ສໍາມະນາ “ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊືອມສານບົດບາດ ຍິງ -ຊາຍ”

ສໍາມະນາ “ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊືອມສານບົດບາດ ຍິງ -ຊາຍ”

ນະຄອນຫຼວງວຽງຈັນ, ສປປ ລາວ (31 ກໍລະກົດ, 2018) ເປັນຄັ້ງທໍາອິດ ທີ່ ໜ່ວຍແມ່ຍິງ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວໄດ້ຈັດສໍາມະນາ ສໍາມະນາ “ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊືອມສານບົດບາດ ຍິງ -ຊາຍ” ໃນວັນທີ 31/07/2018 ທີ ສຄອຊ.

ເພື່ອເປັນການ ສ້າງຂະບວນການ ໃນວຽກງານທີສໍາຄັນເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 63 ປີ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃນນາມເປັນຕົວແທນໃຫ້ແກ່ຫົວໜວ່ຍທຸລະກິດດ້ານການຄ້າການລົງທຶນ ແລະ ຕາງໜ້າຜູ້ໃຊ້ແຮງງານ, ຊຶ່ງພາກທຸລະກິດມີບົດບາດສໍາຄັນສູງໃນການສ້າງວຽກເຮັດງານທໍາທີມີຄຸນຄ່າ ແລະ ເປັນທໍາ. ສະນັ້ນ, ເພື່ອເປັນການສົ່ງເສີມບົດບາດຍິງ-ຊາຍ ແລະ ໃຫ້ແມ່ຍິງໄດ້ຮູ້ເຖິງບົດບາດຂອງຕົົນ ໃນການພັດທະນາຕົນເອງ, ອົງກອນ ກໍ່ຄືພັດທະນາປະເທດຊາດ.

ຈຸດປະສົງຂອງການຈັດສໍາມະນາໃນຄັ້ງນີ້: ເພື່ອເປັນການຊຸກຍູ້ສົ່ງເສີມແມ່ຍິງໃຫ້ຮູ້ການຈັດຕັ້ງປະຕິບັດວຽກງານແມ່ຍິງ 3 ດີ. ສ້າງຄວາມສະເໝີພາບ ໃນການເຊືອມສານ ບົດບາດຍິງ-ຊາຍ ເຂົ້າໃນຂະແໜ່ງການຕົນ.

ສໍາມະນາໃນຄັ້ງນີ້ໄດ້ຮັບການສະໜັບສະໜູນຈາກຄູຮ່ວມພັດທະນາກໍຄືໂຄງການການສຶກສາໂລກ, “ລັດຖະບານ ສະຫະລັດອາເມລິກາ” ເພື່ອເປັນການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ດ້ານພັດທະນາວິຊາຊິບ ແລະ ຄວາມຮູ້ຄວາມສາມາດກໍ່ເປັນບົດບາດໜຶ່ງທີສໍາຄັນໄດ້ມີສ່ວນຮ່ວມ. ສໍາມະນາໃນຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 50 ທ່ານ ຈາກໜ່ວຍແມ່ຍິງ ສຄອຊ, ອົງການສຶກສາໂລກ, ສະມະຄົມ ແລະ ກຸ່ມທຸລະກິດ ແລະ ສະມາຊິກ ສຄອຊ ກໍ່ໄດ້ເອົາໃຈໃສ່ແລະ ເຫັນຄວາມສໍາຄັນເຂົ້າຮ່ວມເພື່ອນໍາໄປພັດທະນາຕົນເອງ ແລະ ຂະແໜ່ງການຕົນ. ກອງປະຊຸມໄດ້ປິດລົງເວລາ 12:00 ໂດຍ ທ່ານ ນ. ດາວວະດີງ ພິລະໄຊພິທັກ ຫົວໜ້າໜ່ວຍແມ່ຍິງ ສຄອຊ, ຮອງເລຂາທິການ ສຄອຊ. ແລະ ຄະນະປະທ່ານ ຮ່ວມ ທ່ານ ນ. ສົມໝາຍ ພົມມຸນິວົງ ຮອງປະທານ ຄະນະບໍລິຫານງານ ສະຫະພັນແມ່ຍິງ, ກະຊວງອຸດສະຫະກໍາ ແລະ ການຄ້າ ແລະ ທ່ານ ນ. ຊາຣ່າ ບຣູນາກີ ຫົວໜ້າອົງການສຶກສາໂລກ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword