ພິທີມອບໃບຢັ້ງຢືນຝຶກອົບຮົມໃນຫຼັກສູດ ກຳນົດມາດຕະຖານຄຸນນະພາບສາກົນແບບຍືນຍົງ Voluntary Sustainability Standards module (VSS)

ພິທີມອບໃບຢັ້ງຢືນຝຶກອົບຮົມໃນຫຼັກສູດ ກຳນົດມາດຕະຖານຄຸນນະພາບສາກົນແບບຍືນຍົງ Voluntary Sustainability Standards module (VSS)

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເລີ້ມຈັດຕັ້ງປະຕິບັດໂຄງການ ສົ່ງເສີມການພັດທະນາ ການຄ້າແບບຍືນຍົງ ໃນ ສປປ ລາວ, Trade For Sustainable Development (T4SD) Hub Laos

ໄດ້ເລີ້ມຕົ້ນຈັດຕັ້ງປະຕິບັດແຕ່ເດືອນ 7 ປີ 2019 ເປັນຕົ້ນມາ ໂດຍການ ສະໜັບສະໜູນຈາກ ສູນການຄ້າສາກົນ ( International Trade Center ) ITC ໂດຍໂຄງການ (T4SD) Hub Laos ຈະເນັ້ນຝຶກອົລຮົມດ້ານວິຊາການໃຫ້ພາກທຸລະກິດ ໃນ 2 ຫຼັກສູດຄື:
1. ກຳນົດມາດຕະຖານຄຸນນະພາບສາກົນແບບຍືນຍົງ Voluntary Sustainability Standards module (VSS)
2. ການກຳນົດສິນຄ້າ ແລະ ຊ່ອງທາງການຕະຫຼາດ Positioning of Products on International Markets

ໃນວັນທີ 17 ມິຖຸນາ 2020 ໄດ້ມີພິທີມອບໃບຢັ້ງຢືນໃຫ້ແກ່ບໍລິສັດທີ່ສຳເລັດການເຂົ້າຮ່ວມຝຶກອົບຮົມໃນຫຼັກສູດ ກຳນົດມາດຕະຖານຄຸນນະພາບສາກົນແບບຍືນຍົງ Voluntary Sustainability Standards module (VSS) ໃນ 03 ຂະແໜງການ ຄື: ຊາ, ກາເຟ ແລະ ເຂົ້າ ລວມມີ 15 ບໍລິສັດ. ຫຼັກສູດ ນີ້ແມ່ນເພື່ອຊ່ວຍຜູ້ປະກອບການ ຫຼື ວິສາຫະກິດ ສາມາດເຂົ້າໃຈເຖິງຂະບວນການ ແລະ ຂັ້ນຕອນຕ່າງໆ ກ່ຽວກັບມາດຕະຖານສາກົນໃນກອບເງື່ອນໄຂ ທີ່ອົງການຮັບຮອງຂອງມາດຕະຖານສາກົນໄດ້ກຳນັດໄວ້ ເຊັ່ນ: ມາດຕະຖານສິນຄ້າປອດສານພິດ (Organic); ການຄ້າທີເປັນທຳ (Fairtrade) ແລະ ອື່ນໆ.

ໃນມື້ດຽວກັນກໍ່ໄດ້ສືບຕໍ່ເປີດ ຫຼັກສູດທີ່ 2 ຄື ຫຼັກສູດ ການກຳນົດສິນຄ້າ ແລະ ຊ່ອງທາງການຕະຫຼາດ Positioning of Products on International Markets, ສຳລັບຫົວຂໍ້ທີ່ 2 ນີ້ທ່ານໃດສົນໃຈ ສາມາດພົວພັນໄດ້ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພະແນກ ພັດທະນາທຸລະກິດ ແລະ ວາງສະແດງ

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword