ກອງປະຊຸມວິຊາການກ່ຽວກັບ ລະບຽບການ ວ່າດ້ວຍ ສິນຄ້າ ທີ່ປາສະຈາກການທໍາລາຍປ່າໄມ້ ຂອງສະຫະພາບເອີຣົບ (EUDR) ໃນ ສປປ ລາວ ຂະແໜງການທຸລະກິດຢາງພາລາ ຂອງ ສປປ ລາວ

ກອງປະຊຸມວິຊາການກ່ຽວກັບ ລະບຽບການ ວ່າດ້ວຍ ສິນຄ້າ ທີ່ປາສະຈາກການທໍາລາຍປ່າໄມ້ ຂອງສະຫະພາບເອີຣົບ (EUDR) ໃນ ສປປ ລາວ ຂະແໜງການທຸລະກິດຢາງພາລາ ຂອງ ສປປ ລາວ

ກອງປະຊຸມວິຊາການກ່ຽວກັບ ລະບຽບການ ວ່າດ້ວຍ ສິນຄ້າ ທີ່ປາສະຈາກການທໍາລາຍປ່າໄມ້ ຂອງສະຫະພາບເອີຣົບ (EUDR) ໃນ ສປປ ລາວ ຂະແໜງການທຸລະກິດຢາງພາລາ ຂອງ ສປປ ລາວ, ໃນວັນທີ 16 ສິງຫາ 2024, ທີ່ໂຮງແຮມ ແກຣນລີເວີຊາຍ II, ເມືອງວັງວຽງ ແຂວງວຽງຈັນ.

ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ອິນປອນ ແສນຄຳຕີ, ຫົວໜ້າປະສານງານ, ສະຫະພາບເອີຣົບ ປະຈໍາຢູ່ ສປປ ລາວ, ພ້ອມດ້ວຍ ທ່ານ ດຣ. ບຸນຖອງ ບົວຫອມ, ປະທານສະມາຄົມ ຢາງພາລາລາວ, ບັນດາ ກົມທີ່ກ່ຽວຂ້ອງ, ພະແນກອຸດສາຫະກຳ ການຄ້າແຂວງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງວຽງຈັນ, ສຄອ ແຂວງ, ໂຮງຮຽນເຕັກນິກວິຊາຊີບ, ສະມາຄົມກຸ່ມທຸລະກິດ, ຂະແໜງທຸລະກິດຢາງພາລາ, GIZ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມໃນກອງປະຊຸມ, ກອງປະຊຸມໃນຄັ້ງນີ້ໄດ້ຮັບ ການສະໜັບສະໜູນຈັດຕັ້ງປະຕິບັດໂດຍ ສະຫະພາບເອີຣົບປະຈຳຢູ່ ສປປ ລາວ.
ຈຸດປະສົງກອງປະຊຸມ ແມ່ນເພື່ອແລກປ່ຽນ ເນື້ອໃນ ກ່ຽວກັບຜົນສະທ້ອນຂອງ ລະບຽບການ ວ່າດ້ວຍ ສິນຄ້າ ທີ່ປາສະຈາກການທໍາລາຍປ່າໄມ້ ຂອງສະຫະພາບເອີຣົບ ແລະ ປຶກສາຫາລືໃນການສ້າງຄວາມເຂົ້າໃຈ ກ່ຽວກັບ ເນື້ອໃນທີ່ສຳຄັນຂອງ (EUDR), ໃນນັ່ນ ຜົນສະທ້ອນຂອງລະບຽບການນີ້ ຕໍ່ ກັບ ບັນດາສິນຄ້າ ແລະ ຜະລິດຕະພັນ ຂອງ ສປປ ລາວ ທີ່ກຳລັງສົ່ງອອກ ຫຼື ຈະສົ່ງອອກ ໄປຍັງຕະຫຼາດຂອງ EU ໃນອານາຄົດ ແລະ ໄດ້ສ້າງຈິດສໍານຶກ ແລະ ສ້າງຄວາມເຂົ້າໃຈ ກ່ຽວກັບ EUDR ແລະ ຂໍ້ກຳນົດ ທາງດ້ານວິຊາການ ໃຫ້ແກ່ ບັນດາບໍລິສັດ ທີ່ຜະລິດ, ປຸງແຕ່ງ ແລະ ສົ່ງອອກຢາງພາລາ, ກຸ່ມສະຫະກອນຜະລິດຢາງພາລາ ແລະ ທຸລະກິດທີ່ຄອບຄົວຜະລິດຢາງພາລາ,
ພາຍໃຕ້ລະບຽບການນີ້ ຜູ້ຜະລິດສິນຄ້າ ທີ່ຢູ່ນອກອານາເຂດຂອງ EU ແມ່ນບໍ່ມີພັນທະ ໃນການດໍາເນີນ ການປະເມີນ ຄວາມຖືກຕ້ອງຂອງສິນຄ້າ. ຜູ້ຜະລິດສິນຄ້າ ແລະ ປະຊາຊົນ ທີ່ຜະລິດສິນຄ້າ ຢູ່ໃນ ສປປ ລາວ ອາດຖືກຖາມຂໍ້ມູນ ໂດຍຄູ່ຮ່ວມທຸລະກິດຂອງເຂົາເຈົ້າ ເພື່ອໃຫ້ບັນລຸຕາມພັນທະໃນການປະເມີນ ຄວາມຖືກຕ້ອງຂອງສິນຄ້າ, ຂໍ້ກຳນົດ ການຕິດຕາມແຫຼ່ງທີ່ມາຂອງສິນຄ້າ ໃນ EUDR ອາດຈະກໍ່ໃຫ້ມີສິ່ງທ້າທາຍ ໃນບາງສະພາບການ ແຕ່ວ່າຍັງໄດ້ສ້າງໂອກາດທີ່ດີໃຫ້ການດຳເນີນທຸລະກິດ ໂດຍສະເພາະແມ່ນ ສຳລັບຂະແໜງການທຸລະກິດຢາງພາລາ ຂອງ ສປປ ລາວ.
ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວໄດ້ກ່າວເນັ້ນວ່າ: “ ກອງປະຊຸມນີ້ ໄດ້ໃຫ້ທິດທາງທີ່ຈະແຈ້ງ ໃຫ້ແກ່ ຜູ້ດຳເນີນທຸລະກິດຂະແໜງການຢາງພາລາ ໃນ ສປປ ລາວ, ໂດຍສະເພາະແມ່ນ ທຸລະກິດຄອບຄົວ ເຊິ່ງໄດ້ເຂົ້າໃຈ ໃນການສະໜອງຂໍ້ມູນ ກ່ຽວກັບ ພື້ນທີ ທີ່ຕັ້ງຂອງສິນຄ້າ ແລະ ສິນຄ້າທີ່ຖືກຕ້ອງຕາມກົດໝາຍ ໃຫ້ຄູ່ຮ່ວມທຸລະກິດ ຫຼື ຜູ້ຊື້ ຂອງເຂົາເຈົ້າ ເພື່ອຈັດຕັ້ງປະຕິບັດໃຫ້ຖືກຕ້ອງສອດຄ່ອງກັບພັນທະຂອງ EUDR ເຊິ່ງຈະເປັນການເພີ່ມການຂາຍສິນຄ້າ ແລະ ການສ້າງລາຍຮັບ ໃຫ້ແກ່ເຂົາເຈົ້າ ເພື່ອປັບປຸງຊິວິດການເປັນຢູ່ ”

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword