ກອງປະຊູມໃຫຍ່ຄັ້ງທີ III ຂອງສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງນ້ຳທາ

ກອງປະຊູມໃຫຍ່ຄັ້ງທີ III ຂອງສະພາການຄ້າ ແລະ ອຸດສາຫະກໍາແຂວງຫຼວງນ້ຳທາ

ວັນທີ 18 ກັນຍາ 2020 ນີ້ ຢູ່ທີ່ສະໂມສອນ ແຂວງຫຼວງນ້ໍາທາ ສະພາການຄ້າ ແລະ ອຸດສາຫະ ກຳແຂວງ ໄດ້ຈັດກອງປະຊູມໃຫຍ່ຄັ້ງທີ III ຂື້້ນ

ໂດຍການເປັນປະທານຂອງ ທ່ານ ບຸນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນ້ຳທາ ໃຫ້ກຽດເຂົ້າຮ່ວມ ຂອງ ທ່ານ ຄຳໄຫຼ ສີປະເສີດ ເລຂາຄະນະບໍລິຫານງານພັກແຂວງ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ມີເຈົ້າເມືອງ 5 ເມືອງ, ພາກສ່ວນທີກ່ຽວຂ້ອງທັງພາກລັດ ແລະ ນັກທຸລະກິດພາຍໃນແຂວງເຂົ້າຮ່ວມ.

ທ່ານ ບຸນສົງ ແກ້ວມະນີວົງ ປະທານສະພາການຄ້າ ແລະ ອຸດສາຫະກໍາແຂວງ ໄດ້ຜ່ານບົດສະ ຫຼຸບການຈັດຕັ້ງປະຕິບັດ ວຽກງານຂອງສະພາການຄ້າ ແລະ ອຸດສາຫະກຳແຂວງຫຼວງນ້ຳທາ ແຕ່ປີ 2017-2019 ສະພາການຄ້າ ແລະ ອຸດສາຫະກໍາແຂວງ ມີພາລະບົດບາດເປັນຕົວແທນໃຫ້ແກ່ ຜູ້ໃຊ້ແຮງງານ ສະມາຄົມເສດຖະກິດ ກຸ່ມທຸລະກິດ, ສະຫະກອນ, ກຸ່ມຜູ້ປະກອບການອິດສະຫຼະ ທີເຮັດໜ້າທີເຊື່ຶອມຕໍ່ລະຫວ່າງອົງການຈັດຕັ້ງຂອງລັດ ແລະ ພາກເອກະຊົນ.  ຕະຫຼອດໄລຍະຜ່ານມາໄດ້ເອົາໃຈໃສ່ເຮັດໜ້າທີ່ຕາມພາລະບົດບາດ ຂອບເຂດສິດ ແລະ ໜ້າທີ ຂອງຕົນດ້ວຍຄວາມຮັບຜິດຊອບສູງ. ການເຕີບໂຕຂອງເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ ເຊິ່ງສະແດງອອກໃນອັດຕາການຂະຫຍາຍ ຕົວລວມຍອດຜະລິດຕະພັນພາຍໃນປີ 2019 GDP ຂະຫຍາຍຕົວ 8,83% ,ໃນນີ້ຂະແໜງກະສິກຳ-ປ່າໄມ້ ຂະຫຍາຍຕົວ 9,55%, ຂະແໜງອຸດສາຫະກຳ ຂະຫຍາຍຕົວ 7,82%, ຂະແໜງການບໍລິການຂະຫຍາຍ ຕົວ 7,94% ພາສີ-ອາກອນ ຂະຫຍາຍຕົວ 11,16% ຜ່ານການຈັດຕັ້ງປະຕິບັດລວມຍອດຜະລິດຕະພັນພາຍໃນບັນລຸໄດ້ 2.876 ຕື້ກວ່າກີບ ເທົ່າກັບ 94 % ຂອງແຜນການປີ ທຽບໃສ່ປີຜ່ານມາເພີ່ມຂື້ນ 6,34% ສະເລ່ຍໃສ່ຫົວຄົນໄດ້ 1.732 ໂດລາສະຫະລັດຕໍ່ຄົນຕໍ່ປີ,  ການລົງທຶນຂອງເອກະຊົນພາຍໃນ  ແລະ ຕ່າງ ປະເທດ ປະຕິບັດໄດ້ 272 ວິສາຫະກິດ  ມູນຄ່າ 1.743.376 ລ້ານກີບ, ການລົງທຶນສຳປະທານ 10 ໂຄງການມູນຄ່າ 111.826 ລ້ານກີບ, ກິດຈະການທົ່ວໄປ 202 ວິສາຫະກິດ, ມູນຄ່າ 1.516.799 ລ້ານກີບ ແລະ ການລົງທຶນເຂດເສດຖະກິດພິເສດ 60 ວິສາຫະກິດ ມູນຄ່າ 114.751 ລ້ານກີບ.

ທິດທາງແຜນການໃນຕໍ່ໜ້າແມ່ນຈະດ້ສືບຕໍ່ຈັດຕັ້ງປະຕິບັດຕາມແຜນພັດທະນາເສດຖະກິດ-ສັງຄົມ 5 ປີຄັ້ງທີ VIII ໃຫ້ບັນລຸຕາມຄາດໝາຍ ຮັບປະກັນສະຖຽນລະພາບທາງດ້ານການເມືອງ  ສັງຄົມມີຄວາມສະຫງົບເປັນລະບຽບຮຽບຮ້ອຍ ພັດທະນາແຂວງຫຼວງນ້ຳທາໃຫ້ຫຼຸດພົນອອກຈາກຄວາມທຸກຍາກ ຕາມເປົ້າໝາຍຂອງລັດຖະບານ ຊຸກຍູ້ການຂະຫຍາຍຕົວຂອງເສດຖະກິດ ຕາມທິດພັດທະນາສີຂຽວແລະ ຍືນຍົງ. ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານສະພາການຄ້າ ແລະ ອຸດສາຫະກຳແຂວງ ຊຸດໃໝ່ເຊີ່ງມີຜູ້ສະມັກ 20 ທ່ານ ເລືອກເອົາ 15 ທ່ານ ກອງປະຊູມໄດ້ເຫັນດີເປັນເອກະພາບກັນເລືອກເອົາ ທ່ານ ບຸນສົງ ແກ້ວມະນີວົງ ເປັນປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ ຊຸດໃໝ່ພ້ອມດ້ວຍຄະນະອີກ 14 ທ່ານ ເພື່ອຊີ້ນຳໆພາວຽກງານໃນຕໍ່ໜ້າ.

 ຂ່າວ: ອຸ້ມ

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword