ກອງປະຊຸມຮ່ວມກັບພາກສ່ວນທຸລະກິດເອກະຊົນໃນໂອກາດຄົບຮອບ 30ປີ ສົນທິສັນຍາວ່າດ້ວຍສິດທິເດັກ

ກອງປະຊຸມໄດ້ຈັດຂຶ້ນໃນ ວັນທີ 10 ຕຸລາ 2019 ເວລາ 08:30-15:00 ທີ່ ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ອາລຸນແກ້ວ ກິດຕິຄຸນ, ລັດຖະມົນຕີປະຈຳສຳນັກງານນາຍຍົກລັດຖະມົນຕີ, ຮອງປະທານ ຄຊກມດ

ເຊິ່ງກອງປະຊຸມໃນຄັ້ງນີ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອ໋ອກຕາວຽກ ບີໂວນ ຜູ້ຕາງໜ້າອົງການ ຢູນີເຊັບ ປະຈຳ ສປປລາວ ແລະ ຕາງໜ້າອົງການຢູນິເຊັບ ປະເທດໄທ, ທ່ານນາງ ອາລີ ວົງໜໍ່ບຸນທຳ ຮອງປະທານສະຫະພັນກຳມະບານລາວ, ກຳມະບານໃນ ຄຊກມດ, ທ່ານ ວັນທອງ ສິດທິກຸນ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ນອກຈາກ ບັນດາ ພາກທຸລະກິດເອກະຊົນທັງພາຍໃນ ແລະ ຕ່າງປະເທດແລ້ວຍັງມີ ຕາງໜ້າ ຈາກ ກະຊວງອຸດສາຫະກຳ ແລະການຄ້າ, ກະຊວງ ແຜນການ ແລະ ການລົງທຶນ, ກະຊວງພາຍໃນ, ກະຊວງແຮງງານ ແລະ ສະຫວັດດີການ, ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ພາກສ່ວນອື່ນໆທີ່ກ່ຽວຂ້ອງ.

ກອງປະຊຸມຄັ້ງນີ້ ແມ່ນ ເພື່ອປຶກສາຫາລືຮ່ວມກັບພາກທຸລະກິດເອະຊົນ ໃນການເຊື່ອມສານເອົາວຽກ ສິດທິເດັກເຂົ້າໃນການດຳເນີນທຸລະກິດ, ເວທີສົນທະນາ ແລກປ່ຽນການຈັດຕັ້ງປະຕິບັດເພື່ອສັງຄົມ,ສິດທິເດັກ ແລະ ຫຼັກການທຸລະກິດ ຂອງພາກສ່ວນທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ, ແລະ ປືກສາຫາລື ແລະ ລົງນາມ ຄວາມໝາຍໝັ້ນຂອງພາກເອກະຊົນ ໃນໂອກາດ ວັນຄົບຮອບ 30ປີ ສົນທິສັນຍາ ວ່າດ້ວຍສິດທິເດັກ ເຊິ່ງໃນນັ້ນມີຜູ້ຮ່ວມລົງນາມ 15 ຫົວໜ່ວຍທຸລະກິດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword