ທ່ານ ວິບູນ ສິດທິມໍລະດາ ຄະນະບໍລິຫານງານ ສຄອຊ ພ້ອມດ້ວຍຄະນະ

ທ່ານ ວິບູນ ສິດທິມໍລະດາ ຄະນະບໍລິຫານງານ ສຄອຊ ພ້ອມດ້ວຍຄະນະ

ທ່ານ ວິບູນ ສິດທິມໍລະດາ ຄະນະບໍລິຫານງານ ສຄອຊ ພ້ອມດ້ວຍຄະນະ ເຂົ້າຮ່ວມກອງປະຊຸມສຳມະນາຫົວຂໍ້: Bridging Cultures, Building Bridges: Malaysian Diaspora and Business in Laos

ໃນວັນທີ 12 ພະຈິກ 2024 ທີ່ ໂຮງແຮມຄຣາວພາຊາ, ສຄອຊ ໄດ້ຮ່ວມກັບສະຖານທູດ ມາເລເຊຍ ປະຈໍາ ສປປ ລາວ ຈັດກອງປະຊຸມສຳມະນາ ຫົວຂໍ້: “Bridging Cultures, Building Bridges: Malaysian Diaspora and Business in Laos” ຂຶ້ນ ເປັນກຽດເຂົ້າຮ່ວມໂດຍ ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ທ່ານ Liew Chin Tong ຮອງລັດຖະມົນຕີ ກະຊວງ ການລົງທຶນ, ການຄ້າແລະ ອຸດສາຫະກໍາ ປະເທດມາເລເຊຍ (ທາງອອນໄລ), ທ່ານ Edi Irwan Mahmud ເອກອັກຄະລັດຖະທູດມາເລເຊຍ ປະຈໍາ ສປປ ລາວ ແລະ ມີບັນດາຫົວໜ່ວຍທຸລະກິດ ລາວ, ມາເລເຊຍ ເຂົ້າຮ່ວມທັງຫ້ອງປະຊຸມ ແລະ ທາງໄກ ຫຼາຍກວ່າ 60 ທ່ານ. ຈຸດປະສົງຂອງກອງປະຊຸມສໍາມະນາ ນີ້ແມ່ນເພື່ອເປັນເວທີ ໃນການເປີດໂອກາດຮ່ວມມື ລະຫວ່າງ ທຸລະກິດມາເລເຊຍ ແລະ ສປປ ລາວ, ສົ່ງເສີມການແລກປ່ຽນ ແລະ ຄວາມເຂົ້າໃຈດ້ານວັດທະນະທຳ, ເພີ່ມທະວີສາຍພົວພັນລະຫວ່າງ 2 ປະເທດ ໃຫ້ນັບມື້ນັບເຂັ້ມແຂງ.

ໃນກອງປະຊຸມໄດ້ມີ ການນໍາສະເໜີພາບ​ລວມ​ຂອງ​ອຸດ​ສາ​ຫະ​ກໍາຮາລາ ຂອງ​ມາ​ເລ​ເຊຍ, ​ການປະຕິບັດຕາມມາດຕະຖານອຸດສາຫະກໍາ ແລະ ກົດລະບຽບ ຂອງ ອຸດສາຫະກໍາ ຮາລາ, ການຄຸ້ມຄອງການຢັ້ງຢືນ ຮາລາ ໃນປະເທດມາເລເຊຍ, ນໍາສະເໜີພາບລວມຂອງການລົງທຶນ ແລະ ໂອກາດທາງທຸລະກິດຂອງມາເລເຊຍໃນລາວ, ພາບລວມຂອງໂອກາດທາງທຸລະກິດ ແລະ ການລົງທຶນໃນ ສປປ ລາວ. ນອກຈາກນັ້ນ, ຍັງໄດ້ປຶກສາຫາລືກົນໄກການຮ່ວມມືທຸລະກິດລະຫວ່າງ 2 ປະເທດ ໃນຕໍ່ໜ້າ ໂດຍໃຫ້ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະພານັກທຸລະກິດມາເລເຊຍປະຈຳ ສປປ ລາວ ເປັນຈຸດໃຈກາງໃນການປະສານງານຈັດຕັ້ງປະຕິບັດໃນອະນາຄົດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword