ກອງປະຊຸມປຶກສາຫາຫລືການສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ຕໍ່ການສົ່ງອອກ

ກອງປະຊຸມປຶກສາຫາຫລືການສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ຕໍ່ການສົ່ງອອກ

ໃນວັນທີ 14/05/2019 ທີ່ ແຂວງ ອຸດົມໄຊ, ໄດ້ຈັດກອງປະຊຸມປຶກສາຫາຫລືການສົ່ງເສີມວິສາຫະກິດຂະໜາດນ້ອຍ-ກາງ ຕໍ່ການສົ່ງອອກ

ໂດຍການເປັນປະທານຂອງ ທ່ານ ສາ ສິລິພົງ ຮອງຫົວໜ້າກົມສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງ ອຸດສາຫະກຳ ແລະ ການຄ້າ ແລະ ທ່ານ ທອງອິນ ຄຳສົມປອງ ຮອງປະທານ ສຄອ ແຂວງ ອຸດົມໄຊ.

ຈຸດປະສົງ ກອງປະຊຸມຄັ້ງນີ້ ແມ່ນເພື່ອນຳສະເໜີ ແລະ ສ້າງຄວາມເຂົ້າໃຈ, ກົນໄກການປະສານງານ, ນະໂຍບາຍ ການສົ່ງເສີມຂອງພາກລັດຂັ້ນສູນກາງ ແລະ ທ້ອງຖິ່ນ ໂດຍສະເພາະລະບຽບການ ຂັ້ນຕອນ ສົ່ງເສີມຕໍ່ການເອື້ອອຳນວຍຄວາມສະດວກ ທາງດ້ານການຄ້າ, ການລົງທຶນ ແລະ ການສົ່ງອອກໃຫ້ແກ່ ວິສາຫະກິດຂະໜາດນ້ອຍແລະ ກາງ ເພື່ອສົ່ງສິນຄ້າ ແລະ ສົ່ງເສີມວຽກງານການຄ້າຊາຍແດນ ທີ່ຕິດພັນກັບຂໍ້ສະດວກ, ຫຸຍ້ງຍາກ ແລະ ທິດທາງການແກ້ໄຂໃຫ້ແກ່ຜູ້ປະກອບການ ເພື່ອປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມ ເພື່ອແນ່ໃສ່ການສົ່ງເສີມການສ້າງລາຍຮັບໃຫ້ແກ່ລັດກໍ່ຄືພາກທຸລະກິດ ຕໍ່ການພັດທະນາແບບຢືນຍົງ ແລະ ມີສ່ວນຮ່ວມ. ໃນທີ່ກອງປະຊຸມມີພາກສ່ວນທີ່ເຂົ້າຮ່ວມໄດ້ແກ່ ສຄອ ແຂວງ ຜົ້ງສາລີ, ຫຼວງນ້ຳທາ ແລະ ແຂວງ ອຸດົມໄຊ ແລະ ຕ່າງໜ້າຈາກພາກທຸລະກິດ ແລະ ເອກະຊົນ ໄດ້ແກ່ ພະແນກ ກະສິກຳ – ປ່າໄມ້, ພະແນກການຄ້າ ແຂວງ ມີຜູ້ເຂົ້າຮ່ວມທັງໝົດ 55 ທ່ານ. ຈັດໂດຍ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ, ສຄອ ແຫ່ງຊາດລາວ, ພາຍໃຕ້ການສະໜັບສະໜູນຈາກໂຄງການ ເຮວວີຕັດ ສະວິດເພື່ອການຮ່ວມມືສາກົນ ປະຈຳ ສປປລາວ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword