ກອງປະຊຸມເພື່ອກະກຽມການສຳຫຼວດຫົວໜ່ວຍທຸລະກິດ ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດ ຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການສ້າງສິ່ງອຳນສຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ

ກອງປະຊຸມເພື່ອກະກຽມການສຳຫຼວດຫົວໜ່ວຍທຸລະກິດ ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດ ຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການສ້າງສິ່ງອຳນສຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ

ກອງປະຊຸມເພື່ອກະກຽມການສຳຫຼວດຫົວໜ່ວຍທຸລະກິດ ພາຍໃຕ້ໂຄງການ
“ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດ ຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການສ້າງສິ່ງອຳນສຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ” ໃນວັນທີ 22 ພະຈິກ 2023, ໂຮງແຮມ ຄຣາວນ໌ ພລາຊາ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ສະຖາບັນອຸດສາຫະກຳ ແລະ ການຄ້າ,ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ຈັດກອງປະຊຸມເພື່ອກະກຽມການສຳຫຼວດຫົວໜ່ວຍທຸລະກິດ ພາຍໃຕ້ໂຄງການ “ການສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງເສດຖະກິດ ຂັ້ນແຂວງ ໂດຍສານຕໍ່ຂໍ້ລິເລີ່ມ ການສ້າງສິ່ງອຳນສຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ ປີ 2023-2024”.
ທ່ານ ປອ.ນ. ວາລີ ເວດສະພົງ ຮອງປະທານ ສຄອຊ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ວຽງສະຫວ່າງ ທິບພະວົງ, ຫົວໜ້າສະຖາບັນອຸດສາຫະກຳ ແລະ ການຄ້າ, ກະຊວງອຸດສາຫະກຳ ແລະ ການຄ້າ, ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມທັງໝົດ 40 ກວ່າທ່ານ ລວມທັງຈາກຈາກກະຊວງອຸດສາຫະກໍາ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ກະຊວງການເງີນ, ມະຫາວິທະຍາໄລແຫ່ງຊາດ, ຄະນະບໍລິຫານງານ ສຄອຊ, ກຸ່ມ-ສະມາຄົມ ແລະ ຕາງໜ້າຈາກ ທະນາຄານພັດທະນາອາຊີ, ມູນນິທິເອເຊຍ, ອົງການຈັດຕັ້ງສາກົນ, ສະພາການຄ້າຕ່າງປະເທດປະຈຳ ສປປ ລາວ.
ຈຸດປະສົງຫຼັກຂອງການຈັດກອງປະຊຸມໃນຄັ້ງນີ້ແມ່ນ:
(i) ເພື່ອທົບທວນຄືນແບບສອບຖາມ ແລະ ກຳນົດຂອບເຂດສຳລັບການພັດທະນາເພີ່ມຕື່ມ ດັດສະນີ ProFIT ສະບັບທີ 3.
(ii) ເພື່ອທົບທວນວິທີການສຶກສາ, ສຳຫຼວດປະຊາກອນ, ອອກແບບການສຸ່ມຕົວຢ່າງ
(iii) ເພື່ອປືກສາຫາລືກ່ຽວກັບແຜນການເກັບຂໍ້ມູນ ເພື່ອໃຫ້ໄດ້ຕາມກຳນົດເວລາ ການເປີດຕົວບົດລາຍງານໄປພ້ອມກັບກອງປະຊຸມສຸດຍອດທຸລະກິດ ແລະ ການລົງທຶນອາຊຽນໃນປີ 2024
ຈຸດປະສົງຂອງການລົງສຳລວດດັດສະນີການສ້າງສິ່ງອຳນວຍຄວາມສະດວກ ທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ
ມີຈຸດປະສົງເພື່ອວັດແທກ ບັນດາແຂວງສະໜັບສະໜູນການພັດທະນາຂອງພາກເອກະຊົນໄດ້ດີປານໃດ ໂດຍສະເພາະແມ່ນຜ່ານມາດຕະການຄຸ້ມຄອງເສດຖະກິດທີ່ຢູ່ພາຍໃຕ້ຄວາມຮັບຜິດຊອບຂອງພວກເຂົາ. ດັດສະນີໄດ້ລວບລວມຂໍ້ມູນໃນ 6 ຂົງເຂດທີ່ ສຳຄັນຄື: (1) ການເລີ່ມຕົ້ນດຳເນີນທຸລະກິດ; (2) ຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນຂ່າວສານ; (3) ພາລະທາງດ້ານລະບຽບການ; (4) ຄ່າໃຊ້ຈ່າຍທີ່ບໍ່ເປັນທາງການ; (5) ຄວາມສອດຄ່ອງຂອງການຈັດຕັ້ງປະຕິບັດນະໂຍບາຍ; ແລະ (6) ຄວາມເປັນມິດຕໍ່ພາກທຸລະກິດຂອງອົງການປົກຄອງແຂວງ. ດັດສະນີການອໍານວຍຄວາມສະດວກທາງດ້ານການຄ້າ ແລະ ການລົງທຶນຂັ້ນແຂວງ: ວັດແທກການຄຸ້ມຄອງ ເສດຖະກິດຂອງພາກລັດ ສຳລັບການພັດທະນາທຸລະກິດໃນ ສປປ ລາວ ສະບັບທີ 01 ໄດ້ຖືກຈັດພິມໃນປີ 2018, ແລະ ໄດ້ຖືກຈັດພິມສະບັບທີ 02 ໃນປີ 2022. ບົດລາຍງານສະບັບທີ 03 ຈະຖືກກະກຽມໃນປີ 2023 ແລະ 2024
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ມູນນິທິເອເຊຍ (The Asia Foundation in Lao PDR) ແລະ ທະນາຄານພັດທະນາອາຊີ (ADB)

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword