ກອງປະຊຸມພົບປະເຈລະຈາທຸລະກິດ ການຄ້າ ແລະ ການລົງທຶນ ລາວ-ຈີນ

ກອງປະຊຸມພົບປະເຈລະຈາທຸລະກິດ ການຄ້າ ແລະ ການລົງທຶນ ລາວ-ຈີນ

ໃນວັນທີ 26 ພະຈິກ 2019 ໄດ້ຈັດງານກອງປະຊຸມພົບປະເຈລະຈາທຸລະກິດ(Business Matching) ການຄ້າ ແລະ ການລົງທຶນ ລາວ-ຈີນ ທີ່ ໂຮງແຮມດອນຈັນພາແລດ ນະຄອນຫລວງວຽງຈັນ. ໂດຍການເປັນທານຂອງ ທ່ານ ນາງ ຈັນທະຈອນ ວົງໄຊ, ຮອງປະທານ ສຄອຊ ແລະ ທ່ານ ນາງ ເປົາ ເວິ້ນເທົ່າ, ຮອງປະທານ ສະພາສົ່ງເສີມການຄ້າສາກົນຈີນ ປະຈຳແຂວງ ຢຸໜານ.

ຈຸດປະສົງຂອງກອງປະຊຸມແມ່ນ ເພື່ອສ່ົງເສີ່ມການເຈລະຈາຮ່ວມທຸລະກິດຂອງສອງປະເທດລາວ-ຈີນ, ພ້ອມທັງເປີດໂອກາດໃຫ້ຜູ້ປະກອບການພາຍໃນ ແລະ ຕ່າງປະເທດທີ່ເຂົ້າຮ່ວມ ໄດ້ມີໂອກາດເຈລະຈາ ແລະ ຮ່ວມທຸລະກິດກັນຫຼາຍຂື້ນ ງານກອງປະຊຸມຄັ້ງນີ້ລວມມີຂະແໜງກະສິກຳ-ປູກຝັງ ແລະ ປ່າໄມ້(ດອກໄມ້,ຊາບູຮານ,ຢາງພາລາ), ການນຳເຂົ້າ ແລະ ສົ່ງອອກເຄື່ອງອຸປະກອນການກໍ່ສ້າງ, ອຸດສາຫະກຳຂຸດຄົ້ນແຮ່ເຫຼັກ-ເຫຼັກເສັ້ນ, ລະບົບບໍາບັດນໍ້າ, ອຸປະກອນເຄື່ອງມືເທັກໂນໂລຊີທີທັນສະໄໝ, ສະຖາບັນການສືກສາ, ຂົນສົ່ງ, ກໍ່ສ້າງ-ຂົວທາງ ແລະ ອື່ນໆ ນອກຈາກນັ້ນ, ກໍ່ເປັນໂອກາດໃນການພົບປະໂອລົມ ແລະ ແລກປຽນບົດຮຽນ ກັບນັກທຸລະກິດຂອງສອງປະເທດ ດ້ວຍກັນ ໂດຍສະເພາະ ແມ່ນຈາກ ສປ ຈີນ.

ອີງຕາມນະໂຍບາຍ ຂອງລັດຖະບານ 2 ປະເທດ ໃນການສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ ໜື່ງແລວທາງ ໜື່ງເສັ້ນທາງ ໃນຊຸມປີຜ່ານມາການຂະຫຍາຍຕົວທາງດ້ານເສດຖະກິດການຄ້າ ລາວ ແລະ ຈີນ ມີການຂະຫຍາຍຕົວຢ່າງສູງສະເລ່ຍໃນແຕ່ລະປີ ສາມາດ ບັນລຸໄດ້ 6 ຕື້ ໂດລາ 800 ກ່າວໂຄງການ ​ແລະ​ ມີ​ທ່າ​ອ່ຽງ​ເພີ່ມ​ຂື້ນ.​ ປະຈຸ​ບັນ ລັດຖະບານລາວ ​ໄດ້​ເອົາ​ໃຈ​ໃສ່ປັບປຸງພັດທະນາໂຄງລ່າງພື້ນຖານ ​ແລະ ເພື່ອເຮັດໃຫ້ ສປປ ລາວ ປ່ຽນຈາກ Land lock ເປັນ Land link ນອກຈາກການສ້າງທາງລົດໄຟ ລາວ-ຈີນ ແລ້ວຍັງມີຄວາມຕ້ອງການປັບປຸງເສັ້ນທາງຕ່າງໆ ໂດຍສະເພາະເສັ້ນທາງຕາມແລວເສດຖະກິດເພື່ອອຳນວຍຄວາມສະດວກ ແລະ ເພີ່ມສະມັດຕະພາບ ໃນການຂົນສົ່ງ​ແຕ່​ພາກ​ເໜືອ​ເຖິງພາກ​ໃຕ້ ​ແລະ ​ເຊື່ອມ​ຕໍ່​ກັບ​ບັນດາ​ປະ​ເທດ​ອ້ອມ​ຂ້າງ​ເຊັ່ນ: ຈີນ, ​ໄທ, ຫວຽດນາມ, ກຳປູ​ເຈຍ ​ແລະ ​ອື່ນໆ ແຕ່ເນື່ອງຈາກວ່າລາວເອງຍັງມີທຶນຮອນທີ່ຈຳກັດໃນການລົງທຶນ ຈຶ່ງເຮັດໃຫ້ຍັງບໍ່ສາມາດພັດທະນາໄດ້ເຕັມທີ່  ສະນັ້ນການເຈລະຈາຮ່ວມທຸລະກິດຂອງສອງປະເທດລາວ-ຈີນ ຈຶ່ງເປັນບາດກ່າວໜື່ງທີ່ເຮັດໃຫ້ນັກທຸລະກິດ​ຈາກ ສປ ຈີນ ຈະ​ເຂົ້າ​ມາ​ດໍາ​ເນີນ​ການ​ລົງທຶນ ​ແລະ ຊ່ວຍຊຸກຍູ້ການພັດທະນາຂອງ ສປປ ລາວ ໂດຍສະເພາະແມ່ນດຳເນີນ ການຮ່ວມມືກັບ ບໍລສັດ ພາຍໃນຂອງ ລາວ ເຊິ່ງອາດລົງທຶນໃນຮູບແບບ ຕ່າງໆຕາມການຕົກລົງກັນເພື່ອພ້ອມກັນພັດທະນາ ​ແລະ ຕ່າງ​ຝ່າຍ​ຕ່າງ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ​ນອກຈາກ​ຂະ​ແໜງ​ການ​ດັ່ງກ່າວ ສປປ ລາວ ຍັງ​ມີ​ທ່າ​ແຮງ​ໃນ​ຂະ​ແໜງ​ການ​ຕ່າງໆ​ເຊັ່ນ: ທ່ອງ​ທ່ຽວ, ພະ​ລັງ​ງານ, ກະສິກຳ, ອຸດສາຫະກຳ ແລະ ອື່ນໆ​. ນອກຈາກນີ້ທ່ານຍັງສາມາດ​​ເລືອກ​ລົງທຶນ ​ໃນ 12 ​ເຂດ​ເສດຖະກິດ​ພິ​ເສດ ຂອງ ສປປ ລາວ ​ ເຊັ່ນ: ​​ເຂດ​​ເສດຖະກິດກວມລວມໄຊ​ເສດ​ຖາ, ເຂດເສດຖະກິດ ສະຫວັນປາກ ທີ່ ລົງທຶນໂດຍນັກທຸລະກິດ ຈີນ ​ຫລື ໃນເຂດຕ່າງໆ ເຊິ່ງການ​ລົງທຶນ​ໃນ​ເຂດ​ດັ່ງກ່າວທ່ານສາມາດ​​ໄດ້​ຮັບ​ນະ​ໂຍບາຍ​ພິ​ເສດ​ຢ່າງ​ຫຼວງ​ຫຼາຍ.

ທ່ານ ນາງ ຈັນທະຈອນ ວົງໄຊ ໄດ້ກ່າວຕໍ່ກອງປະຊຸມວ່າ: ​​ ຂ້າພະ​​ເຈົ້າ​ຕີ​ລາຄາ​ສູງ ​ແລະ ເຊື່ອ​ໝັ້ນ​ວ່າບົນ​ພື້ນຖານ​ການ​ຮ່ວມ​ມື​ 1 ​​ແລວ​ທາງ 1 ​ເສັ້ນທາງ, ການກໍ່ສ້າງທາງລົດໄຟຄວາມໄວສູງ ລາວ-ຈີນ ແລະ​ ຄວາມ​ພ້ອມພຽງ​ກັນ ຂອງ ທຸລະ​ກິດ ທັງ​ສອງ​ຝ່າຍ ກອງ​ປະຊຸມ​ໃນ​ມື້​ນີ້​ຈະ​ເປັນ​ນິມິດ​ໝາຍ​ອັນ​ດີ​ໃຫ້​ແກ່​ການ​ສົ່ງ​ເສີມ​ການຮ່ວມ​ມື​ເສດ​ຖະກິດ-​ການ​ຄ້າ ແລະ ການລົງທິນ ລະຫວ່າງ ລາວ-ຈີນ ​ໃຫ້​ນັບ​ມື້​ນັບ​ຂະຫຍາຍຕົວ ​ເລິກ​ເຊິ່ງ ​ແລະ ມີ​ປະສິດທິ​ຜົນ ​ແລະ ຫວັງ​ວ່າ​​ຜ່ານ​ກອງ​ປະຊຸມ​ໃນ​ມື້​ນີ້ ຈະ​ມີ​ນັກ​ລົງທຶນ ຈາກ ສປ ຈີນ ​ເຂົ້າ​ມາສຶກສາຊອກຫາຊ່ອງທາງໃນການດຳ​ເນີນ​ທຸລະ​ກິດ ​ແລະ ລົງທຶນ ​ໃນ ສປປ ລາວ ຫຼາຍ​ຂື້ນ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword