ບາດກ້າວເລີ່ມຕົ້ນນຳໃຊ້ລະບົບແຈ້ງພາສີປະຕູດຽວໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ

ບາດກ້າວເລີ່ມຕົ້ນນຳໃຊ້ລະບົບແຈ້ງພາສີປະຕູດຽວໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ

ກະຊວງ ການເງິນ ໄດ້ອອກຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019

ເພື່ອເພີ່ມປະສິດທິພາບການດຳເນີນງານຂັ້ນຕອນເອກະສານໃນການນຳເຂົ້າ, ສົ່ງອອກ ແລະ ສົ່ງຜ່ານສິນຄ້າແບບຕ່ອງໂສ້ໂດຍປາສະຈາກເຈ້ຍສໍ, ທັງພາກລັດ ແລະ ເອກະສົນຈະໄດ້ຮັບຜົນປະໂຫຍດຈາກລັດຖະບານໃນຂັ້ນຕອນການນຳເຂົ້າ, ສົ່ງອອກ ແລະສົ່ງຜ່ານສິນຄ້າໃນ ສ.ປ.ປ ລາວ ໂດຍຜ່ານລະບົບ ເຕັກໂນໂລຊີໃໝ່ຫຼ້າສຸດ, ລະບົບແຈ້ງພາສີປະຕູດຽວ ຈະຫຼຸດຜ່ອນຄ່າໃຊ້ຈ່າຍ ແລະ ຂັ້ນຕອນທີ່ຊັກຊ້າລົງ ແລະ ເຮັດໃຫ້ປະເທດລາວກາຍເປັນພາກພື້ນທີ່ມີການດຶງດູດໃນການແຂ່ງຂັນທາງດ້ານເສດຖະກິດເພີ່ມຂື້ນ.

ອີງຕາມຂໍ້ຕົກລົງ ວ່າດ້ວຍການອະນຸມັດນຳໃຊ້ລະບົບແຈ້ງພາສີປະຕູດຽວ ເລກທີ 0204/ກງ, ລົງວັນທີ 15 ມັງກອນ 2019, ການຈັດຕັ້ງປະຕິບັດລະບົບແຈ້ງພາສີປະຕູດຽວ (Lao National Single Window ຫຼື LNSW) ເຂົ້າໃນການຄຸ້ມຄອງການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຕ່າງໆ; ໂດຍໃຫ້ນຳໃຊ້ລະບົບດັ່ງກ່າວເຂົ້າໃນການຄຸ້ມຄອງການນຳເຂົ້າສິນຄ້າປະເພດພາຫະນະ ຢູ່ດ່ານພາສີສາກົນຂົວມິດຕະພາບ1 ເປັນບາດກ້າວເລີ່ມຕົ້ນ. ພາຍຫຼັງມີການປັບປຸງ, ພັດທະນາ ແລະ ມີຜົນສຳເລັດໃນການຈັດຕັ້ງປະຕິບັດ ຈຶ່ງໃຫ້ສືບຕໍ່ຜັນຂະຫຍາຍການນຳໃຊ້ລະບົບໄປສູ່ບັນດາດ່ານພາສີສາກົນໃນທົ່ວປະເທດ.

ຂໍ້ມູນພາບ: https://www.azernews.az

ສຳລັບການຊຳລະຄ່າພາສີ, ຄ່າອາກອນ,ຄ່າທຳນຽມ, ຄ່າບໍລິການ ແລະ ພັນທະອື່ືນ ທີ່ຕ້ອງມອບເຂົ້າງົບປະມານລັດສຳລັບການນຳເຂົ້າ ແລະ ການສົ່ງອອກສິນຄ້າ, ເຄື່ອງຂອງ ແມ່ນໃຫ້ຊຳລະລວມສູນຈຸດດຽວຢູ່ດ່ານພາສີຊາຍແດນບ່ອນນຳເຂົ້າ ແລະ ສົ່ງອອກສິນຄ້າ ໂດຍຜ່ານລະບົບແຈ້ງພາສີປະຕູດຽວ (LNSW)  ທີ່ເຊືື່ອມໂຍງກັບລະບົບ ແຈ້ງໂດຍພາສີເອເລກໂຕຣນິກ(ASYCUDA)  ແລະ ລະບົບຊຳລະເງິນຜ່ານທະນາຄານ (SmartTax).

ຂໍ້ມູນພາບ: http://travel-lao-isaan.blogspot.com

ຂໍ້ມູນເພີ່ມເຕີມ ສາມາດພົວພັນໄດ້ທີ່:

ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວຈຳກັດ
ອາຄານສີຂຽວ (ຊັ້ນ 03), ບ້ານນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ

ໂທ: 030 7776699
ອີເມລ: helpdesk@laonsw.net
ເວັບໄຊທ໌: https://www.laonsw.net/

 

ຂໍ້ມູນຈາກ: https://www.laotradeportal.gov.la/

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword