ກອງປະຊຸມເຜີຍແຜ່ ກ່ຽວກັບ ງານວາງສະແດງນຳເຂົ້າ-ສົ່ງອອກກວາງໂຈ ຄັ້ງທີ່ 137
ກອງປະຊຸມເຜີຍແຜ່ ກ່ຽວກັບ ງານວາງສະແດງນຳເຂົ້າ-ສົ່ງອອກກວາງໂຈ ຄັ້ງທີ່ 137 (China Import and Export Fair ຫຼື Canton Fair), ໃນວັນທີ 17 ມັງກອນ 2025, ທີ່ ໂຮງແຮມ ແລນມາກ
ທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໃຫ້ກຽດຮ່ວມເປັນປະທານຮ່ວມໃນພິທີດັງກ່າວ ຮ່ວມກັບ ທ່ານ ຫານ ເຢ້ ເລຂາເອກທີ່ປຶກສາເສດຖະກິດກາານຄ້າ ຈີນ ປະຈຳ ລາວ, ທ່ານ ຈັນສະໝອນ ສີສະອາດ ຮອງຫົວໜ້າກົມສົ່ງເສີມການຄ້າ ແລະ ຫັດຖະກຳ, ກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ຊູ່ ບີນ ຮອງຫົວໜ້າສູນການຄ້າ ສາກົນ ສປ ຈີນ, ທ່ານ ສະເຫລີມໄຊ ຫຼ່ຽມຜີ ຮອງສໍານັກງານສົ່ງເສີມຈຸລະວິສາຫະກິດ, ວິສາຫະກິດຂະໜາດນ້ອຍ ແລະ ກາງ ພ້ອມດ້ວຍແຂກທີ່ ຕາງໜ້າຈາກພາກລັດ ແລະ ພາກທຸລະກິດເຂົ້າຮ່ວມພາຍໃນງານ.
ຈຸດປະສົງຂອງງານໃນມື້ນີ້ແມ່ນເພື່ອເປັນການສຳຫລວດຄວາມຕ້ອງການດ້ານການຕະຫລາດຂອງ ສປປ ລາວ, ໂຄສະນາແນະນຳກ່ຽວກັບລາຍລະອຽດຂອງງານວາງສະແດງ ພ້ອມທັງການແນະນຳໃນການເຂົ້າຮ່ວມງານວາງສະແດງ ແລະ ກິດຈະກຳທີ່ຈະຈັດຂື້ນພາຍໃນງານ.
ທ່ານ ທະນູສອນ ພົນອາມາດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ກ່າວວ່າ: ກອງປະຊຸມເຜີຍແຜ່ ງານວາງ ງານສະແດງນຳເຂົ້າ-ສົ່ງອອກກວາງໂຈ ຄັ້ງທີ່ 137ນີ້ ເປັນງານທີ່ມີຄວາມສຳຄັນຫຼາຍ ແລະ ເປັນເວທີໃນການເພີ່ມທະວີການສົ່ງເສີມການຮ່ວມມືການຄ້າ ແລະ ເປັນໂອກາດອັນດີໃຫ້ແກ່ ສປປລາວ ໃນການໂຄສະນາສິນຄ້າທີ່ເປັນເອກະລັກຂອງລາວ, ການວາງສະແດງສິນຄ້າ, ການເຂົ້າຫາຕະຫຼາດ ແລະ ການຊອກຊື້ສິນຄ້າເພື່ອມາດຳເນີນທຸລະກິດໃນ ສປປ ລາວ, ເຊິ່ງເວທີດັ່ງກ່າວໄດ້ຊ່ວຍເພີ່ມທະວີການພົວພັນສອງປະເທດ, ຊຸກຍູ້ການຄ້າສອງຝ່າຍ ແລະ ດຶງດູດການລົງທຶນຂອງຈີນເຂົ້າມາໃນລາວ.

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຈະພະຍາຍາມລະດົມ ແລະ ສົ່ງເສີມບໍລິສັດທີ່ມີທ່າແຮງ ແລະ ມີຄວາມອາດສາມາດໃນການຜະລິດເປັນສິນຄ້າ ເພື່ອສົ່ງອອກໄປ ສປ ຈີນ ໂດຍຜ່ານການເຂົ້າຮ່ວມງານວາງສະແດງ ເພື່ອຂະຫຍາຍຕະຫຼາດ ແລະ ການລົງທຶນ., ອີກເທື່ອໜື່ງຂ້າພະເຈົ້າ ຂໍສະແດງຄວາມຂອບໃຈມາຍັງຄະນະ ສູນການຄ້າ ສາກົນ ສປ ຈີນ, ທີ່ເດີນທາງມາຮ່ວມຈັດງານເຜີຍແຜ່ທີ່ ສປປ ລາວໃນຄັ້ງນີ້. ໃນນາມ ສຄອຊ ຈະໄດ້ປະສານງານກັບ ພາກສ່ວນຕ່າງໆທີ່ກ່ຽວຂ້ອງເພື່ອໃຫ້ການສະໜັບສະໜູນ ແລະ ລະດົມສົ່ງເສີມທຸລະກິດທີ່ມີຄວາມສົນໃຈເຂົ້າຮ່ວມງານວາງສະແດງທີ່ສຳຄັນໃນຄັ້ງນີ້ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້
