ງານວາງສະແດງ ຈີນ- ອາຊີໃຕ້ (China – South Asia )ຄັ້ງທີ 8 ງານວາງສະແດງສິນຄ້ານຳເຂົ້າສົ່ງອອກຄຸນໝິງ (The China Import & Export Fair, Kunming)ຄັ້ງທີ 28
ງານວາງສະແດງ ຈີນ- ອາຊີໃຕ້ (China – South Asia )ຄັ້ງທີ 8 ງານວາງສະແດງສິນຄ້ານຳເຂົ້າສົ່ງອອກຄຸນໝິງ (The China Import & Export Fair, Kunming)ຄັ້ງທີ 28 ໄດ້ຈັດຂື້ນລະຫວ່າງວັນທີ 23-28 ກໍລະກົດ 2024,
ເຊິ່ງ ຄະນະການນໍາ ສປປ ລາວ ເຂົ້າຮ່ວມງານໃນຄັ້ງນີ້ ນໍາໂດຍ ພະນະທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ເຊັ່ນ: ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີ ກະຊວງ ອຸດສາຫະກຳ ແລະ ການຄ້າ, ກະຊວງການຕ່າງປະເທດ, ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ອື່ນໆ. ສຳລັບ ຄະນະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແມ່ນ ນໍາໂດຍ ທ່ານ ນ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ, ທ່ານ ສັງຄົມ ຈັນສຸກ ຮອງປະທານ ສຄອຊ ແລະ ຄະນະທຸລະກິດຈຳນວນໜື່ງເຂົ້າຮ່ວມ.

ຂະແໜງຂົນສົງ (ໂຄສະນາ) 01 ບໍລິສັດ
ຂະແໜງຫັດຖະກຳ ຈິວເວີລີ 03 ບໍລິສັດ
ຂະແໜງອາຫານເຄື່ອງດື່ມ 04 ບໍລິສັດ
ຂະແໜງຫັດຖະກຳ 02 ບໍລິສັດ
ມູນຄ່າສິນຄ້າຂອງນັກທຸລະກິດທີ່ເອົາໄປວາງສະແດງໃນຄັ້ງນີ້ລວມມູນຄ່າຕາມ INVOICE ມີ:
ຜະລິດຕະພັນເຟີນິເຈີ້ ແລະ ໄມ້ແກະສະຫຼັກ 587,690 ໂດລາ
ຜະລິດຕະພັນຫັດຖະກຳ 20,050 ໂດລາ
ຜະລິດຕະພັນເຄື່ອງເງິນ,ເຄື່ອງປະດັບ 6,000 ໂດລາ
ຜະລິດຕະພັນອາຫານ ແລະ ເຄື່ອງດື່ມ 99,720 ໂດລາ
ລວມມູນຄ່າໃນລາຍການສິນຄ້າທັງໝົດມີ 713,460 ໂດລາ
ງານວາງສະແດງດັ່ງກ່າວແມ່ນເປັນເວທີໜື່ງ ທີ່ມີຄວາມໝາຍຄວາມສຳຄັນໃນການສົ່ງເສີມການຮ່ວມມືລະຫວ່າງ ສປ ຈີນ ກັບ ບັນດາປະເທດອາຊີຕາເວັນອອກສຽງໃຕ້ ແລະ ບັນດາປະເທດອາຊີໃຕ້, ໂດຍສະເພາະແມ່ນການໂຄສະນາແລະ ຈໍາຫນ່າຍສິນຄ້າໃນຕະຫຼາດ ສປ ຈີນ ແລະ ສາກົນ.

