ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການຜະລິດ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການຜະລິດ

ກອງປະ­ຊຸມປຶກສາຫາ­ລືພາກທຸ­ລະກິດ ຂອງຂະ­ແໜງ­ການຜະ​ລິດ ໄດ້​ຖືກ​ຈັດ​ຂຶ້ນໃນວັນທີ 4 ກຸມ​ພາ 2020 ເວລາ 13:00 ຫາ 16:00 ໂມງ ທີ່ ສະ­ພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,​ ນະ​ຄອນ​ຫຼວງວຽ​ງ​ຈັນ ໂດຍການເປັນປະ­ທານ ຂອງ ທ່ານ ວັນທອງ ສິດທິກຸນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

ຈຸດ­ປະ­ສົງຫຼັກຂອງກອງ​ປະ­ຊຸມ​ຄັ້ງ​ນີ້ ​​ແມ່ນ ເພື່ອເປັນການລາຍງານຜົນຂອງກອງປະຊຸມທຸລະກິດລາວ ຄັ້ງທີ 12 ໃຫ້ແກ່ພາກທຸລະກິດ ແລະ ເປີດ​ໂອ­ກາດ​ໃຫ້​ບັັນ​ດາ​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ­ການຜະ​ລິດ  ລະ­ດົມ​ຄວາມ​ຄິດ, ປຶກ­ສາ​ຫາ­ລື ແລະ ສະ­ເໜີ​ບັນ­ຫາ​ທີ່​ເປັນ​ອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ແລະ ກຳ​ນົດ​ບັນ​ຫາ​ບູ​ລິ​ມະ​ສິດ​ຂອງ​ຂະ​ແໜງ​ການ ເພື່ອ​ໃຫ້ກອງ​ເລ­ຂາ​​ກອງ​ປະຊຸມ​ທຸ­ລະ​ກິດ​ລາວອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການຄົ້ນ­ຄວ້າກະ​ກຽມ​ບົດ​ສະ​ເໜີ​ບັນ​ຫາ ເພື່ອ​ໃຫ້​ພາກ​ທຸ​ລະ​ກິດ​ນຳ​ໄປ​ລາຍ​ງານພາກ​ລັດ­ຖະ­ບານ ພິ­ຈາ­ລະ­ນາ​ແກ້​ໄຂ, ກະ­ກຽມ​ໃສ່​ກອງ​ປະ­ຊຸມ​ທຸ­ລະ​ກິດ​ລາວ ຄັ້ງ​ທີ 13.

ໃນນີ້ໄດ້ມີຜູ້ປະ­ກອບການຈາກຂະ​ແໜ​ງ​ການຜະ​ລິດ ເຊັ່​ນ: ​ໂຮງພິມ, ​ບໍ​ລິ​ສັດຕັດ​ຍິບ, ບໍ​ລິ​ສັດ​ຜະ​ລິດ​ຊີ​ມັງ, ບໍ​ລິ​ສັດ​ປຸງ​ແຕ່ງ​ໄມ້ ແລະ ບໍ​ລິ​ສັດ​​ປຸງ​ແຕ່ງ​ກະ​ສິ​ກຳ ລວມທັງກອງເລ­ຂາຂອງກອງປະ­ຊຸມທຸ­ລະກິດລາວ ເຂົ້າຮ່ວມ ທັງໝົດເປັນຈໍານວນ 22 ທ່ານ. ​ໃນກອງ​ປະ​ຊຸມ ບັນ​ຫາ​ສ່ວນ​ໃຫຍ່ທີ່​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ­ການຜະ​ລິດ ໄດ້​ມີ​ການປຶກ­ສາ​ຫາ­ລື ແລະ ສະ­ເໜີທີ່ກອງປະ­ຊຸມປຶກສາຫາລື ພາກທຸ­ລະກິດຂອງຂະ­ແໜງ­ການຜ​ະ​ລິດ ແມ່ນ​ບັນ​ຫາ​ທີ່​ຕິດ​ພັນ​ກັບຂັ້ນ​​ຕອນ​ການ​ແຈ້ງ​ພາ​ສີ-ອາ​ກອນ ແລະ ​ນະ​ໂຍ​ບາຍ​ພາ​ສີ​-ອາ​ກອນເອງ, ​ລວມ​ເຖິງ ການສ້າງ​ຕັ້ງ​ທຸ​ລະ​ກິດ ໂດຍ​ສະ​ເພາະ​ແມ່ນ​ການ​ຂໍຈົດ​ທະ​ບຽນວິ​ສາ​ຫະ​ກິດ, ການ​ຂໍ​ອະ​ນຸ​ຍາດ​ສ້າງ​ຕັ້ງ​ໂຮງ​ງານ ແລະ ການ​ຂໍ​ໃບອະ​ນຸ​ຍາ​ດ​ອື່ນ​ໆ.

ຕາມ​ຂະ​ບວນການ​​ກົນ​ໄກກອງ​ປະ­ຊຸມ​ທຸ­ລະ​ກິດ​ລາວ ກ່ອນ​ທີ່​ບັນ​ຫາ​ຈະ​​ຖືກ​ຍົກ​​ສະ​ເໜີໃຫ້​ພາກ​ລັດ­ຖະ­ບານພິ­ຈາ­ລະ­ນາ​ແກ້​ໄຂ ແມ່ນ​​:

  • ບັນ​ດາ​ຜູ້​ປະ​ກອບ​ການ​ຈະ ປຶກ­ສາ​ຫາ­ລື ແລະ ແລກ​ປ່ຽ​ນ​ຄຳ​ຄິດ​ເຫັນ ທີ່ກອງປະ­ຊຸມປຶກ­ສາຫາ­ລືພາກທຸ­ລະກິດ ຕາມ​ຂະ​ແໜງ​ການ​ຂອງ​ຕົນ ເພື່ອ​ຄັດ​ຈ້ອນ​ເອົາ​ບັນ­ຫາ​ບູລິ​ມະ​ສິດທີ່​ເປັນ​ອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ເພື່ອ​ໃຫ້ກອງ​ເລ­ຂາ​​ກອງ​ປະຊຸມ​ທຸ­ລະ​ກິດ​ລາວ ຄົ້ນ­ຄວ້າ​.
  • ພາຍຫຼັງ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ, ພາກທຸ​ລ​ະ​ກິດ​ຈະ ນຳສະ​ເໜີເອົ​າ​ບັນ​ຫາ​ບູ​ລິ​ມະ​ສິດ ທີ່​ໄດ້​ຜ່ານ​ການ​ຄົ້ນ​ຄວ້າ ໃຫ້​ພາກ​ລັດພິ­ຈາ­ລະ­ນາ​ແກ້​ໄຂ ທີ່ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ໂດຍ​ການ​ເປັນ​ປະ​ທານ ຂອງ ຮອງ​ປະ​ທານ ສ​ະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ແຫ່ງ​ຊາດ​ລາວ ແລະ ຮອງ​ລັດ​ຖະ​ມົນ​ຕີ/ຄະ​ນະ​ກົມ ​ຂັ້​ນ​ກ​ະຊວງຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບບັນ​ຫາ ກ່ອນ​ຈະ​ນຳ​ຂຶ້ນ​ສະ​ເໜີ​ຕໍ່ກອງ​ປະ​ຊຸມ​ທຸ​ລະ​ກິດ​ລາວ ໂດຍ​ການ​ເປັນ​ປະ​ທານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ ສ​ປ​ປ ລາວ ເພື່ອ​ຮັບ​ຊາບ, ພິ​ຈາລະ​ນາແກ້​ໄຂ ຫຼື ມີ​ທິດ​ຊີ້​ນຳ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword