ກອງປະຊຸມທຸລະກິດຊັ້ນນໍາ ຈີນ-ອາຊຽນ
ທ່ານ ບຸນເລີດ ຫລວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ພ້ອມດ້ວຍຄະນະ, ເຂົ້າຮ່ວມກອງປະຊຸມທຸລະກິດຊັ້ນນໍາ ຈີນ-ອາຊຽນ ທີ່ນະຄອນໜານໜິງ, ສປ ຈີນ,
ໃນວັນທີ 17 ກັນຍາ 2025. ກອງປະຊຸມໄດ້ຮັບກຽດເປັນປະທານຮ່ວມໂດຍທ່ານ Nyo Saw ນາຍົກລັດຖະມົນຕີປະເທດມຽນມາ ແລະ ທ່ານ ຊຸນ ຕ້າເຫວີ້ຍ, ປະທານເຂດປົກຄອງຕົນເອງຊົນເຜົ່າຈ້ວງ ກວາງຊີ. ຄະນະລັດຖະບານ ສປປ ລາວ ໄດ້ເຂົ້າຮ່ວມນໍາໂດຍ ທ່ານ ບຸນເຖິງ ດວງສະຫວັນ, ຮອງລັດຖະມົນຕີ ແລະ ຮອງປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ.
ກອງປະຊຸມດັ່ງກ່າວໄດ້ມີການປະກອບຄໍາຄິດເຫັນຢ່າງກົງໄປກົງມາ ເພື່ອເພີ່ມທະວີການຮ່ວມມືທາງທຸລະກິດລະຫວ່າງຈີນ ແລະ ອາຊຽນ ໃຫ້ມີປະສິດທິຜົນ, ຍືນຍົງ, ແລະຂະຫຍາຍຕົວຢ່າງຕໍ່ເນື່ອງ, ໂດຍສະເພາະແມ່ນການເນັ້ນໃສ່ການຮ່ວມມືດ້ານນະວັດຕະກໍາໃໝ່ເພື່ອສ້າງຄວາມຈະເລີນຮຸ່ງເຮືອງໄປພ້ອມໆກັນ.
ໃນກອງປະຊຸມ, ທ່ານ ບຸນເລີດ ຫລວງປະເສີດ, ຮອງປະທານ ສຄອຊ, ໄດ້ກ່າວຄໍາເຫັນໂດຍໄດ້ລາຍງານກ່ຽວກັບທ່າແຮງຂອງ ສປປ ລາວ, ໂດຍສະເພາະການນໍາໃຊ້ເສັ້ນທາງລົດໄຟ ລາວ-ຈີນ ເພື່ອຂັບເຄື່ອນການຮ່ວມມືດ້ວຍນະວັດຕະກໍາໃໝ່ ຕາມນະໂຍບາຍໜຶ່ງແລວທາງ ໜຶ່ງເສັ້ນທາງ, FTA 3.0, ແລະ RCEP. ທ່ານໄດ້ເນັ້ນຢໍ້າວ່າການຮ່ວມມືດັ່ງກ່າວຈະນໍາຜົນປະໂຫຍດມາສູ່ທຸກຝ່າຍ. ພ້ອມດຽວກັນນີ້, ທ່ານຍັງໄດ້ຢືນຢັນວ່າ ສຄອຊ ມີຄວາມຕັ້ງໃຈ ແລະພ້ອມທີ່ຈະຮ່ວມມືຢ່າງໃກ້ຊິດກັບ ສປ ຈີນ ແລະ ສະພາການຄ້າ ແລະ ອຸດສາຫະກໍາຂອງບັນດາປະເທດອາຊຽນ ເພື່ອຮ່ວມກັນສ້າງໂອກາດ ແລະພັດທະນາການຮ່ວມມືໃນທຸກຂະແໜງການ ໃຫ້ເກີດຜົນເປັນຈິງ ແລະມີປະສິດທິຜົນ, ຊ່ວຍສ້າງອະນາຄົດທີ່ສົດໃສ ແລະຈະເລີນຮຸ່ງເຮືອງຮ່ວມກັນໃນອີກ 10 ປີຂ້າງໜ້າ.