ກອງປະຊຸມທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງຂອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍ ເຄື່ອງໝາຍການຄ້າ ແລະ ຊື່ການຄ້າ

ກອງປະຊຸມທາບທາມຄຳເຫັນໃສ່ ຮ່າງຂໍ້ຕົກລົງຂອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍ ເຄື່ອງໝາຍການຄ້າ ແລະ ຊື່ການຄ້າ

ໃນຕອນເຊົ້າວັນທີ  9 ພະຈິກ 2018, ທີ່ ຫ້ອງປະຊຸມ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ  ໄດ້ຈັດກອງປະຊຸມທາບທາມຄຳເຫັນແບບເປີດ ກວ້າງໃສ່ (ຮ່າງ) ຂໍ້ຕົກລົງ ຂອງລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ວ່າດ້ວຍເຄື່ອງໝາຍການຄ້າ ແລະ ຊື່ການຄ້າ.

ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງ ວາລີ ເວດສະພົງ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທັງເປັນ ສະມາຊິກສະພາແຫ່ງຊາດ ຊຸດທີ່8 ແລະ ທ່ານ Daniel Fitzpatrick, ຫົວໜ້າໂຄງການ USAID LUNA II, ຊຶ່ງມີຜູ້ເຂົ້າຮ່ວມຈາກພາກລັດ ແລະ ພາກທຸລະກິດ  ໃນນັ້ນ ລວມມີ ບໍລິສັດທີ່ປຶກສາກົດໝາຍ, ສະມາ ຄົມທຸລະກິດ ແລະ ບໍລິສັດອື່ນໆ.  ລວມທັງໝົດຫຼາຍກ່ວາ 50 ທ່ານ. ການຈັດກອງປະຊຸມຄັ້ງນີ້ ໄດ້ຮັບການສະໜັບສະໜູນທາງດ້ານ ງົບປະມານຈາກ ໂຄງການຮ່ວມມື ລາວ-ສະຫະລັດ ເພື່ອການເຊື່ອມໂຍງສາກົນ ແລະ ອາຊຽນ (USAID LUNA II Project).

  • ຈຸດປະສົ່ງກອງປະຊຸມໃນຄັ້ງນີ້ເພື່ອ ລະດົມຄໍາຄິດຄໍາເຫັນ ຈາກ ພາກທຸລະກິດ ເພືອເຮັດໃຫ້ເນື້ອໃນຂໍ້ຕົກລົງສະບັບນີ້ ມີຄວາມສົມບູນ, ຄົບຖ້ວນຫຼາຍຂຶ້ນ ແລະໃຫ້ແທດເໝະາກັບ ສະພາບເງື່ອນໄຂແວດລ້ອມຂອງການກຳເນີນທຸລະກິດໃນສະພາບປະຈຸບັນ

ກອງປະຊຸມໃນຄັ້ງນີ້ຈະເຮັດໃຫ້ເນື້ອໃນຂໍ້ຕົກລົງສະບັບນີ້ ມີຄວາມສົມບູນ, ຄົບຖ້ວນຫຼາຍຂຶ້ນ ທັງສອດ ຄ່ອງກັບສະພາບຄວາມເປັນຈິງພາຍໃນປະເທດ. ທັງນີ້ ກໍເພື່ອເຮັດໃຫ້ການເຄື່ອນໄຫວວຽກງານກ່ຽວກັບເຄື່ອງໝາຍການຄ້າ ເປັນຕົ້ນ ຂັ້ນຕອນການຍື່ນຄຳຮ້ອງຂໍຈົດທະບຽນເຄື່ອງໝາຍການຄ້າ, ການກວດສອບເບື້ອງຕົ້ນ, ການເຜີຍແຜ່ຄຳຮ້ອງ, ການຄັດ​ຄ້ານຄຳຮ້ອງ, ການກວດສອບເນື້ອ​ໃນ, ການຈົດທະບຽນ, ການຕໍ່​ອາ​ຍຸການປົກປ້ອງ, ການດຳເນີນການຕ່າງໆ ຫຼັງ​ການຈົດທະບຽນ, ການທົບທວນຄືນທາງດ້ານບໍລິຫານ ແລະອື່ນໆ ມີຄວາມສະດວກ, ວ່ອງໄວ, ຄວາມໂປ່ງໃສຮັບປະກັນ ໃຫ້ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍຊັບສິນທາງປັນຍາ ມີຄວາມເປັນເອກະພາບໃນຂອບເຂດທົ່ວປະເທດ ແນໃສ່ ຊຸກ ຍູ້ການດຳເນີນທຸລະກິດໃຫ້ຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ເຊື່ອມໂຍງເຂົ້າກັບພາກພື້ນ ແລະສາກົນ, ສ້າງສະພາບແວດລ້ອມ ທີ່ເອື້ອອຳນວຍໃຫ້ແກ່ນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ.

ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພີມຄຳເຫັນຂອງຕົນ ລົງເວັບໄຊຈົດໝາຍເຫດທາງລັດຖະການ. ທ່ານສາມາດເຂົ້າເບິ່ງ ແລະປະກອບຄຳເຫັນເພີ່ມເຕີມໄດ້ທີ່:http://www.laoofficialgazette.gov.la/index.php?r=site/comment&docid=1414

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword