ກອງປະຊຸມປິດສະຫຼຸບໂຄງການ GreenToCompete Hub Laos

ກອງປະຊຸມປິດສະຫຼຸບໂຄງການ GreenToCompete Hub Laos

ໃນຕອນບ່າຍ ວັນທີ 08 ເມສາ 2022 ທີ່ຜ່ານມາ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ຮ່ວມກັບ ສູນການຄ້າສາກົນ ໄດ້ຈັດກອງປະຊຸມປິດສະຫຼຸບໂຄງການ GreenToCompete Hub Laos,

ໃຫ້ກຽດເປັນປະທານກອງປະຊຸມໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ. ໂດຍມີບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມໂຄງການ Green to Complete Hub Laos, ຕາງໜ້າຈາກກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງກະສິກຳ ແລະ ປ່າໄມ້, ຕາງໜ້າຈາກ ອົງການ  USAID,  ຫ້ອງການຕາງໜ້າສະຫະພາບເອີຣົບປະຈຳ ສປປ ລາວ,  ຫ້ອງການທຶນສົມທົບເພື່ອຊ່ວຍເຫຼືອທຸລະກິດ BAF,  Haveltas, ບັນດາຄູຝຶກ ແລະ ພະນັກງານ ສຄອຊ ເຂົ້າຮ່ວມທີ່ຫ້ອງປະຊຸມ ສຄອຊ  ແລະ ເຂົ້າຮ່ວມຜ່ານທາງ ອອນລາຍຈຳນວນ ລວມທັງໝົດ 35 ທ່ານ

ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອຮັບຟັງການລາຍງານ ແລະ ຕີລາຄາຄືນ ການຈັດຕັ້ງປະຕິບັດຂອງໂຄງການໄດ້ມີການເຝິກອົບຮົມຫຼັກສູດ. 1. ການເຝິກອົບຮົມຫຼັກສູດການນຳໃຊ້ເຄື່ອງມືການວິເຄາະ ຂໍ້ກຳນົດມາດຖະການສາກົນ  Voluntary Sustainability Standards module (VSS) ໃຫ້ແກ່ ຜູ້ປະກອບການ 15 ບໍລິສັດ ຈາກຂະແຫນງ ຊາ, ກາເຟ ແລະ ເຂົ້າ ແລະ ປັດຈຸບັນນີ້ກໍາລັງໃຫ້ບໍລິການຈັດຕັ້ງປະຕິບັດເປັນ VSS Pilot Project ໂດຍມີ 5 ບໍລິສັດເຂົ້າຮ່ວມ; 2. ການເຝິກອົບຮົມໃນຫົວຂໍ້ ຫຼັກສູດ ການກຳນົດຊ່ອງທາງການຕະຫຼາດ ໂດຍຜ່ານລະບົບການຄ້າທາງ ອີເລັກໂທນິກ ( Module on Positioning of Products on International Market through E-Commerce) ມີ 10 ບໍລິສັດ ຈາກຂະແໜງ ຊາ ແລະ ກາເຟ. ໂດຍວັດຖຸປະສົງຫຼັກຂອງໂຄງການເພື່ອໃຫ້ບໍລິການເປັນທີ່ປຶກສາກ່ຽວກັບວິຊາການ ການວິເຄາະ ຄວາມພ້ອມ ແລະ ການກຽມຄວາມພ້ອມເພື່ອການພັດທະນາການສົ່ງອອກສິນຄ້າ ໃຫ້ໄດ້ຕາມມາດຕະຖານສາກົນ. ບັນດາທ່ານທີເຂົ້າຮ່ວມກອງປະຊຸມຍັງໄດ້ຮັບຟັງການນຳສະເໜີການແລກປ່ຽນປະສົບການຈາກບັນດາຫົວໜ່ວຍທຸລະກິດທີ່ເຂົ້າຮ່ວມຂອງໂຄງການຄື: ສະຫະກອນຜະລິດກາເຟ ເພື່ອຄວາມຍືນຍົງ ການເຝິກອົບຮົມຫຼັກສູດການນໍາໃຊ້ເຄື່ອງມືການວິເຄາະ ຂໍ້ກຳນົດມາດຖະການສາກົນ Voluntary Sustainable Standard (VSS) Coaching programme ແລະ  ບໍລິສັດ ໄໝສະຫວັນລາວທີ່ໄດ້ເຂົ້າຮ່ວມ ຫຼັກສູດ ການກຳນົດສິນຄ້າ ແລະ ຊ່ອງທາງການຕະຫຼາດ Product Positioning and e-Commerce Coaching Program.

ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ ໄດ້ກ່າວສະແດງຊົມເຊີຍຕໍກັບຜົນສຳເລັດການຈັດຕັ້ງປະຕິບັດຂອງໂຄງການ ໂດຍໄດ້ດຳເນີນໄປຕາມເປົ້າໝາຍທີ່ວາງໄວ້, ສຄອຊ ຈະສືບຕໍ່ຈະໃຫ້ບໍລິການ ເປັນທີ່ປຶກສາໃຫ້ແກ່ທຸລະກິດໃນການສ້າງຄວາມເຂົ້າໃຈ ແລະ ມຸ່ງເນັ້ນໃສ່ມາດຕະຖານຄວາມຍືນຍົງ ແລະ ການເຂົ້າເຖິງຕະຫຼາດທັງພາຍໃນ ແລະ ສາກົນ ເພື່ອຊຸກຍູ້ສົ່ງເສີມສິນຄ້າລາວໃຫ້ໄດ້ມາດຕະຖານສາກົນ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword