ອາຊຽນ ສຸມໃສ່ປົດລັອກການເງິນສີຂຽວ ໃນພາກ ພື້ນ ເພື່ອຮັບມືການປ່ຽນແປງ ດິນຟ້າອາກາດ

ອາຊຽນ ສຸມໃສ່ປົດລັອກການເງິນສີຂຽວ ໃນພາກ ພື້ນ ເພື່ອຮັບມືການປ່ຽນແປງ ດິນຟ້າອາກາດ

ກອງປະຊຸມສໍາມະນາລະດັບພາກພື້ນໃນຫົວຂໍ້ “ການສົ່ງເສີມການເງິນສີ ຂຽວໃນອາຊຽນ” ໃນວັນທີ 06 ມີນາ 2024, ເຊິງຈັດຂື້ນທີ່ ສປປ ລາວ ໃນຖານະເປັນປະທານ ອາຊຽນ ໃນປີ 2024.
ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໃຫ້ກຽດເຂົ້າຮ່ວມ ກອງປະຊຸມສໍາມະນາລະດັບພາກພື້ນໃນ

ຫົວຂໍ້ “ການສົ່ງເສີມການເງິນສີ ຂຽວໃນອາຊຽນ” ພາຍໃຕ້ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ດ້ານການເຊື່ອມໂຍງການເງິນ ຄັ້ງທີ 27 ທີ່ໄດ້ຈັດຢູ່ ສປປ ລາວ ໃນຖານະເປັນປະທານ ອາຊຽນ ໃນປີ 2024.
ກອງປະຊຸມ ໄດ້ສຸມໃສ່ບົດບາດອັນສຳຄັນຂອງຜູ້ຄຸ້ມຄອງ ໃນການສ້າງສະພາບແວດລ້ອມ ທີ່ສະໜັບສະໜູນ ແລະ ເອື້ອອຳນວຍ ໃຫ້ແກ່ການໄຫລວຽນຂອງເງິນທຶນສີຂຽວ, ອຸປະສັກຕໍ່ການຂະຫຍາຍ ການເງິນ ຫລື ການສະໜອງທຶນ ເພື່ອການປ່ຽນແປງດິນຟ້າອາກາດ ໃນພາກພື້ນ, ນັບທັງກາລະໂອກາດ ແລະ ສິ່ງທ້າທາຍຂອງພາກເອກະຊົນ ໃນການດຶງດູດເງິນທຶນ ເຂົ້າໃນບັນດາໂຄງການທີ່ຕິດພັນ ກັບການຫລຸດຜ່ອນຜົນກະທົບ ຈາກການປ່ຽນແປງຂອງດິນຟ້າອາກາດ.
ທ່ານ ນາງ ວັດທະນາ ດາລາລອຍ ໄດ້ກ່າວວ່າ: ທ່າມກາງຄວາມຮີບດ່ວນ ໃນການດໍາເນີນໜ້າວຽກທີ່ຕິດພັນກັບ ການປ່ຽນແປງດິນຟ້າອາກາດ, ການສະໜອງເງິນທຶນ ເຂົ້າໃນໂຄງການສີຂຽວ ແລະ ເປັນມິດກັບສິ່ງແວດລ້ອມ ທີ່ຊ່ວຍຂັບເຄື່ອນວາລະການພັດທະນາ ແບບຍືນຍົງ, ຮຽກຮ້ອງໃຫ້ມີການຮ່ວມມືຈາກຫລາຍຝ່າຍ, ຫລາຍພາກສ່ວນທີ່ກ່ຽວຂ້ອງ.
ຂະນະດຽວກັນ, ທ່ານ ໂທມັດ ຈາຄອບ ກໍໄດ້ກ່າວວ່າ: ລັດຖະບານຝ່າຍດຽວ ບໍ່ສາມາດແກ້ໄຂ ຊ່ອງຫວ່າງຂະໜາດໃຫຍ່ໃນການຈັດຫາເງິນທຶນ ເພື່ອຊ່ວຍໃນການປ່ຽນແປງດິນຟ້າອາກາດ ຢູ່ໃນບັນດາປະເທດເກີດໃຫມ່ ແລະ ປະເທດກໍາລັງພັດທະນາ ຢູ່ອາຊີ-ປາຊີຟິກ. ດັ່ງທີ່ກອງປະຊຸມ ໄດ້ຍົກໃຫ້ເຫັນທຶນເອກະຊົນ ແມ່ນກຸນແຈສໍາຄັນໃນການເຊື່ອມຈອດຊ່ອງຫວ່າງດັ່ງກ່າວ. ຄວາມພະຍາຍາມຂອງພາກສ່ວນກ່ຽວຂ້ອງຈາກທົ່ວພາກລັດ ແລະ ເອກະຊົນ ສາມາດຊ່ວຍສ້າງເງື່ອນໄຂທີ່ເໝາະສົມ ເພື່ອປົດລັອກການເງິນສີຂຽວ, ສະໜອງທຶນໄປສູ່ບ່ອນທີ່ຕ້ອງການທີ່ສຸດ. ສິ່ງດັ່ງກ່າວຈະຊ່ວຍຊຸກຍູ້ເສດຖະກິດ ແລະ ສ້າງວຽກເຮັດງານທຳ, ທັງຊຸກຍູ້ສົ່ງເສີມສະພາບແວດລ້ອມສີຂຽວ ແລະ ຫນ້າຢູ່ກ່ວາ ໃນພາກພື້ນ.
ບັນດາປະເທດສະມາຊິກອາຊຽນ ແມ່ນນອນໃນບັນດາປະເທດທີ່ມີຄວາມສ່ຽງສູງ ຕໍ່ການປ່ຽນແປງຂອງດິນຟ້າອາກາດທີ່ສຸດໃນໂລກ ເຊິ່ງຖືກທ້າທາຍຈາກລະດັບນ້ຳທະເລທີ່ເພີ່ມຂຶ້ນ, ອາກາດຮ້າຍແຮງ ແລະ ການເສື່ອມໂຊມຂອງຊັບພະຍາກອນໃນຊຸມປີມໍ່ໆມານີ້. ໃນຂະນະທີ່ປະເທດຕ່າງໆ ໄດ້ຕັ້ງເປົ້າໝາຍສູງ ໃນການບັນລຸເປົ້າໝາຍ ການປ່ອຍທາດອາຍພິດເຮືອນແກ້ວໃຫ້ເຫລືອສູນ ໃນສາມທົດສະວັດຂ້າງໜ້າ. ຈໍານວນເງິນທຶນທີ່ຕ້ອງການເພື່ອລົງທຶນ ແມ່ນຫລວງຫລາຍ, ສະເພາະໃນຂະແໜງພະລັງງານຢ່າງດຽວ ເພື່ອຕອບສະໜອງຄວາມຕ້ອງການພະລັງງານທີ່ເພີ່ມຂຶ້ນ ຕາມກົນໃກທີ່ສອດຄ່ອງກັບສັນຍາປາຣີ, ຄາດຄະເນການລົງທຶນປະຈຳປີ ດ້ານພະລັງງານສະອາດ ໃນຂົງເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ບັນດາປະເທດກໍາລັງພັດທະນາ ຈະຕ້ອງເພີ່ມຂຶ້ນປະມານ 7 ເທົ່າ ຈາກ 30 ຕື້ໂດລາສະຫະລັດ ໃນປີ 2022 ຂຶ້ນເປັນຫລາຍກ່ວາ 200 ຕື້ໂດລາສະຫະລັດ ພາຍໃນຕົ້ນປີ 2030, ອີງຕາມ ບົດລາຍງານ ລ້າສຸດ.

(ຂໍ້ມູນຈາກ ເພຈ ປະເທດລາວ)

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword