ງານວາງສະແດງ ສິນຄ້າຂາອອກ-ຂາເຂົ້າ ຄຸນໝິງ ຄັ້ງທີ 25

ງານວາງສະແດງ ສິນຄ້າຂາອອກ-ຂາເຂົ້າ ຄຸນໝິງ ຄັ້ງທີ 25

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ນຳໂດຍ ທ່ານ ນ ຈັນທະຈອນ ວົງໄຊ , ຮອງປະທານ ສຄອຊ ໄດ້ນໍາພາຄະນະທຸລະກິດ ເຂົ້າຮ່ວມ ງານວາງສະແດງ ຈີນ ອາຊີໃຕ້ ຄັ້ງທີ 5 ແລະ ງານວາງສະແດງ ສິນຄ້າຂາອອກຂາເຂົ້າ ຄຸນໝິງ ຄັ້ງທີ 25.

ເຊິ່ງ ຈັດຂື້ນລະຫວ່າງວັນທີ 14-20 ມີຖຸນາ 2018 ທີ່ ນະຄອນ ຄຸນໝິງ, ແຂວງ ຢຸນໜານ, ສປ ຈີນ, ເຊິ່ງມີບໍລິສັດລາວຈາກຂະແໜງການຕ່າງໆເຂົ້າຮ່ວມ ຈຳນວນ 34 ບໍລິສັດ ໃນຈຳນວນ 84 ຫ້ອງວາງສະແດງ. ສິນຄ້າທີ່ນໍາມາວາງສະແດງເດັ່ນໆມີຄື: ເຟີນີເຈີ້ໄມ້, ເບຍລາວ, ກາເຟ, ຫັດຖະກຳ, ເຄື່ອງປະດັບ ແລະ ອື່ນໆ. ພິທີເປີດງານວາງສະແດງດັ່ງກ່າວ ແມ່ນຈັດຂື້ນໃນວັນທີ 14 ມິຖຸນາ 2018 ເວລາ 9:00 ໂມງ. ໂດຍຄະນະການນຳຂອງ ສປປ ລາວ ທ່ານ ປອ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ ໃຫ້ກຽດກ່າວຄໍາເຫັນໃນພິທີເປີດດັ່ງກ່າວ.


ນອກຈາກງານວາງສະແດງແລ້ວ, ສຄອຊ ໄດ້ເຂົ້າຮ່ວມກອງປະຊຸມອ້ອມຂ້າງຕ່າງໆ ເຊັ່ນ: ກອງປະຊຸມການຮ່ວມມືນິຕິກຳທາງດ້ານທຸລະກິດການຄ້າ ຈີນ ອາຊີ-ຕາເວັນອອກສຽງໃຕ້ ຄັ້ງທີ 3, ກອງປະຊຸມທຸລະກິດຈີນ – ອາຊີຕາເວັນອອກສຽງໃຕ້ ຄັ້ງທີ 2 ແລະ ກອງປະຊຸມຕ່າງໆ.
ໃນການເຂົ້າຮ່ວມກອງປະຊຸມດັ່ງກ່າວ ໄດ້ມີການລົງນາມຄວາມເຂົ້າໃຈເຈດຈຳນົງໃນການຮ່ວມມືກັນລະຫວ່າງ ສະພາການຄ້າ ແລະ ອຸດສາຫະກຳ ບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ສະພາສົ່ງເສີມການຄ້າ ຈີນ ສາຂາແຂວງຢຸນໜານ. ແລະ ສຄອຊ ກໍ່ໄດ້ຮ່ວມກັບ ສສຄ ຈີນ ສາຂາແຂວງຢຸນໜານ ລົງນາມແຜນການຮ່ວມມື 3 ປີ 2018 – 2020. ຕາງໜ້າໃຫ້ ສຄອຊ ລົງນາມໃນການຮ່ວມມືດັ່ງກ່າວ ໂດຍ ທ່ານ ນ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ. ການລົງນາມຮ່ວມກັນດັ່ງກ່າວ ຈະເປັນບາດກ້າວອັນສຳຄັນໃຫ້ແກ່ການຮ່ວມມື ທາງດ້ານທຸລະກິດລະຫວ່າງ ສປ ຈີນ ແລະ ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້ ກໍ່ຄືການຮ່ວມມືຂອງ ພາກທຸລະກິດ ລະຫວ່າງ ລາວ – ຈີນ ແລະ ລາວ – ບັນດາປະເທດອາຊີຕາເວັນອອກສ່ຽງໃຕ້.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword