ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການຄ້າ ແລະ ການຂົນສົ່ງສິນຄ້າ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການຄ້າ ແລະ ການຂົນສົ່ງສິນຄ້າ

ໃນວັນທີ 6 ກຸມ​ພາ 2020 ເວລາ 13:00 ຫາ 16:00 ໂມງ ທີ່ສະ­ພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ​ ນະ​ຄອນ​ຫຼວງວຽ​ງ​ຈັນ, ໄດ້​ມີການ​ຈັດ​ກອງປະ­ຊຸມປຶກສາຫາ­ລືພາກທຸ­ລະກິດ ຂອງຂະ­ແໜງ­ການ​ຄ້າ ແລະ ການ​ຂົນ​ສົ່ງ​ສິນ​ຄ້າ

ໂດຍການເປັນປະ­ທານ ຂອງ ທ່ານ ວັນທອງ ສິດທິກຸນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ. ໃນນີ້ໄດ້ມີຜູ້ປະ­ກອບການຈາກຂະ​ແໜ​ງ​ການຄ້າ ແລະ ການຂົນສົ່ງສິນຄ້າ ເຊັ່​ນ: ບໍ​ລິ​ສັດ​ຂາຍ​ເຄື່ອງ​ໄຟ​ຟ້າ, ບໍ​ລິ​ສັດຕົວ​ແທນ​ຈຳ​ໜ່າຍ, ບໍ​ລິ​ສັດ​ນຳ​ເຂົ້າ-ສົ່ງ​ອອກ, ບໍ​ລິ​ສັດ​ການ​ຢາ, ບໍ​ລິ​ສັດ​ຜະ​ລິດ​ຢາ​ສູບ, ບໍ​ລິ​ສັດ​ປຸງ​ແຕ່ງໄມ້, ບໍ​ລິ​ສັດ​ປຸງ​ແຕ່ງ​ກະ​ສິ​ກຳ, ລວມທັງກອງເລ­ຂາຂອງກອງປະ­ຊຸມທຸ­ລະກິດລາວ ເຂົ້າຮ່ວມ ທັງໝົດເປັນຈໍານວນ 25 ທ່ານ.

ກອງ​ປະ­ຊຸມ​ຄັ້ງ​ນີ້​ມີ​ຈຸດ­ປະ­ສົງ​ຫຼັກ​ແມ່ນ ເພື່ອ​ເປີດ​ໂອ­ກາດ​ໃຫ້​ບັັນ​ດາ​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ­ການຄ້າ ແລະ ການຂົນສົ່ງສິນຄ້າ  ລະ­ດົມ​ຄວາມ​ຄິດ, ປຶກ­ສາ​ຫາ­ລື ແລະ ສະ­ເໜີ​ບັນ­ຫາ​ທີ່​ເປັນ​ອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ແລະ ກຳ​ນົດ​ບັນ​ຫາ​ບູ​ລິ​ມະ​ສິດ​ຂອງ​ຂະ​ແໜງ​ການ ເພື່ອ​ໃຫ້ກອງ​ເລ­ຂາ​​ກອງ​ປະຊຸມ​ທຸ­ລະ​ກິດ​ລາວອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການຄົ້ນ­ຄວ້າກະ​ກຽມ​ບົດ​ສະ​ເໜີ​ບັນ​ຫາ ເພື່ອ​ໃຫ້​ພາກ​ທຸ​ລະ​ກິດ​ນຳ​ໄປ​ລາຍ​ງານພາກ​ລັດ­ຖະ­ບານ ພິ­ຈາ­ລະ­ນາ​ແກ້​ໄຂ ກະ­ກຽມ​ໃສ່​ກອງ​ປະ­ຊຸມ​ທຸ­ລະ​ກິດ​ລາວ ຄັ້ງ​ທີ 13.

ບັນ​ຫາ​ສ່ວນ​ໃຫຍ່ທີ່​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ ການຄ້າ ແລະ ການຂົນສົ່ງສິນຄ້າ ໄດ້​ມີ​ການປຶກ­ສາ​ຫາ­ລື ແລະ ສະ­ເໜີທີ່ກອງປະ­ຊຸມປຶກສາຫາລື ພາກທຸ­ລະກິດຂອງຂະ­ແໜງ­ການບໍ­ລິ­ການ ແມ່ນ​ບັນ​ຫາ​ທີ່​ຕິດ​ພັນ​ກັບ​ການ​ເລີ່​ມ​ຕົ້ນ​ທຸ​ລະ​ກິດ ໂດຍ​ສະ​ເພາະ​ແມ່ນ​ບັນ​ຫາ​​ການ​ແຈ້ງ​ພາ​ສີ-ອາ​ກອນ ແລະ ​ນະ​ໂຍ​ບາຍ​ພາ​ສີ-ອາ​ກອນເອງ, ພ້ອມ​ທັງ ການຂໍຈົດ​ທະ​ບຽນ​ວິ​ສາ​ຫະ​ກິດ, ການ​ຂໍໃບ​ອ​ະ​ນຸ​ຍາດຕ່າງ​ທີ່​ຕິດ​ພັນກັບ​ການນຳ​ເຂົ້າ-​ສົ່ງ​ອອກ​​ ແລະ ການ​ແຂ່ງ​ຂັ້ນຈາກ​ທຸ​ລະ​ກິດ​ທີ່​ປະ​ຕິ​ບັດ​ບໍ່​ຖືກ​ຕ້ອງ​ຕາ​ມ​ລະ​ບຽບ​ກົດ​ໝາຍ.

ຜູ້​ປະ​ກອບ​ການ​ໃດ​ທີ່​ສົນ​ໃຈ​ຢາກ​ສະ​ເໜີ ບັນ​ຫາທີ່​ຕົນຄິດ​ວ່າເປັນອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ແມ່ນ​​ສະ​ເໜີໃຫ້​ມີ​ສ່ວນ​ຮ່ວມ​ໃນ​ຂະ​ບວກ​ການ​ກົນກອງ​ປະ­ຊຸມ​ທຸ­ລະ​ກິດ​ລາວ ກ່ອ​ນ​​ການຄັດ​ຈ້ອນ​ເອົາ​ບັນ­ຫາ​ບູລິ​ມະ​ສິດເພື່ອ​ຍົກ​​​ສະ​ເໜີໃຫ້​ພາກ​ລັດ­ຖະ­ບານພິ­ຈາ­ລະ­ນາ​ແກ້​ໄຂ ໂດຍ​ຕິດ​ຕໍ່​​ປະ​ສານ​ງານມາ​​ທີ່ ກອງ​ເລ​ຂາ​ກອງປະ­ຊຸມ​ທຸ­ລະ​ກິດ​ລາວ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword