ພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສູນບໍລິການ SME​ ກັບ ທະນາຄານພັດທະນາລາວ, ທະນາຄານ ຊາຄອມແບັງລາວ

ພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສູນບໍລິການ SME​ ກັບ ທະນາຄານພັດທະນາລາວ, ທະນາຄານ ຊາຄອມແບັງລາວ

ໃນຕອນບ່າຍ ວັນທີ 03 ກໍລະກົດ 2020 ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ)​ ໄດ້ມີພິທີເຊັນຂໍ້ຕົກລົງຮ່ວມມືລະຫວ່າງ ສູນບໍລິການ ວິສາຫະກິດຂະໜາດນ້ອຍ ແລະ ກາງ (ສບວ)​ ກັບ ທະນາຄານພັດທະນາລາວ (ທພລ), ທະນາຄານ ໄຊງ່ອນເທຶອງຕິ່ນລາວ (ຊາຄອມແບັງລາວ)​

ໂດຍມີຈຸດປະສົງ ເພື່ອເປັນແນວທາງໃນການແລກປ່ຽນ ແລະ ເຜີຍແຜ່ຂໍ້ມູນຂ່າວສານເພື່ອອຳນວຍຄວາມສະດວກ ແລະ ສົ່ງເສີມຜູ້ປະກອບກິດຈະການ ຈຸນລະວິສາຫະກິດ,​ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຮູ້ເຖິງຂໍ້ມູນຂ່າວສານຜະລິດຕະພັນຕ່າງໆຂອງທະນາຄານຢ່າງສະດວກ ແລະ ວ່ອງໄວ ໃນການເຂົ້າຫາແຫຼ່ງທຶນຂອງທະນາຄານ.

ເມື່ອເກິດວິກິດການແຜ່ລະບາດຂອງພະຍາດອັກເສບປອດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ໄດ້ສົ່ງຜົນກະທົບຕໍ່ ຈຸນລະວິສາຫະກິດ,​ ວິສາຫະກິດຂະໜາດນ້ອຍ ແລະ ກາງ ຢ່າງຮຸນແຮງ ຈົນສົ່ງຜົນໃຫ້ຜູ້ປະກອບກິດຈະການ ພົບກັບຄວາມຍຸ້ງຍາກຫຼາຍພໍສົມຄວນ, ເນື່ອງຈາກພຶດຕິກຳຂອງຜູ້ບໍລິໂພກມີການປ່ຽນແປງ ຕາມມາດ້ວຍສະພາບເສດຖະກິດຢຸດສະງັກ.​ ເພື່ອຜັນຂະຫຍາຍແນວທາງນະໂຍບາຍ ຂອງລັດຖະບານ ໃນການສົ່ງເສີມຜູ້ປະກອບກິດຈະການ ໃນ ສປປ ລາວ ໃນການເຂົ້າຫາແຫຼ່ງທຶນຕ່າງໆ ມາຊ່ວຍຟື້ນຟູ ແລະ ປັບປຸງທຸລະກິດຂອງຕົນເອງພາຍຫຼັງວິກິດການ COVID-19, ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ຈະໄດ້ຮ່ວມມືກັບບັນດາອົງກອນ ແລະ ສະຖາບັນຕ່າງໆເພື່ອຫາແນວທາງວິທີການຊ່ວຍເຫຼືອ ແລະ ສ້າງກິດຈະກຳທາງດ້ານ Digital Marketing ຂຶ້ນມາ.​

Related Posts

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)

ພິທີເປີດ ກອງປະຊຸມສົນທະນາ ການຮ່ວມມືສອງຝ່າຍ ລະຫວ່າງ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນພັດ ທະນາອາຊີວະສຶກສາ (ສພອ)…Read more
ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ອົງການປະກັນສັງຄົມແຫ່ງຊາດ ໄດ້ຈັດກອງປະຊຸມສະພາບໍລິຫານ ຄັ້ງທີ XIII

ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສຄອຊ ແລະ ທ່ານ ພູໄຊ ເທບພະວົງ ເລຂາທິການ ສຄອຊ ເຂົ້້າຮ່ວມ ກອງປະຊຸມສະພາບໍລິຫານ ຄັ້ງທີ…Read more

ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ພ້ອມຄະນະ ເຂົ້າຮ່ວມ ກອງປະຊຸມຄະນະສະພາທີ່ປຶກສາທຸລະກິດອາຊຽນ ຄັ້ງທີ 100,…Read more

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມ ສະໄໝສາມັນຂອງສະພາທີ່ປຶກສາອາຊີວະສຶກສາ ຄັ້ງທີ X

ກອງປະຊຸມສະໄໝາສມັນຂອງສະພາທີ່ປຶກສາອາຊີວະສຶກສາຄັ້ງທີ X ໃນຕອນບ່າຍ ວັນທີ 08 ເມສາ 2024, ທີ່ ຄຣາວພາຊາ ນະຄອນຫຼວງວຽງຈັນ ທ່ານ ປະລິນຍາເອກ ໄຊບັນດິດ ຣາຊະພົນ,…Read more

Enter your keyword