ພິທີຖະແຫຼ່ງຂ່າວ ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈໍາປີ 2018 (3rd Lao Home & Living Fair 2018)

ພິທີຖະແຫຼ່ງຂ່າວ ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈໍາປີ 2018 (3rd Lao Home & Living Fair 2018)

ໃນວັນທີ 06 ມີຖຸນາ 2018 ທີ່ ສຄອ ແຫ່ງຊາດລາວ ໄດ້ຈັດ ພິທີຖະແຫຼ່ງຂ່າວ ງານວາງສະແດງເຄື່ອງເຮືອນລາວ ຄັ້ງທີ 3 ປະຈໍາປີ 2018 (3rd Lao Home & Living Fair 2018) ຊື່​ງຈະ​ໄດ້​ຈັດ​ຂື້ນ​ໃນ​ວັນ​ທີ 07-15/07/2018 ທີ່​ ສູນ​ການ​ຄ້າ​ລາວ-​ໄອ​ເຕັກ(ຕຶກເກົ່າ),

ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ໄຊສົມເພັດ ນໍຣະສິງຫ໌ ຮັກສາການຫົວໜ້າກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ກອງມາລາ ພົມມາໄລ ຮອງປະທານ ສະມາຄົມເຟີນິເຈີລາວ, ທ່ານ ສີບຸນທຳ ສີບຸນມີ ອຳນວຍການ ບໍລິສັດ ລາວເວີນ ມະຫາຊົນ.

ເພື່ອ​ປະຕິບັດ​ຕາມທິດ​ນະ​ໂຍບາຍ ​ໃນ​ການ​ສົ່ງ​ເສີມ​ການ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ​​ໄມ້​ລາວ ​​ທັງເປັນ​ການໂຄສະນາ ​ເຜີຍ​ແຜ່​ໃຫ້​ສັງຄົມ​ຮັບ​ຮູ້ ຜະລິດ​ຕະພັນ​ເຟີ​ນີ​ເຈີ​ໄມ້ລາວ​ຫຼາຍ​ຂື້ນ ​ໃຫ້​ຜູ້​ຜະລິດ​ສາມາດ​ເຂົ້າ​ຫາ​ຕະຫຼາດ ​ແລະ ຈຳໜ່າຍ​ສີນ​ຄ້າໄດ້ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແລະ ກ້າວ​ເຂົ້າ​ສູ່​ການ​ສ້າງ​ຕາໜ່າງການວາງສະ​ແດງ-ຂາຍ​ສີນ​ຄ້າ​ເຟີ​ນີ​ເຈີ​ກັບ​ພາກ​ພື້ນ ​ແລະ ສາກົນ​ໃນ​ອານາ​ຄົດ.ສະມາຄົມ​ເຟນີ​ເຈີ​ລາວ ຈື່ງ​ຂື້ນ​ແຜນການ​ຈັດ​ງານວາງສະ​ແດງເຄື່ອງ​ເຮືອນ​ລາວ ຄັ້ງ​ທີ 3 ປະຈໍາ​ປີ 2018.

  1. ປະຫວັດ​ຄວາມ​ເປັນ​ມາ:

ສະມາຄົມ​ເຟີ​ນີ​ເຈີ​ລາວ (ສຟລ) ​ໄດ້​ມີ​ການ​ຈັດງານ​ວາງສະ​ແດງທີ່​ເປັນ​ຂອງ​ສະມາຄົມ​ເອງຂື້ນ​ມີຄື: ​ງານວາງສະ​ແດງຜະລິດ​ຕະພັນ(​ເຟີ​ນີ​ເຈີ)​ໄມ້ລາວ ຄັ້ງ​ທີ 1, 2, 3 ​ແລະ 4, ງານ​ວາງສະ​ແດງ​ສີນ​ຄ້າເຟີ​ນີ​ເຈີວຽງ​ຈັນ ຄັ້ງ​ທີ 1,2, ແລະ ຄັ້ງທີ 3 ແລະ ງານ​ວາງສະ​ແດງ​ເຄື່ອງ​ເຮືອນ​ລາວ ຄັ້ງ​ທີ 1 ແລະ ຄັ້ງທີ 2. ຊື່​ງ​ໄດ້ສ້າງ​ຊື່​ສຽງ​​ໃນ​ສັງຄົມ​ທັງ​ພາຍ​ໃນ ພາກ​ພື້ນ ​ແລະ ສາກົນ ໃຫ້​ແກ່ສະມາຄົມ ​ແລະ ​ປະ​ເທດ​ຊາດ​ໄດ້ຢ່າງ​ໂດດເດັ່ນ ເຫັນໄດ້ຊັດເຈນ​ ​ແລະ ຍັງ​ໄດ້​ເຂົ້າ​ຮ່ວມງານວາງສະແດງ​ນຳພາ​ກສ່ວນ​ອື່ນ​ນຳ​ອິກ ຕົວຢ່າງ​ເຊັ່ນ: ​ງານ​ວາງສະ​ແດງ Made in Laos ຢູ່​ນະຄອນຫຼວງ​ວຽງ​ຈັນ, ງານ​ວາງສະ​ແດງ​ CAEXPO ​ທີ່​   ໜານ​ໜີງ ສປ ຈີນ, ງານ​ວາ​ງສະ​ແດງ IFFS (International Furniture Fair Singapore) ທີ່ປະ​ເທດ​ສີ​ງກະ​ໂປ, ງານ​ວາ​ງສະ​ແດງ EFE (Export Furniture Exhibition) ທີ່ ປະ​ເທດ​ມາ​ເລ​ເຊຍ, ງານ​ວາ​ງສະ​ແດງ ASEAN-China (Chongqing) Home & Living Expo ທີ່ ນະຄອນ​ຊົງ​ຊີງ ສປ ຈີນ ແລະ ງານວາງສະແດງ TIF EXPO (Thailand International Furniture Expo) ທີ່ ປະເທດໄທ. ຈາກຜົນສໍາເລັດດັ່ງກ່າວມາຂ້າງເທີງນີ້ ແລະ ບວກ​ໃສ່ກັບປະສົບການຈາກງານວາງສະ​ແດງຕ່າງໆມາ​. ພິ​ເສດ​ທີ່​ສຸດ ​ແມ່ນ​ການ​ມີ​ວິ​ໃສ​ທັດທີ່​ກ້ວາງ​ໄກ ຂອງ​ຄະນະ​ບໍລິຫານ​ງານ​​ສະມາຄົມ​ເຟີ​ນີ​ເຈີ​ລາວ ​ຊູດ​ທີ III, ສະນັ້ນ ທາງສະມາຄົມເຟີນີເຈີລາວ ຈື່ງຈະ​ໄດ້ຈັດງານວາງສະແດງດັ່ງກ່າວ​ນີ້​ຂື້ນ.

ຈຸດປະສົງ​ຂອງ​ການຈັດ​ງານ:

    • ເພື່ອ​ເປັນ​ການຈັດ​ຕັ້ງ​ປະຕິບັດ ​ແລະ ຜັນ​ຂະຫຍາຍ​ ຕາມ​ເນື້ອ​ໃນ​ຈິດ​ໃຈ ຂອງ​ຂັ້ນ​ເທີິງວາງ​ອອກ ​ໃຫ້ປະກົດ​ຜົນ​ເປັນ​ຈິງ​ໄປ​ເທື່ອ​ລະ​ກ້າວ.
    • ​ເພື່ອຜັນຂະຫຍາຍ ຕາມເນື້ອໃນ ຂອງແຈ້ງການ ເລກທີ 15/ນຍ ໃຫ້ປະກົດຜົນເປັນຈິງ.
    • ເພື່ອເປັນການຕ້ອນຮັບ ປີທ່ອງທ່ຽວລາວ 2018.
    • ເພື່ອ​ເປັນ​ການ​ອະນຸລັກ​ຮັກສາ​ປ່າ​ໄມ້, ການ​ນຳ​ໃຊ້​ໄມ້​ໃຫ້​ເກີດ​ປະ​ໂຫຍ​ດສູງ​ສຸດ ​ແລະ ມີ​ໄມ້​​ໄວ້ໃຊ້​ຢ່າງ​ຢືນ​ຍົງ ​ໂດຍ​ການ​ປຸງ​ແຕ່ງ​ໃຫ້​ເປັນ​ຜະລິດ​ຕະພັນ​ສຳ​ເລັດ​ຮູບ​ມາ​ຈາກ​ໄມ້, ຫວາຍ ​ແລະ ​ໄມ້ປ່ອງ ​ໃຫ້​ມີຫຼາກ​ຫຼາຍ​ຜະລິດ​ຕະພັນ ຕາມ​ທີ່​ສັງຄົມ​ປະຈຸ​ບັນ​ຕ້ອງການ ​ແລະ​ ເປັນ​ທີ່​ນິຍົມ​ກັນ​ຢູ່ ດ້ວຍ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​​ໄໝ ​ແລະ ທັງ​ເປັນ​ການ​ສ້າງ​ມູນ​ຄ່າ​ເພີ່ມ​ໃຫ້​ກັບ​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ໄມ້​ລາວ ​ໃຫ້​ກາຍ​ເປັນ​ສີນ​ຄ້າ​ທີ່​ມີ​ຄຸນ​ນະພາ​ບ ​ແລະ​ ລາຄາສູງຕົງ​ຕາມ​ຄວາມ​ຕ້ອງການ​ຂອງ​ລູກ​ຄ້າ​ ແລະ ​ຕະຫຼາດ ​ເຮັດ​ໃຫ້​ສາມາດ​ສົ່ງ​ອອກ​ຕ່າງປະ​ເທດ​ໄດ້, ຍັງ​ເປັນ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກັບ​ປະຊາຊົນ​ບັນດາ​ເຜົ່າ, ຕ້ານ​ໄພ​ຫວ່າງ​ງານ ​ແລະ ຊ່ວຍ​ໃຫ້​ຫຼຸດ​ພົ້ນ​ຈາກ​ຄວາມທຸກ​ຍາກ​ຕື່ມ​ອີກ​ໃນ​ອະນາ​ຄົດ.
    • ​ເພື່ອ​ສົ່ງ​ເສີມ​ການ​ປູກ​ໄມ້ ​ແລະ ຫັນ​ມາ​ໃຊ້​ໄມ້​ປູກ​ທົດ​ແທນ​ໄມ້​ທຳ​ມະ​ຊາດ, ການພັດທະນາເປັນສີຂຽວ.
    • ​ເພື່ອ​ສ້າງ​ຄວາມ​ເຂັ້ມ​ແຂງ​ໃຫ້​ກັບ​ສະມາຄົມ​ເຟີ​ນີ​ເຈີ​ລາວ.
    • ເພື່ອ​ໃຫ້​ສັງຄົມ​ໄດ້​ຮູ້ຈັກ​ກັບ​ຜະລິດ​ຕະພັນ​ເຟີ​ນີ​ເຈີ​ໄມ້​ລາວ​ຫຼາຍ​ຂື້ນ ​ແລະ ​ກວ້າງຂວາງ​ໄປ​ເລື້ອຍໆ.
    • ເພື່ອສົ່ງເສີມການຈັດວາງສະແດງສີນຄ້າເຟີນີເຈີ ໃຫ້ໂດດເດັ່ນ ມີຊື່ສຽງ ເປັນທີຮູ້ຈັກ ແລະ ທັງເປັນການດືງດູດເອົາລູກຄ້າເຂົ້າມາຊື້-ຂາຍສີນຄ້າເຟີນີເຈີ ໃນ ສປປ ລາວ ໃຫ້ຫຼາຍຂື້ນ.
    • ເພື່ອ​ສົ່ງ​ເສີມ ​ແລະ​ ສ້າງ​ຄວາມ​ເຂັ້ມ​ແຂງ ​ໃຫ້ກັບ​ສີ​ໄມ້​ລາຍ​ມື​ຂອງ​ຄົນ​ລາວ​ເຮົາ ​ແລະ ​ຫົວໜ່ວຍ​ທຸລະ​ກິດ​ເຟີ​ນີ​ເຈີ​ໄມ້​​ລາວ​ໃຫ້​ຂະຫຍາຍ​ໂຕ ​ແລະ ສາມາດ​ເຂົ້າ​ສູ່​ຕະຫຼາດ​ພາກ​ພື້ນ ​ແລະ ສາກົນ​ໄດ້​ໃນ​ອານາ​ຄົດ​.
    • ເພື່ອ​ສຶບຕໍ່ຈາກການຈັດງານວາງສະ​ແດງ​ສີນຄ້າ ປະຈໍາປີ 2017 ທີ່ຜ່ານມາ ໃຫ້ຕໍ່ເໜື່ອງ ແລະ ຍືນຍົງ.

ຊື່​ຂອງ​ງານວ່າ​:

ງານ​ວາງສະ​ແດງ​​ເຄື່ອງ​ເຮື​ອນລາວ ຄັ້ງ​ທີ 3 ປະຈຳ​ປີ 2018

(3rd Lao Home & Living Fair 2018)

ເປົ້າ​ໝາຍ​ຂອງ​ຜູ້​ເຂົ້າ​ມາຮ່ວມ​ງານ: 

ຜູ້​ເຂົ້າ​ມາຮ່ວມ​ວາງສະ​ແດງ:

    • ​ເຊີນບັນດາ​ໂຮງງານ​ເຟີ​ນີ​ເຈີ ​ແລະ ປຸງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ ທີ່​ເປັນສະມາຊິກ ສຟລ ໃນຂອບເຂດທົ່ວປະເທດ.
    • ​ເຊີນບັນດາ​ໂຮງງານ​ເຟີ​ນີ​ເຈີ ​ແລະ ປຸງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ ນອກ​ສະມາຊິກ ສຟລ ໃນຂອບເຂດທົ່ວປະເທດ.
    • ເຊີນບັນດາ​ໂຮງຊ່າງຫັດຖະກຳ ແລະ ຮ້ານແກະສະຫຼັກ ທັງພາຍໃນ ແລະ ນອກ​ສະມາຊິກ ສຟລ ໃນຂອບເຂດທົ່ວປະເທດ.
    • ​ເຊີນ​ບັນດາ​ຫົວໜ່ວຍທຸລະ​ກິດຂາຍ ​ເຄື່ອງມື, ​ເຄື່ອງ​ຈັກ, ​ອຸປະກອນ​ປະກອບ ແລະ ​ຕົບ​ແຕ່ງ ​ເຄື່ອງ​ເຟີ​ນີ​ເຈີ.
    • ເຊີນບັນດາ​ໂຮງງານ​ເຟີ​ນີ​ເຈີ ​ແລະ ປຸງ​ແຕ່ງ​ໄມ້​ສຳ​ເລັດ​ຮູບ ​ປະ​ເທດເພື່ອນບ້ານ​ໄກ້​ຄຽງ.

ຜູ້​ເຂົ້າ​ມາຊົມ​ງານ​ວາງສະ​ແດງ:

  • ​ແຈ້ງຂ່າວ ​ ພາກ​ລັດ ອົງການ​ຈັດ​ຕັ້ງຕ່າງໆ ​ແລະ ອົງ​ກອນ​ຕ່າງໆ.
  • ​ແຈ້ງ​ຂ່າວ​ ການ​ທູດຢູ່ ສປປ ລາວ.
  • ​ແຈ້ງຂ່າວ ​ນັກທຸລະກິດຕ່າງໆ​ທັງພາຍ​ໃນ ​ແລະ ຕ່າງປະ​ເທດ.
  • ​ແຈ້ງ​ຂ່າວ​ ສະມາ​ຊິກ ຂອງ AFIC (ASEAN Furniture Industries Council ) .
  • ​ແຈ້ງຂ່າວ​ ປະຊາຊົນ​ທົ່ວ​ໄປທັງ​ພາຍ​ໃນນະຄອນຫຼວງ ​ແລະ​ ຕ່າງ​ແຂວງ.
  • ແຈ້ງຂ່າວ​ໃຫ້ປະຊາຊົນ ບັນດາ​ປະ​ເທດເພື່ອນ​ບ້ານ​ໄກ້​ຄຽງ.

ໜ້າທີ່​ ຂອງ​ຜູ້​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ ​ແລະ ຂາຍ​ສີນ​ຄ້າ:

  1. ຕ້ອງ​ມີ​ການ​ສັ່ງ​ຈ່ອງ​ຫ້ອງ​ກ່ອນ​ມື້​ເປີດ​ງານ ຢ່າງນ້ອຍ 10 ວັນ.
  2. ຕ້ອງຈ່າຍຄ່າພັນທະຕ່າງໆຕາມລະບຽບການ.
  3. ຕ້ອງເປີດ – ປິດຮ້ານ ຕາມວັນ ແລະ ເວລາ ທີ່ໄກ້ກຳນົດໄວ້.
  4. ຕ້ອງໃຫ້ຄວາມຮ່ວມມືກັບຄະນະກຳມະການໃນການສະໜອງຂໍ້ມູນດ້ານການວາງສະແດງ ແລະ ຂາຍສິນຄ້າພາຍໃນງານຢ່າງຖືກຕ້ອງ.
  5. ໃຫ້ແຕ່ລະຮ້ານຕິດບັດຄະນະກຳມະການຈັດງານ ເພື່ອສະດວກໃນການຕິດຕໍ່ພົວພັນ.
  6. ໃຫ້​ມີ​ແຜ່ນ​ພັບ, ​ແຜ່ນໂຄສະນາ ​ຖ້າ​ເປັນ​ໄປ​ໄດ້​ອາດ​ຈະ​ເປັນ​ຮູ​ບພາບຂອງ​ຜະລິດ​ຕະພັນ ​ແລະ ຂັ້ນ​ຕອນ​ການ​ຜະລິດ ທີ່​ລະອຽດ​ຍີ່ິງ​ເປັນ​ການ​ດີ​ທີ່​ສຸດ ​ເພື່ອ​ຈະ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງຄຸນ​ນະພາ​ບຂອງ​ຜະລິດ​ຕະພັນ​ໄດ້​ຢ່າງ​ຊັດ​ເຈນ ​ແລະ ​ໝັ່ນ​ໃຈຕໍ່​ກັບ​ລູກ​ຄ້າ.
  7. ໃຫ້​ເຮັດ​ບົດ​ແນະນຳ​ກ່ຽວ​ກັບ​ການ​ບົວລະບັດ​ຮັກສາ ແລະ ວິທີ​ການ​ນຳ​ໃຊ້​ຜະລິດ​ຕະພັນ​ ຂອງ​ທ່ານ ​ໃຫ້​ແກ່​ລູກ​ຄ້າ.

ປະ​ເພດ​ສີນ​ຄ້າ​ທີ່​ນຳ​ມາ​ເຂົ້າ​ມາ​ວາງສະ​ແດງ ​ແລະ ຂາຍ​ພາຍ​ໃນ​ງານ:

  1. ຜະລິດ​ຕະພັນ​ເຄື່ອງ​ເຟີ​ນີ​ເຈີ​ ທີ່​ຜະລິດ​ດ້ວຍ​ໄມ້, ຫວາຍ ,ໄມ້ປ່ອງ ​​ແລະ ຈາກ​ວັດ​ສະດຸ​ເສດ​ເຫຼືອ​ຕ່າງໆ ​ທີ່​ເຮັດ​ເປັນ​ເຄື່ອງ​ເຟີ​ນີ​ເຈີ.
  2. ຜະລິດ​ຕະພັນ​ຫັດຖະກຳ ແລະ ເຄື່ອງ​ແກະສະຫຼັກຕ່າງໆ.
  3. ເຄື່ອງປະດັບຕົບແຕ່ງ ແລະ ເອ້ຢ້ອງ ພາຍໃນເຮືອນ.
  4. ​ອຸປະກອນປະກອບ ​ແລະ ຮັບ​ໃຊ້, ເຄື່ອງ​ມື ​ແລະ ​ເຄື່ອງ​ຈັກ​ຕ່າງໆ ທີ່​ກ່ຽວ​ກັບ​ການ​ຜະລິດ​ເຄື່ອງ​ເ​ຟີ​ນີ​ເຈີ​ໄມ້.

ຄ່າ​ເຊົ່າ​ຫ້ອງ​ວາງສະ​ແດງ​ສີນ​ຄ້າ​ພາຍ​ໃນ​ງານ:

  • ຄ່າຫ້ອງວາງສະແດງຂະໜາດມາດຕະຖານ 3 x 3 ມ (ຫ້ອງທໍາມະດາ) ແມ່ນ 300.000 ກີບ/ຫ້ອງ.
  • ຄ່າຫ້ອງວາງສະແດງຂະໜາດມາດຕະຖານ 3 x 3 ມ (ຫ້ອງມູມ) ແມ່ນ 700.000 ກີບ/ຫ້ອງ.

ພິເສດ:

  • ຄ່າຫ້ອງວາງສະແດງ ສຳລັບຫົວໜ່ວຍທຸລະກິດໂອດອບ(ຫ້ອງທໍາມະດາ) ແມ່ນ300.000 ກີບ/ຫ້ອງ.
  • ຄ່າຫ້ອງວາງສະແດງ ສຳລັບຫົວໜ່ວຍທຸລະກິດ ໂອດອບ (ຫ້ອງມູມ) ແມ່ນ 700.000 ກີບ/ຫ້ອງ.          

ໝາຍ​ເຫດ: ລາຄາ​ດັ່ງກ່າວ​ແມ່ນ​ລວມມີຄ່າ: ຫ້ອງ​ວາງສະ​ແດງ​ສີນ​ຄ້າ, ປັກ​ສຽບ, ​ໂຕະ, ຕັ່ງ, ນ້ຳ, ​ໄຟຟ້າ, ອານາ​ໄມ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ ລວມທັງ​ວຽກ​ງານ​ຕ່າງໆ​ທີ່​ກ່ຽວຂ້ອງ​ກັບ​ການ​ໂຄສະນາ​ຂອງ​ງານ​ໃນ​ຄັ້ງ​ນີ້

ກິດຈະກຳ​ພາຍ​ໃນ​ງານ:

  1. ມີ​ການວາງສະ​ແດງ ຊື້-ຂາຍ​ສິນ​ຄ້າ.
  2. ມີ​ການ​ສາທິດ​ການ​ຜະລິດ​ເຄື່ອງ​ເຟີ​ນີ​ເຈີ​ໄມ້ ​ແລະ ​ແກະສະຫຼັກ​ໄມ້.
  3. ມີ​ການ​ຈົກ​ສະຫຼາກ​ຊີງ​ລາງວັນ.
  4. ມີ​ການສະ​ແດງ​ສີນ​ລະ​ປະ.

ຈຳນວນຫ້ອງວາງສະແດງ:

  • ຈຳນວນຫ້ອງ(ບູດ)ແມ່ນ: 170 ຫ້ອງ (ສຳລັບ ຂອງ ສະມາຄົມ)  (ຖ້າລວມກັບໄອເຕັກ 400 ຫ້ອງ)

(ໃນນີ້ ພິເສດ ມີ 20 ຫ້ອງ ສໍາລັບຫົວໜ່ວຍ ທຸລະກິດໂອດອບ)

    • ຍອດຈ່ອງຫ້ອງ(ບູດ)ຮອດປະຈຸບັນນີ້ແມ່ນ: 84%
    • ຫົວໜ່ວຍ ຫຼື ຮ/ງ ມາຮ່ວມມີ: 52 ຫ/ໜ
    • ມາຈາກຕ່າງແຂວງມີ: 11    ຫ/ໜ (  7 ແຂວງ)

ສະຖານ​ທີ່ ​ແລະ ​ເວລາ​ ໃນ​ການຈັດ​ງານ:

  • ທີ່ ​ສູນ​ການ​ຄ້າ​ລາວ-ໄອ​ເຕັກ(ຕືກ​ເກົ່າ) ຖະໜົນ​ກຳ​ແພງ​ເມືອງ, ບ. ​ໂພນ​ທັນ​ເໜືອ, ​ມ. ​ໄຊ​ເສດ​ຖາ, ນະຄອນຫຼວງ​ວຽງ​ຈັນ.
  • ຈັດ​ຂື້ນໃນລະຫວ່າງ​: ວັນ​ທີ 07-15/07/2018 ( ລວມ 9 ມື້)
  • ມື້​ຕົບ​ແຕ່ງແມ່ນ: ວັນ​ທີ 05-06/07/2018
  • ມື້ພິທີ​ເປີດ​ງານ​ຢ່າງ​ເປັນ​ທາງ​ການແມ່ນ: ວັນ​ທີ 09/07/2018 ​ ​ເວລາ 15:30​ໂມງ.
  • ​ເວລາ​ເປີດ​-ປິດ ຫ້ອງ(ບູດ)​ແມ່ນ: ​ ​ເວລາ​ 10:0021:00 ​ໂມງ (ທຸກໆມື້)
  • ມື້​ສຸດ​ທ້າຍ​ຂອງ​ງານ​ແມ່ນ: ວັນ​ທີ 15/07/2018  (ບໍ່​ມີ​ພິທີ​ປິດ​ງານ).

ຄາດຄະເນວ່າ:

  • ຈະມີການຈໍລະຈອນຊື້-ຂາຍສີນຄ້າ ພາຍໃນງານ (9 ມື້) ປະມານ 4,5 ຕື້ກີບ.
  • ຈະມີຜູ້ເຂົ້າຊົມພາຍໃນງານ (9 ມື້) ປະມານ 250,000 ຄົນ.

ການໂຄສະນາງານ:

  • ໂທລະພາບ
  • ວິທະຍຸ
  • ໜັງສືພິມ
  • ສື່ສັງຄົມອອນໄລຕ່າງໆ
  • ປ້າຍຂ້າມທາງ
  • ຈໍ LED
  • ໂປດສະເຕີ(ແຈກ)

ຕິດ​ຕໍ່​ພົວພັນ:

ຫ້ອງການ ສະມາຄົມ​ເຟີ​ນີ​ເຈີ​ລາວ

ເບີ​ໂທລະ​ຊັບ/ແຟັກ: (856-21) 720 454

ມື​ຖື: (856-20) 5666 4355, 5652 9438,

               020  98577818, 95492209

Lao.furniture.assn@gmail.com

www: lfalaos.com

Related Posts

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ

ສູນບໍລິການອາຊີວະສຶກສາແບບຄວບຄູ່, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ໄດ້ຈັດກອງປະຊຸມ ປືກສາຫາລື ການພັດທະນາມາດຕະຖານຄູຝຶກຂອງສະຖານປະກອບການ,…Read more
ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more

Enter your keyword