ກອງປະຊຸມປຶກສາຫາລື ພາກທຸລະກິດ ຂະແໜງການຜະລິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ

ກອງປະຊຸມປຶກສາຫາລື ພາກທຸລະກິດ ຂະແໜງການຜະລິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ

ກອງປະຊຸມປຶກສາຫາລືຂະແໜງການຜະລິດ ໄດ້ຖືກຈັດຂຶ້ນ ໃນວັນທີ 02 ສິງຫາ 2024 ເວລາ 13:30 ຫາ 16:30 ໂມງ ທີ່ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ,

ໂດຍການເປັນ ປະທານຂອງ ທ່ານ ວັນທອງ ສິດທິກຸນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ (ສຄອຊ), ຫົວໜ້າໜ່ວຍງານປຶກສາຫາລືພາກທຸລະກິດຂະແໜງການຜະລິດພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ. ຜູ້ເຂົ້າຮ່ວມລ້ວນມາຈາກຫຼາຍພາກສ່ວນຂອງຂະແໜງການຜະລິດເຊັ່ນ: ຈາກພາກສ່ວນ ຜູ້ຜະລິດຊີມັງລາວ, ໂຮງງານຜະລິດການຢາ, ໂຮງງານຜະລິດນ້ຳສີ, ກຸ່ມຜູ້ຜະລິດເກືອ, ສະມາຄົມ ຕັດຫຍິບລາວ, ນອກນັ້ນ, ຍັງມີສະພາການຄ້າຕ່າງປະເທດ Australian Chamber of Commerce ແລະ Brtish Business Group Lao.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອລາຍງານຄວາມຄືບໜ້າຂອງບັນຫາທີ່ໄດ້ຍົກຂຶ້ນໃນກອງປະຊຸມທຸລະກິດລາວຄັ້ງຜ່ານມາ ແລະ ໃຫ້ຜູ້ປະກອບການໃນຂະແໜງການຜະລິດ ສະເໜີ, ປຶກສາຫາລື ແລະ ກໍານົດບັນຫາບູລິມະສິດທີ່ເປັນຂໍ້ຫຍຸ້ງຍາກໃນການດໍາເນີນທຸລະກິດຂອງຂະແໜງການ ພ້ອມດ້ວຍວິທີແກ້ໄຂ, ສັງລວມໃຫ້ແກ່ກອງເລຂາກອງປະຊຸມທຸລະກິດລາວ ພິຈາລະນາຄັດຈ້ອນເອົາເຂົ້າໃນຂະບວນການປຶກສາຫາລືຂອງກອງປະຊຸມທຸລະກິດລາວຄັ້ງທີ 16 ໃນຂັ້ນຕໍ່ໄປ. ບັນຫາທີ່ຜູ້ປະກອບການ ຂະແໜງການຜະລິດ ໄດ້ປຶກສາຫາລືໃນກອງປະຊຸມຄັ້ງນີ້ມີດັ່ງຕໍ່ໄປນີ້:
1. ຂໍ້ສະເໜີທີ່ຕິດພັນກັບການປັບປຸງຈັດຕັ້ງປະຕິບັດຂໍ້ຕົກລົງ 04718/ຍທຂ
2. ການປັບປຸງບໍລິການຂອງໜ່ວຍງານພາສີຢູ່ທ່າບົກທ່ານາແລ້ງ
3. ການປັບປຸງຄ່າການບໍລິການຂອງທ່າບົກ
4. ການປັບຄ່າທໍານຽມລະບົບແຈ້ງພາສີ,
5. ການປັບປຸງຄຸນນະພາບຂອງການສະໜອງໄຟຟ້າ
6. ບັນຫາດ້ານແຮງງານຂາດແຄນ
7. ການແຂ່ງຂັນຈາກສິນຄ້ານໍາເຂົ້າ ທີີ່ບໍ່ຖືກຕ້ອງຕາມກົດລະບຽບ
8. ການກໍານົດນະໂຍບາຍສົົ່ງເສີມການຜະລິດພາຍໃນ
9. ສະພາບ ການຜັນຜວນຂອງອັດຕາແລກປ່ຽນ ແລະ ການອ່ອນຄ່າຂອງເງິນກີບ
10. ການປົວແປງຖະໜົນຫົນທາງທີ່ເປ່ເພຈາກການຂົນສົ່ງ
11. ການປັບປຸງການນໍາໃຊ້ປະກັນສັງຄົມຂອງແຮງງານ
12. ຂໍ້ກໍານົດຂອງ ທະນາຄານ ແຫ່ງ ສປປ ລາວ ທີ່ຕ້ອງແລກປ່ຽນເງິນຕາເປັນເງິນກີບ ຈາກການສົ່ງອອກ
ພາຍຫຼັງກອງປະຊຸມນີ້, ກອງເລຂາກອງປະຊຸມທຸລະກິດລາວ ທີ່ປະຈໍາຢູ່ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ຮ່ວມກັບ ໜ່ວຍງານປຶກສາຫາລື ຂະແໜງການຜະລິດ, ຈະໄດ້ຮວບຮວມບັນຫາບູລິມະສິດ ທີ່ຜູ້ເຂົ້າຮ່ວມໄດ້ສະເໜີ ແລະ ກະກຽມບົດສະເໜີບັນຫາ ເພື່ອສົ່ງໃຫ້ຂະແໜງການທີ່ກ່ຽວຂ້ອງຂອງພາກລັດ ຄົ້ນຄວ້າ ແລະ ກະກຽມສໍາລັບກອງປະຊຸມປຶກສາຫາລືລະຫວ່າງ ພາກລັດ ແລະ ພາກທຸລະກິດ ໃນຂັ້ນຕໍ່ໄປ.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword