ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການກະສິກຳ

ກອງປະຊຸມປຶກສາຫາລືພາກທຸລະກິດ ຂອງຂະແໜງການກະສິກຳ

ກອງປະ­ຊຸມປຶກສາຫາ­ລືພາກທຸ­ລະກິດ ຂອງຂະ­ແໜງ­ການກະ​ສິ​ກຳ ​ໄດ້​ຖືກ​ຈັດ​ຂຶ້ນໃນວັນທີ 6 ມີ​ນາ 2020 ທີ່ສະ­ພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,​ ນະ​ຄອນ​ຫຼວງວຽ​ງ​ຈັນ.​

ໂດຍການເປັນປະ­ທານ ຂອງ ທ່ານ ພູ­ໄຊ ເທບພະວົງ, ເລ­ຂາ­ທິ­ການ ສະ­ພາການຄ້າ ແລະ ອຸດສາຫະກໍາແຫ່ງ ຊາດລາວ. ໃນນີ້ໄດ້ມີຜູ້ປະ­ກອບການຈາກຂະ​ແໜ​ງ​ການ​ກະ​ສິ​ກຳ ເຊັ່​ນ: ​ຊາວ​ກະ​ສິ​ກອນ, ເຈົ້າ​ຂອງ​ສວນ​ປູກ, ເຈົ້າ​ຂອງ​ຟາມ​ລ້ຽງ​ສັດ, ຮ້ານ​ຄ້າ​ກະ​ສິ​ກຳ, ບໍ​ລິ​ສັດນຳ​ເຂົ້າສະ​ບຽງ​ອາ​ຫານ, ພໍ່​ຄ້າ/ແມ່​ຄ້າ​ຄົນ​ກາງ, ຄ​ຣີ​ນິກ ສັດ​ຕະ​ວະ​ເພດ, ສະ​ມາ​ຄົມ​ກະ​ສິ​ກຳ, ແລະ ສະ​ມາ​ຄົມ​ຜູ້​ຜະ​ລິດ​ກະ​ສິ​ກຳ​ອີນ​ຊີ ລວມທັງກອງເລ­ຂາຂອງກອງປະ­ຊຸມທຸ­ລະກິດລາວ ເຂົ້າຮ່ວມ ທັງໝົດເປັນຈໍານວນ 45 ທ່ານ.

ຈຸດ­ປະ­ສົງ​ຫຼັກຂອງກອງ​ປະ­ຊຸມ​ຄັ້ງ​ນີ້​ມີ​ ​ແມ່ນ ເພື່ອ​ເປີດ​ໂອ­ກາດ​ໃຫ້​ບັັນ​ດາ​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ­ການ​​ກະ​ສິ​ກຳ  ລະ­ດົມ​ຄວາມ​ຄິດ, ປຶກ­ສາ​ຫາ­ລື ແລະ ສະ­ເໜີ​ບັນ­ຫາ​ທີ່​ເປັນ​ອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ແລະ ກຳ​ນົດ​ບັນ​ຫາ​ບູ​ລິ​ມະ​ສິດ​ຂອງ​ຂະ​ແໜງ​ການ ເພື່ອ​ໃຫ້ກອງ​ເລ­ຂາ​​ກອງ​ປະຊຸມ​ທຸ­ລະ​ກິດ​ລາວອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການຄົ້ນ­ຄວ້າກະ​ກຽມ​ບົດ​ສະ​ເໜີ​ບັນ​ຫາ ເພື່ອ​ໃຫ້​ພາກ​ທຸ​ລະ​ກິດ​ນຳ​ໄປ​ລາຍ​ງານພາກ​ລັດ­ຖະ­ບານ ພິ­ຈາ­ລະ­ນາ​ແກ້​ໄຂ ກະ­ກຽມ​ໃສ່​ກອງ​ປະ­ຊຸມ​ທຸ­ລະ​ກິດ​ລາວ ຄັ້ງ​ທີ 13.

ຕາມ​ຂະ​ບວນການ​​ກົນ​ໄກກອງ​ປະ­ຊຸມ​ທຸ­ລະ​ກິດ​ລາວ ກ່ອນ​ທີ່​ບັນ​ຫາ​ຈະ​​ຖືກ​ຍົກ​​ສະ​ເໜີໃຫ້​ພາກ​ລັດ­ຖະ­ບານພິ­ຈາ­ລະ­ນາ​ແກ້​ໄຂ ແມ່ນ​​: (1) ບັນ​ດາ​ຜູ້​ປະ​ກອບ​ການ​ຈະ ປຶກ­ສາ​ຫາ­ລື ແລະ ແລກ​ປ່ຽ​ນ​ຄຳ​ຄິດ​ເຫັນ ທີ່ກອງປະ­ຊຸມປຶກ­ສາຫາ­ລືພາກທຸ­ລະກິດ ຕາມ​ຂະ​ແໜງ​ການ​ຂອງ​ຕົນ ເພື່ອ​ຄັດ​ຈ້ອນ​ເອົາ​ບັນ­ຫາ​ບູລິ​ມະ​ສິດທີ່​ເປັນ​ອຸ­ປະ­ສັກ​ຕໍ່​ການ​ດໍາ​ເນີນ​ທຸ­ລະ​ກິດ​ໃນ​ຂະ­ແໜງ­ການ​ຂອງ​ຕົນ ເພື່ອ​ໃຫ້ກອງ​ເລ­ຂາ​​ກອງ​ປະຊຸມ​ທຸ­ລະ​ກິດ​ລາວ ຄົ້ນ­ຄວ້າ​. (2) ພາຍຫຼັງ​ການ​ຄົ້ນ​ຄວ້າ​ດັ່ງ​ກ່າວ, ພາກທຸ​ລ​ະ​ກິດ​ຈະ ນຳສະ​ເໜີເອົ​າ​ບັນ​ຫາ​ບູ​ລິ​ມະ​ສິດ ທີ່​ໄດ້​ຜ່ານ​ການ​ຄົ້ນ​ຄວ້າ ໃຫ້​ພາກ​ລັດພິ­ຈາ­ລະ­ນາ​ແກ້​ໄຂ ທີ່ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດ ໂດຍ​ການ​ເປັນ​ປະ​ທານ ຂອງ ຮອງ​ປະ​ທານ ສ​ະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ແຫ່ງ​ຊາດ​ລາວ ແລະ ຮອງ​ລັດ​ຖະ​ມົນ​ຕີ/ຄະ​ນະ​ກົມ ຂອງ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກັບບັນ​ຫາ. (3) ຜ່ານກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ລະ​ຫວ່າງ​ພາກ​ລັດ ແລະ ພາກ​ທຸ​ລະ​ກິດແລ້ວ, ທາງ ຄະ​ນະ​ກຳ​ມະ​ການ​ຊີ້​ນຳ ແລະ ປະ​ສານ​ງານກອງ​ປະຊຸມ​ທຸ­ລະ​ກິດ​ລາວ ​ ຊຶ່ງ​ປະ​ກອບ​ດ້ວຍ ລັດ​ຖະ​ມົນ​ຕີ ກະ​ຊວງ ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ, ​ຄະ​ນະປະ​ທານ ສ​ະ​ພາ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ແຫ່ງ​ຊາດ​ລາວ ແລະ ​ຄະ​ນະ​ກົມ​ຄົ້ນ​ຄວ້າ​ສັງ​ລວມ, ຫ້​ອງວ່າ​ການ​ສຳ​ນັກ​ງານ​ນາ​ຍົກ​ລັດ​ຖະມົນ​ຕີ ຊຶ່ງຈະກຳ​ນົດ​ວາ​ລະ​ກອງ​ປະ​ຊຸ​ມທຸ​ລະ​ກິດ​ລາວ ປະ​ຈຳ​ປີ​.

ບັນ​ຫາ​ສ່ວນ​ໃຫຍ່ທີ່​ຜູ້​ປະ­ກອບ​ການ​ຈາກ​ຂະ­ແໜງ­ການກະ​ສິ​ກຳ ໄດ້​ມີ​ການປຶກ­ສາ​ຫາ­ລື ແລະ ສະ­ເໜີທີ່ກອງປະ­ຊຸມປຶກສາຫາລື ພາກທຸ­ລະກິດຂອງຂະ­ແໜງ­ການ​ກະ​ສິ​ກຳ ແມ່ນ​ບັນ​ຫາ​ທີ່​ຕິດ​ພັນ​ກັບ​ກົນ​ໄກ​ຕະຫຼາດ​ທີ່ບໍ່​ເປັນ​ທຳ​ຕໍ່​ຊາວ​ກະ​ສິ​ກອນພາຍ​ໃນ, ການຂໍ​ອະ​ນຸ​ຍາດຕ່າງໆ ພ້ອມ​ທັງ​ກັບຄ່າທຳ​ນຽມ ແລະ ຄ່າ​ໃຊ້​ຈ່າຍ​ຕ່າງໆ ​ທີ່​ແພງຂຶ້ນ.

 

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword