ຝຶກອົບຮົມຫົວຂໍ້: ການເຂົ້າເຖິງແຫ່ງທຶນ ສໍາລັບ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ ທີ່ ຫຼວງພະບາງ

ຝຶກອົບຮົມຫົວຂໍ້: ການເຂົ້າເຖິງແຫ່ງທຶນ ສໍາລັບ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ ທີ່ ຫຼວງພະບາງ

ໃນວັນທີ 09 ມີຖຸນາ 2023 ທີ່ ແຂວງຫຼວງພະບາງ. ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ), ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ຮ່ວມກັບ ກົມສົ່ງເສີມການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ,

ອົງການແພລນສາກົນ ປະຈໍາ ສປປ ລາວ (Plan International Laos) ແລະ ສູນສະຫະພາບເອີຣົບ ດ້ານການທ່ອງທ່ຽວນິເວດ ແລະ ກະສິກໍາ (ECEAT – European Centre for Ecological and Agricultural Tourism)  ໄດ້ຈັດການຝຶກອົບຮົມຫົວຂໍ້: “ການເຂົ້າເຖິງແຫ່ງທຶນ ສໍາລັບ ຈຸນລະວິສາຫະກິດ ວິສາຫະກິດຂະຫນາດນ້ອຍ ແລະ ກາງ ໃນຕ່ອງໂສ້ອຸດສາຫະກໍາການທ່ອງທ່ຽວລາວ” ໂດຍການເປັນປະທານຂອງ ທ່ານ ຄໍາຕັນ ສົມພັນວິໄລ (Mr. Khamtanh Somphanvilay), ຮອງຫົວຫນ້າພະແນກອຸດສາຫະກຳ ແລະ ການຄ້າ ແຂວງຫຼວງພະບາງ, ທ່ານ ຄັດຕະພອນ ພົມມະປັນຍາ (Mr Khattaphone Phommapanya), ຮອງປະທານ ສຄອ ແຂວງ ຫຼວງພະບາງ ແລະ ມີຕາງໜ້າຈາກພາກທຸລະກິດ, ຜູ້ປະກອບການຂະແໜງການທີ່ກ່ຽວຂ້ອງພາຍໃນແຂວງເຂົ້າຮ່ວມທັງໝົດຫຼາຍກວ່າ 30 ທ່ານ.

ຈຸດປະສົງເພື່ອເປັນການຊຸກຍູ້ ແລະ ສົ່ງເສີມຂະແຫນງການທີ່ປິ່ນອ້ອມການທ່ອງທ່ຽວເຊັ່ນ: ສະຖານທີ່ພັກໂຮງແຮມ, ຮ້ານອາຫານ, ບໍລິສັດທ່ອງທ່ຽວ, ເຄື່ອງຫັດຖະກໍາ ແລະ ອື່ນໆທີ່ກ່ຽວຂ້ອງ ໃຫ້ສາມາດເຂົ້າເຖິງຂໍ້ມູນຂ່າວສານກ່ຽວກັບ ແຫລ່ງທຶນ ແລະ ສາມາດຍື່ນບົດສະເໜີກູ້ຢືມເງິນຈາກທາງທະນາຄານ ຫຼື ສະຖາບັນການເງິນໄດ້, ແລະ ຈະໄດ້ເຂົ້າໃຈຈະແຈ້ງຂຶ້ນກ່ຽວກັບຂໍ້ມູນນະໂຍບາຍ, ເງື່ອນໄຂ ແລະ ຂັ້ນຕອນຕ່າງໆກ່ຽວກັບການກູ້ຢືມເງິນ ຈາກບັນດາທະນາຄານ ແລະ ສະຖາບັນການເງິນ. ນອກຈາກນັ້ນ ການຝຶກອົບຮົມໃນຄັ້ງນີ້ ໂດຍສະເພາະທ່ານໃດທີ່ມີທຸລະກິດເປັນຂອງຕົນເອງ ແຕ່ຍັງບໍ່ທັນໄດ້ຂື້ນທະບຽນຢ່າງເປັນທາງການ ຈະໄດ້ຮຽນຮູ້ການຈົດທະບຽນວິສາຫະກິດ, ຮູ້ຂັ້ນຕອນ ແລະ ເຕັກນິກຂຽນແບບຟອມກູ້ຢືມເງິນຂອງທະນາຄານ, ເຂົ້າໃຈພື້ນຖານການເຮັດບັນຊີຈົດກ່າຍລາຍຮັບ-ລາຍຈ່າຍປະຈໍາວັນຂອງທຸລະກິດທ່ານ ແລະ ຮຽນຮູ້ລະບົບການເງິນແບບດິຈິຕອນ ພ້ອມຮ່ວມຮັບຟັງ ແລະ ສົນທະນາແລກປ່ຽນກັບຕົວແທນຈາກທະນາຄານ ແລະ ສະຖາບັນການເງິນຕໍ່ກັບຂໍ້ມູນທີ່ຈຳເປັນ ແລະ ກ່ຽວຂ້ອງໃນຂັ້ນຕອນການກູ້ຢືມເງິນອີກດ້ວຍ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword