ພິທີເປີດງານ ວາງສະແດງ Lao Top 3 EXPO 2019

ພິທີເປີດງານ ວາງສະແດງ Lao Top 3 EXPO 2019

ໃນວັນທີ 20 ມີຖຸນາ  2019 ​ໄດ້​ມີ ພິທີ​ເປີດ​ງານ ວາງສະ​ແດງ Lao Top 3 EXPO 2019, ທີ່ ຫໍປະຊຸມແຫ່ງຊາດ ( ຫຼັກ6 )

ໂດຍ​​ໃຫ້ກຽດການ​ເປັນ​ປະທານ​ເປີດ​ງານຂອງ ​ທ່ານ ປອ. ບຸນຈັນ  ສິນທະວົງ ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ພັນທອງ ພິດທຸມມາ ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ວຽງສະຫວັດ ສີ​ພັນ​ດອນ ຮອງ​ລັດຖະມົນຕີ ກະຊວງ ໂຍທາທິການ ແລະ ຂົນສົ່ງ, ທ່ານ ບຸນ​ເລີດ ຫຼວງປະ​ເສີດ ຮອງ​ປະທານ ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ​ແຫ່ງ​ຊາດລາວ, ທ່ານ ພອນໄຊ ສຸດທິພົງ ປະທານ ສະມາຄົມ ສະຖາປານິກ ແລະ ວິສະວະກອນ ກໍ່ສ້າງລາວ.

ງານ​ວາງສະ​ແດງ​ສີນ​ຄ້າ ລະດັບ​ສາກົນ ທີ່​ລວມສາມ​ງານ​ໃນ​ທີ່​ດຽວກັນ ທາງ​ດ້ານ​ອຸດສາຫະກຳ​ອາຄານ ​ແລະ ການ​ກໍ່ສ້າງ, ການ​ບົວລະບັດ​ຮັກສາ​ນ້ຳ ​ແລະ ການ​ສະຫນອງ​ສີນ​ຄ້າ, ພ້ອມ​ທັງ​ງານ​ວາງສະ​ແດງ​ສີນ​ຄ້າ ກ່ຽວກັບ​ອາຫານ ​ແລະ ​ເຄື່ອງ​ດື່ມ​ອັນ​ດັບ 1 ​ໃຫຍ່​ທີ່​ສຸດ​ໃນ ສປປ ລາວ ​ ​ເຊິ່ງງານວາງສະແດງ Lao Top 3 Expo 2019 ນີ້ພາຍ​ໃນ​ງານ​ປະກອບ​ມີ​ທັງໝົດ 150ບູດ ມີ 12 ປະ​ເທດ​ເຂົ້າ​ຮ່ວມ​ລວມທັງຈີນ, ອິຕາລີ, ເຢຍລະມັນຍີ່ປຸ່ນ, ເກົາຫລີ, ມາເລເຊຍ, ປະເທດໄທ ແລະ ສິງກະໂປ ງານວາງສະແດງນີ້​ໄດ້ເປິດໂອກາດໃຫ້ຫຼາກຫຼາຍທຸລະກິດໂດຍສາເພາະ ບັນດາບໍລິສັດໃນປະເທດລາວ ແລະ ຍັງມີການນຳສະເໜີເຕັກໂນໂລຢີ ແລະ ຜະລິດຕະພັນໃໝ່ໆ ງານ​ວາງສະ​ແດງ​ນີ້ ຈະ​ດຳ​ເນີນ​ໄປ​​ເປັນ​ເວລາ 3 ວັນ ​ເລີມ​ແຕ່ 20-22 ມີຖຸນາ 2019 ​ທີ່ ຫໍ​ປະຊຸມ​ແຫ່ງ​ຊາດ ຫລັກ 6​.

ທ່ານ ບຸນ​ເລີດ ຫຼວງປະ​ເສີດ ຮອງ​ປະທານ ສະພາ​ການ​ຄ້າ ​ແລະ ອຸດສາຫະກຳ ​ແຫ່ງ​ຊາດລາວ ​ໄດ້​ກ່າວ​​ໃນພິທີ​ເປີດ​ງານ​ວາງສະ​ແດງ Lao Top 3 Expo 2019 ນີ້ ກໍ່ເປັນອີກງານໜື່ງທີ່ ມີ​ຄວາມ​ໝາຍຄວາມສຳຄັນ ເຊີ່ງໄດ້ຮ່ວມກັບ ສະມາຄົມສະຖາປານິກ ແລະ ວິສະວະກອນກໍ່ສ້າງລາວ ( ສສວ) ໃນການຈັດງານນີ້ຂື້ນມາ, ຈຸດປະສົງກໍ່ເພື່ອ ສ້າງ​ເວທີໃຫ້ຜູ້ປະກອບທຸລະກິດ ທາງດ້ານ ວັດສະດຸກໍ່ສ້າງ-ອາຄານ,  ເຄື່ອງກົນຈັກ, ເຄື່ອງໃຊ້ໄຟຟ້າ, ຂະແໜງພະລັງງານໄຟຟ້າ, ເຄື່ອງຕົກແຕ່ງພາຍໃນ, ອຸດສາຫະກຳໂຮງແຮມ-ຮ້ານອາຫານ ແລະ ຂະແໜ່ງການອື່ນໆທີ່ກ່ຽວຂ້ອງ, ທັງພາຍໃນ ແລະ ຕ່າງປະເທດ ໄດ້ນຳສີນຄ້າຂອງຕົນມາວາງສະແດງຢ່າງພ້ອມພຽງກັນ. ແລະ ພ້ອມດຽວກັນນັ້ນມັນໄດ້ເປີດໂອກາດໃຫ້ຜູ້ທີ່ເຂົ້າມາທ່ຽວຊົມງານໄດ້ເລືອກຊື່-ຊົມໃຊ້ສິນຄ້າ ທີ່ມີຄຸນນະພາບຈາກບໍລິສັດທີ່ມາວາງສະແດງທັງພາຍໃນ ແລະ ຕ່າງປະເທດ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword