດ ກອງປະຊຸມພົບປະທຸລະກິດ ລາວ-ຈີນ,

ໃຫ້ກຽດເປັນປະທານໂດຍ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ທ່ານ ຫວງ ປົວເສິງ, ຫົວໜ້າສະຖາບັນເສດຖະກິດ ວັດທະນາທຳ ອາຊຽນ ຈີນ ກວາງຊີ. ໂດຍຈຸດປະສົງຂອງກອງປະຊຸມໃນຄັ້ງນີ້  ແມ່ນປຶກສາຫາລື, ແລກປ່ຽນການຮ່ວມມືດ້ານການຄ້າ-ການລົງທຶນ ແລະ ສຶກສາຂໍ້ມູນໃນຫຼາຍຂະແໜງການດ້ວຍກັນ ເປັນຕົ້ນແມ່ນ: ຂະແໜງການຕັດຫຍິບ, ການຄ້ານຳເຂົ້າສົ່ງອອກ, ກໍ່ສ້າງ ຂົວທາງ, ອະສັງຫາລິມະຊັບ ແລະ ຂະແໜງກະສິກຳ ນອກຈາກນັ້ນທີ່ກອງປະຊຸມກໍໄດ້ມີການເຊັນບົດບັນທຶກຄວາມເຂົ້າໃຈ ລະຫວ່າງ 2 ຝ່າຍອີກດ້ວຍ.  ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຍັງໄດ້ກ່າວປະກອບຄຳຄິດໃນທີ່ກອງປະຊຸມວ່າ: “ ຂ້າພະ​​ເຈົ້າ​ຕີ​ລາຄາ​ສູງ ​ແລະ ເຊື່ອ​ໝັ້ນ​ວ່າ, ບົນ​ພື້ນຖານ​ການ​ຮ່ວມ​ມື​ຕາມ​ເສັ້ນທາ​ງສາຍ​ໄໝ 1 ​​ແລວ​ທາງ 1 ​ເສັ້ນທາງ, ​ແລະ​ຄວາມ​ພ້ອມພຽງ​ກັນ ຂອງ ທຸລະ​ກິດ ທັງ​ສອງ​ຝ່າຍ, ກອງ​ປະຊຸມ​ໃນ​ມື້​ນີ້​ຈະ​ເປັນ​ນິມິດ​ໝາຍ​ອັນ​ດີ​ໃຫ້​ແກ່​ການ​ສົ່ງ​ເສີມ​ການຮ່ວມ​ມື​ເສດ​ຖະກິດ​ການ​ຄ້າ ລະຫວ່າງ ລາວ – ຈີນ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ, ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ ​ແລະ ຫວັງ​ວ່າ​​ຜ່ານ​ກອງ​ປະຊຸມ​ໃນ​ມື້​ນີ້ ຈະ​ເຮັດ​ໃຫ້ມີການ​ຮ່ວມ​ມື​ລະຫວ່າງ ທຸລະ​ກິດ​ລາວ – ຈີນ ​ເພິ່ມຂື້ນຕື່ມ​ອີກ.

ດັ່ງ​ທີ່​ບັນດາ​ທ່ານ ຮູ້​ແລ້ວ​ວ່າ ສອງ​ປະ​ເທດ ລາວ – ຈີນ ​ແມ່ນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ມີ​ສາຍ​ນໍ້າ ​ແລະ ສາຍພູ​ຕິດ​ຈອດ​ກັນ. ການພົວພັນ ຂອງສອງປະເທດໄດ້ມີມູນເຊື້ອ ອັນດີງາມມາແຕ່ບູຮານນາການ,​​ນັບ​ມື້​ນັບ​ແໜ້ນແຟ້ນຂື້ນ​ເລື້ອຍໆ​ແລະ​ເລິກ​ເຊິ່ງ, ອີງຕາມນະໂຍບາຍ ໜື່ງແລວທາງ ໜື່ງເສັ້ນທາງ, ໃນຊຸມປີຜ່ານມາ ການຂະຫຍາຍຕົວທາງດ້ານເສດຖະກິດການຄ້າ ລາວ ຈີນ ມີການຂະຫຍາຍຕົວຢ່າງສູງ, ສະເລ່ຍໃນແຕ່ລະປີ ສາມາດ ບັນລຸ 1ຕື້ ໂດລາ ​ແລະ​ມີ​ທ່າ​ອ່ຽງ​ເພີ່ມ​ຂື້ນ. ດ້ານ​ການ​ລົງທຶນ ສປ ຈີນ ​ແມ່ນ ​ມີ​ການ​ລົງ​ທືນ​ໃນ​ທຸກ​ທຸກຂະ​ ແໜງ​ການ​ໃນ​ລາວ ​ຫຼາຍ​ກ່ວາ 800 ​ໂຄງການ, ມູນ​ຄ່າ​ການ​ລົງທຶນ ຫຼາຍ​ກ່ວາ 6ຕື້​ໂດ​ລາ ແລະ ເປັນອັນ 1 ​ໃນ​ການ ລົງທຶນ​​ຕ່າງປະ​ເທດ ຂອງ ສປປ ລາວ.

        ຕະຫຼອດ​​​ໄລຍະ3 ປີຜ່ານ​ມາ ສຄອຊ ​ແລະ ສະ​ຖາ​ບັນ​ເສດຖະກິດ,ວັດທະນາ​ທຳ ອາຊຽນ​ – ຈີນ ກວາງຊີ ​ແມ່ນ​ໄດ້​ຮ່ວມ​ກັນ​ຈັດ​ກອງ​ປະຊຸມ​ພົບ​ປະ​ທຸລະ​ກິດ ລາວ – ຈີນ ຫຼາຍ​ຄັ້ງ, ​ແລະ​ໄດ້​ມີ​ບາງ​ຫົວໜ່ວຍ​ທຸລະ​ກິດ ລາວ – ຈີນ ​ໄດ້​ມີ​ການ​ຮ່ວມມື​ກັນ​ຢ່າງ​ແທ້​ຈິງ, ​ໃນ​ໂອກາດ​ນີ້ ຂ້າພະ​ເຈົ້າ​ຂໍ​ສະ​ແດງ​ຄວາມ​ຊົມ​ເຊີຍ ຕໍ່ ທ່ານ ຫວງ​ປົວ​ເສິງ ທີ່ ​ໄດ້ ​ໃຫ້ການ​ສະໜັບ​ສະໜູນ ລະດົມ​ທຸລະ​ກິດ​ຈາກ​ ສປ ຈີນ ​ເພື່ອ​ມາ​ຊອກ​ຄູ່​ຮ່ວມ​ທຸລະ​ກິດ ​ໃນ ສປປ ລາວ ​ເຊິ່ງ​ເປັນ​ຜົນ​ດີ​ທີ່​ສຸດ​ໃຫ້​ແກ່​ການ​ສົ່ງ​ເສີມ ​ເສດຖະກິດ​ການ​ຄ້າ ​ແລະ ການ​ພົວພັນ​ກັນ ລະຫວ່າງ ສອງ​ປະ​ເທດ ​ໃຫ້​ນັບ​ມື້​ນັບ​ຂະ​ຫຍາ​ຍຕົວ. ​ອີງ​ຕາມ​ວາລະ​ຂອງ​ກອງ​ປະຊຸມ​ໃນ​ມື້​ນີ້ ກໍ່​ຈະ​ໄດ້​ມີ​ທຸລະ​ກິດ ລາວ – ຈີນ ​ທີ່ໄດ້​ຕົກລົງ​ຮ່ວມ​ມື​ກັນ ​ແລະ ຈະ​ໄດ້​ລົງ​ນາມພິທີ​ເຊັນ​ບົດ​ບັນທຶກ​ການ​ຮ່ວມ​ມືກັນລະຫວ່າງ​ທຸລະ​ກິດທັງ ສອງ​ປະ​ເທດ. ສະມາ​ຊິກ ສຄອ ​ແຫ່ງ​ຊາດ​ລາວ ​ກໍ່​​ມີ​ຫຼາຍໆ​ໂຄງການ​ທີ່​ກໍາລັງ​ພັດທະນາ ແລະ ຕ້ອງການການຮ່ວມມືຈາກ ນັກທຸລະກິດຕ່າງປະ​ເທດ ໃນຂະແໜງການຕ່າງໆໂດຍສະເພາະ ແມ່ນຂະແໜງການ​ຄ້າ, ກະສິກຳ, ທ່ອງທ່ຽວ, ອັກສັງຫາ ແລະ ອື່ນໆ. ຫວັງ​ຢ່າງ​ຍິ່ງ​ວ່າ ການ​ພົບ​ປະກັນ​ໃນ​ມື້​ນີ້ ທຸລະ​ກິດ​ຂອງ ລາວ​ຈະ​ສະ​ເໜີ​​ໂຄງການ​ຂອງ​ບໍລິສັດ​ຕົນ​ທີ່​ມີເຈດ​ຈຳນົງຕ້ອງການ​ການ​ຮ່ວມ​ມື​ ​ເພື່ອ​ແລກປ່ຽນ​ນຳ​ຝ​່າຍຈີນ ​ເພື່ອ​ຊອກ​ຫາ​ຊ່ອງ​ທາງ​ໃນ​ການ​ຮ່ວມ​ມື​ກັນ ​ແລະ ສາມາດ​ຮ່ວມ​ທຸລະ​ກິດ​ຮ່ວມ​ກັນ​ຢ່າງ​ແທ້​ຈິງ ​ໂດຍ​ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​​ໂຫຍ​ດ.

ໃນ​ຕໍ່ໜ້າ​ ສະພາ​ການ​ຄ້າ ​ແລະ ອຸ​ດ ສາ​ຫະກຳ ​ແຫ່​ງຊາດ​ລາວ ຈະ​ພະຍາ​ຍາມ​ລະດົມ ​ແລະສົ່ງ​ເສີມບໍລິສັດ​ທີ່​ມີ​ທ່າ​ແຮງ ​ແລະ ມີຄວາມ​ສາມ​າດ​ໄປລົງທຶນ ​ແລະ ດຳ​ເນີນ​ທຸລະ​ກິດ ​ທີ່ ສປ ຈີນ ​ເພື່ອ​ຂະຫຍາຍ​ຕະຫຼາດ, ​ ພ້ອມ​ດຽວ​ກັນ​ນັ້ນ, ອີກ​ເທື່ອ​ໜື່ງຂ້າພະ​ເຈົ້າ ຍິນ​ດີ​ຕ້ອນຮັບ ນັກທຸລະກິດ​ຈາກ ສປ ຈີນ  ​​ເຂົ້າ​ມາ​ດຳ​ເນີນ​ທຸລະ​ກິດ ​ທີ່ ສປປ ລາວ, ຊອກ​ຫາ​ທ່າ​ແຮງ​ແລະ​ໂອກາດ​​ໃນ​ການ​ດຳ​ເນີນ​ທຸລະ​ກິດ, ປະກອບສ່ວນ​ຢ່າງຕັ້ງໜ້າ​ໃນ​ການສ້າງສາ​ພັດທະນາ​ເສດ​ຖະກິດ​ ສັງຄົມ ສປປ ລາວ , ພ້ອມ​ກັນ​ສ້າງ​ຄວາມ​ອຸດົມ​ຮັ່ງ​ມີໃຫ້​ແກ່​ປະ​ຊົນ​ຊົນ​ທັງ​ສອງ​ຊາດ. ປະຈຸ​ບັນ ລາວ ຈີນ ນອກຈາກ​​ແມ່ນ​ຄູ່​ຮ່ວມ​ຍຸດ​ທະ​ສາດ​ຮອບດ້ານ​ແລ້ວ ຍັງ​ແມ່ນ ຄູ່​ຮ່ວມ​ສະ​ຕາ​ກຳ​ດຽວ​ກັນ, ໝາຍ​ຄວາມ​ວ່າ​ທຸລະ​ກິດ​ຈີນ ​ແລະ ທຸລະ​ກິດ​ລາວ ຈະ​ບໍ່​ແມ່ນ​ຄູ່​ແຂ່ງ​ກັນ ​ແຕ່​ຈະ​ແມ່ນ​ອ້າ​ຍນ້ອງ​ການ​ໃນ​ການ​ດໍາ​ເນີນ​ທຸລະ​ກິດ​ທີ່ ສປປ ລາວ. ເຊິ່ງ​ໃນ​ນາມ ສຄອ ​ແຫ່ງ​ຊາດ​ລາວ ຈະໄດ້ປະສານ​ງານກັບ ​ພາກສ່ວນ​ຕ່າງໆ​ທີ່​ກ່ຽວຂ້ອງເພື່ອໃຫ້ການສະໜັບສະໜູນ ແລະ ອໍານວຍຄວາມສະດວກໃຫ້ ບັນດາ​ທ່ານຢ່າງເຕັມທີ່.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword