ພິທີຖະແຫຼ່ງຂ່າວງານວາງສະແດງ ອາຊຽນແຟຣ 2018 ASEAN Fair 2018

ພິທີຖະແຫຼ່ງຂ່າວງານວາງສະແດງ ອາຊຽນແຟຣ 2018 ASEAN Fair 2018

ໃນຕອນບ່າຍຂອງວັນທີ 13 ສິງຫາ 2018 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ຈັດພິທີຖະແຫຼ່ງຂ່າວງານວາງສະແດງ ອາຊຽນແຟຣ 2018 ASEAN Fair 2018 ຂື້ນ ແລະ ໄດ້ມີສື່ມວນຊົນຈາກຫຼາຍໆພາກສ່ວນເຂົ້າຮ່ວມ ເພື່ອກະຈ່າຍຂ່າວດັ່ງກ່າວ ອອກສູ່ສັງຄົມຮັບຮູ້.

ໂດຍການເປັນປະທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອ ແຫ່ງຊາດລາວ, ທ່ານ ໄຊສົມເພັດ ນໍຣະສິງ, ຮັກສາການ ຫົວໜ້າກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ ສັນຕິ ຊົງນາວົງ, ເລຂານຸການໂທການຄ້າ ແລະ ການລົງທຶນຂອງ ສປປ ລາວ ປະຈຳ ຣາຊະອານາຈັກໄທ, ທ່ານ ຊະນະທິບ ສຸຣະໄຊສິດທິກຸນ, ປະທານສະມາຄົມຮັບຊ່ວງການຜະລິດໄທ ງານວາງສະແດງ ອາຊຽນແຟຣ 2018 ASEAN Fair 2018 ແມ່ນຈະໄດ້ຈັດຂື້ນໃນວັນທີ 20-23 ກັນຍາ 2018 ທີ່ ສະຫວັນ-ໄອເຕັກ ແຂວງ ສະຫວັນນະເຂດ ຮ່ວມຈັດໂດຍ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ແລະ ບໍລິສັດ ເທັນໂຊ ຈຳກັດ ໂດຍໄດ້ຮັບການສະໜັບສະໜູນຈາກ ກະຊວງອຸດສາຫະກຳ ແລະ ການຄ້າ, ໂດຍສະເພາະແມ່ນ ກົມສົ່ງເສີມການຄ້າ. ຈຸດປະສົງຕົ້ນຕໍຂອງການຈັດງານ ASEAN Fair 2018 ເພື່ອ:

  • ສ້າງເວທີເພື່ອສົ່ງເສີມການພົວພັນ, ການຮ່ວມມືລະຫວ່າງລາວ ແລະ ບັນດາປະເທດອາຊຽນໃຫ້ນັບມື້ນັບແໜ້ນແຟ້ນ ແລະ ປະສິດທິຜົນ.
  • ສ້າງເວທີໃນການໂຄສະໜາ ແລະ ຈຳໜ່າຍເພື່ອແນ່ໃສ່ສ້າງຄວາມເຂັ້ມແຂງໃຫ້ຜູ້ປະກອບການເພື່ອເພີ່ມຊ່ອງທາງໃຫ້ເຂົ້າເຈົ້າສາມາດເຂົ້າຕະຫຼາດ, ຈັບຄູ່ທຸລະກິດ ແລະ ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.
  • ສ້າງກິດຈະກຳໜຶ່ງຂອງພາກທຸລະກິດ ເພື່ອສະໜັບສະໜູນ ປີທ່ອງທ່ຽວລາວ ປີ 2018 ໃນການດຶງດູດນັກທ່ອງທ່ຽວ ແລະ ນັກລົງທຶນ ເຂົ້າມາລາວໃຫ້ນັບມື້ນັບຫຼາຍຂື້ນ ແລະ ອື່ນໆ.

ງານວາງສະແດງ ອາຊຽນແຟຣ 2018 ASEAN Fair 2018 ເຊິ່ງໄດ້ຈັດຂື້ນເປັນຄັ້ງທີ່ 2 ມີບູດວາງສະແດງຫຼາຍກ່ວາ 200 ບູດ. ພາຍໃນງານນອກຈາກການວາງສະແດງແລ້ວຍັງມີກິດຈະກຳຕ່າງໆທີ່ດຶງດູດຫົວໜ່ວຍທູລະກິດ ແລະ ປະຊາຊົນ ເຊັ່ນ: ງານສຳມະນາ, ກອງປະຊຸມພົບປະທຸລະກິດ, ການເດີນແບບ, ງານແຂ່ງຂັນນັກສຶກສາຕ່າງໆ ແລະ ອື່ນໆທີ່ໜ້າສົນໃຈ ຍິ່ງໄປກວ່ານັ້ນ ທ່ານຍັງຈະໄດ້ພົບກັບດາຣານັກສະແດງ, ນັກຮ້ອງ ທີ່ມີຊື່ສຽງຈາກປະເທດໄທ ເຊັນ: ຂວັນ ອຸສາມະນີ, ນໍ້າຊາ ຊີລະນັດ, ລໍາໄຍ ໄຫທອງຄຳ ກັບງານມິນິຄອນເສີດ ທີ່ຈະມາເຂົ້າຮ່ວມໃນງານວາງສະແດງ ເພືອຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມ ທາງພາກໃຕ້ຂອງ ສປປ ລາວ.

ສອບຖາມຂໍ້ມູນ:

ໂທ: 020 2855 0124, 020 5568 7711, 020 5651 3420, 020 9999 7451

ອີເມລ: bde_info@lncci.la, khamlan2691988@gmail.com,

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword