ງານສຳມະນາກ່ຽວກັບໂອກາດທາງທຸລະກິດດ້ານອາຫານ-ເຄື່ອງດື່ມ ແລະ ກະສິກຳໃນລາວ

ງານສຳມະນາກ່ຽວກັບໂອກາດທາງທຸລະກິດດ້ານອາຫານ-ເຄື່ອງດື່ມ ແລະ ກະສິກຳໃນລາວ

ງານສຳມະນາກ່ຽວກັບໂອກາດທາງທຸລະກິດດ້ານອາຫານ-ເຄື່ອງດື່ມ ແລະ ກະສິກຳໃນລາວ  (ANZ Food, Beverage & Agriculture Business Forum)ໃນວັນທີ 30 ສິງຫາ 2018, ທີ່ ໂຮງແຮມຄຣາພາຊາ.

ໃນວັນທີ 30 ສິງຫາ 2018 ຜ່ານມານນີ້ ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ​ແຫ່ງ​ຊາດ (ສຄອຊ) ຮ່ວມກັບ ທະນາຄານເອເອັນແຊັດ (ລາວ) ໄດ້ຈັດງານສຳມະນາກ່ຽວກັບໂອກາດທາງທຸລະກິດດ້ານອາຫານ,​ ເຄື່ອງດື່ມ ແລະ ກະສິກຳໃນລາວ (ANZ Food, Beverage & Agriculture Business Forum) ສຳລັບງານສຳມະນາໃນຄັ້ງນີ້ຖືເປັນວາລະອັນດີທີ່ຈະໄດ້ຖອດຖອນ, ແລກປ່ຽນບົດຮຽນ ຈາກຫຼາຍບໍລິສັດໃນຂະແໜງທຸລະກິດອາຫານ-ເຄື່ອງດື່ມ ແລະ ກະສິກຳທີ່ປະສົບຜົນສຳເລັດວ່າການດຳເນີນທຸລະກິດໃນປະເທດລາວມີສິ່ງອຳນວຍຄວາມສະດວກ ແລະ ຂໍ້ຫຍຸ້ງຍາກ ພ້ອມດຽວກັນນັ້ນກໍ່ເປັນການເປີດປະຕູໃຫ້ແກ່ຜູ້ປະກອບການດ້ານອາຫານ, ເຄືື່ອງດື່ມ ແລະ ກະສິກໍາ ໃຫ້ໄດ້ມີໂອກາດພົບປະກັບນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ເພື່ອເປີດຊ່ອງທາງໃນການເຕີບໃຫຍ່ຂະຫຍາຍຕົວໃນທຸລະກິດຂອງຕົນ ແລະ ຂັບເຄື່ອນເສດຖະກິດໃຫ້ແກ່ປະເທດ.

ເຊິ່ງທະນາຄານ ເອເອັນແຊັດ (ລາວ) ກໍ່ຖືວ່າເປັນທະນາຄານຕ່າງປະເທດທຳອິດ ທີ່ເຂົ້າມາສ້າງຕັ້ງໃນປະເທດລາວນັບແຕ່ປີ 2007, ໄດ້ໃຫ້ບໍລິການບໍລິສັດລາຍໃຫຍ່ຂອງລາວ ແລະ ບໍລິສັດຕ່າງປະເທດພາຍໃນລາວມາເປັນເວລາ 11 ປີ ໂດຍນຳເອົາການບໍລິການ ແລະ ຜະລິດຕະພັນທະນາຄານ ທີ່ຊ່ວຍອຳນວຍຄວາມສະດວກໃນການດຳເນີນທຸລະກິດໃຫ້ແກ່ຂະແໜງທຸລະກິດທັງພາຍໃນ ແລະ ສາກົນ ທີ່ໄດ້ມາດຕະຖານສາກົນເຂົ້າມາໃນປະເທດ ແລະ ປະກອບສ່ວນສ້າງລາຍຮັບ ແລະ ວຽກງານລວມກໍ່ຄືການຊ່ວຍເຫຼືອສັງຄົມໃກ້ແກ່ປະເທດລາວຢ່າງຕໍ່ເນື່ອງ.

ທ່ານ ພັນທອງ ພິດທຸມມາ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກ່າວວ່າປະເທດລາວເປັນໜຶ່ງໃນປະເທດອາຊຽນທີ່ມີຊັບພະຍາກອນທຳມະຊາດທີ່ອຸດົມສົມບູນ ແລະ ມີພື້ນທີ່ດິນປູກຝັງລ້ຽງສັດ ທົ່ວພາກເໜືອ, ພາກກາງ ຈົນຮອດພາກໃຕ້ ແລະ ເຊື່ອວ່າຂະແໜງ ອາຫານ, ເຄື່ອງດື່ມ ແລະ ກະສິກຳ ຈະສືບກໍ່ສ້າງລາຍຮັບໃຫ້ແກ່ປະເທດຢ່າງຕໍ່ເນື່ອງ. ສິນຄ້າຫຼັກທີ່ລາວເຮົາສົ່ງອອກ ແລະ ບໍລິໂພກພາຍໃນປະເທດ ແມ່ນໄດ້ແກ່ ເຂົ້າ, ສາລີລວມ, ເຜຶອກມັນ, ປະເພດຖົ່ວ, ພືກຜັກລວມ, ຢາສູບ, ຝ້າຍ, ອ້ອຍ, ກາເຟ, ຊາ ແລະ ຊີ້ນສັດ. ແລະ ການລົງທຶນຂອງບໍລິສັດຕ່າງປະເທດພາຍໃນລາວກໍ່ເປັນກຸນແຈສຳຄັນໃນການຊ່ວຍສ້າງລາຍຮັບ ໃຫ້ແກ່ປະເທດ ພ້ອມທັງເປັນການນຳເອົາສິນຄ້າ ແລະ ຜະລິດຕະພັນລາວໄປສູ່ສາກົນ. ປາສະຈາກບໍ່ໄດ້ແມ່ນ ທະນາຄານທີ່ຊ່ວຍອຳນວຍຄວາມສະດວກໃນການດຳເນີນທຸລະກິດໃຫ້ແກ່ຂະແໜງທຸລະກິດທັງພາຍໃນ ແລະ ສາກົນ.

ງານສຳມະນາໃນຄັ້ງນີ້ຍັງໄດ້ເຊື້ອເຊີນເອົາບໍລິສັດຂອງລາວທີ່ດຳເນີນທຸລະກິດໃນຂະແໜງການດ້ານອາຫານ-ເຄືື່ອງດື່ມ ແລະ ກະສິກຳ ມາບັນຍາຍເພື່ອແລກປ່ຽນດ້ານປະສົບການ, ຜົນສຳ ເລັດ, ຂໍ້ອຳນວຍຄວາມສະດວກ-ຂໍ້ຍຸ້ງຍາກ ແລະ  ອື່ນໆ ໃນການດຳເນີນທຸລະກິດ ລວມເຖິງຕົວແທນຈາກພາກລັດຖະບານເປັນຕົ້ນແມ່ນປຶກສາຫາລືເລື່ອງນະໂຍບາຍທາງດ້ານການຄ້າ-ການລົງທຶນ ແລະ ການພັດທະນາເສດຖະກິດທີ່ຕິດພັນກັບທຸລະກິດຂະແໜງດັ່ງກ່າວ ລວມເຖິງໂອກາດ ແລະ ສິ່ງທ້າທາຍທີ່ຕິດພັນກັບການດຳເນີນທຸລະກິດໃນ ສປປ ລາວ.

 

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword