ຄະນະຈາກ ສຄອຊ ໄດ້ເຂົ້າຮ່ວມຕິດຕາມຄະນະຊ່ວຍວຽກ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ລົງເຄື່ອນໄຫວເກັບກຳຂໍ້ມູນ 3 ແຂວງພາກເໜືອ

ຄະນະຈາກ ສຄອຊ ໄດ້ເຂົ້າຮ່ວມຕິດຕາມຄະນະຊ່ວຍວຽກ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ລົງເຄື່ອນໄຫວເກັບກຳຂໍ້ມູນ 3 ແຂວງພາກເໜືອ

ໃນລະຫວ່າງວັນທີ 16-19 ກຸມພາ 2022 ຕາງໜ້າຄະນະຈາກ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເຂົ້າຮ່ວມຕິດຕາມຄະນະຊ່ວຍວຽກ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ລົງເຄື່ອນໄຫວເກັບກຳຂໍ້ມູນ

ພາຍໃຕ້ຫົວຂໍ້ “ຄວາມທ້າທາຍ ແລະ ກາລະໂອກາດໃນການພັດທະນາເສດຖະກິດຂອງແຂວງ ຜ່ານການເຊື່ອມຕໍ່່ທາງລົດໄຟ”  ຢູ່ 03 ແຂວງພາກເໜືອ ຄື: ແຂວງຫຼວງພະບາງ, ແຂວງອຸດົມໄຊ ແລະ ແຂວງຫຼວງນ້ຳທາ. ການລົງເຄື່ອນໄຫວໃນຄັ້ງນີ້ ນຳພາໂດຍ ທ່ານ ຈັນທະບຸນ ລັດຕະນະວົງ ຫົວໜ້າຄະນະຊ່ວຍວຽກ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ທ່ານ ປອ ສະຖາບັນດິດ ອິນຊີຊຽງໃໝ່ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ,  ແລະ ທ່ານ ປອ ນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ທັງເປັນຄະນະຊ່ວຍວຽກ ທ່ານ ນາຍົກ ລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍກອງເລຂາ ແລະ ຕາງໜ້າຈາກ ອົງການ USAID ປະຈຳ ສປປ ລາວ ແລະ ໂຄງການ ສ້າງສະພາບແວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ ລວມທັງໝົດ 15 ທ່ານ ຕິດຕາມການລົງເຄື່ອນໄຫວວຽກງານໃນຄັ້ງນີ້.

ຜ່ານການລົງເຄື່ອນໄຫວວຽກງານ ໃນຄັ້ງນີ້ ແມ່ນໄດ້ເຂົ້າພົບປະການນຳຂອງ ທັງ 03 ແຂວງພາກ ເໜືອ ແລະ ໄດ້ຈັດກອງປະຊຸມປຶກສາຫາລື ທີ່ປະກອບມີທັງພາກລັດ ແລະ ພາກທຸລະກິດ ໃນຫົວຂໍ້ ຄວາມທ້າທາຍ ແລະ ກາລະໂອກາດໃນການພັດທະນາເສດຖະກິດຂອງແຂວງ ຜ່ານການເຊື່ອມຕໍ່່ທາງລົດໄຟ” ເພື່ອຮັບຝັງການລາຍງານສະພາບບັນຫາຂໍ້ຫຍຸ້ງຍາກໃນການດຳເນີນທຸລະກິດຢູ່ບັນດາແຂວງ ໂດຍຕາງໜ້າຈາກພາກທຸລະກິດຂອງແຂວງ ແລະ ຮັບຝັງການແກ້ໄຂຂອງພາກລັດຂັ້ນແຂວງໃນໄລຍະຜ່ານມາ ພ້ອມດ້ວຍທິດທາງໃນຕໍ່່ໜ້າ ເພື່ອແກ້ໄຂບັນຫາຂໍ້ຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຮ່ວມກັບພາກທຸລະກິດ ແນ່ໃສ່ເຮັດໃຫ້ການດຳເນີນທຸລະກິດມີຄວາມສະດວກ ແລະ ເສດຖະກິດຂອງແຂວງຂະຫຍາຍຕົວ ຕາມມະຕິຂອງສະພາແຫ່ງຊາດ ແລະ ລັດຖະບານ ທີ່ໄດ້ກຳນົດໄວ້ໃນວາລະແຫ່ງຊາດ.

ນອກຈາກການພົບປະການນຳຂັ້ນແຂວງ ແລະ ການຈັດຕັ້ງກອງປະຊຸມປຶກສາຫາລືພາກລັດ-ພາກທຸລະກິດ ແລ້ວ ຄະນະຊ່ວຍວຽກ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ຍັງໄດ້ລົງຢ້ຽມຢາມບັນດາບໍລິສັດວິສຫາຫະກິດຕ່າງໆ ເພື່ອຢ້ຽມຊົມ ແລະ ເກັບກຳບັນຫາຕ່າງໆ ເພື່ອສັງລວມແລ້ວລາຍງານໃຫ້ແກ່ຄະນະລັດຖະບານໃນຂັ້ນຕໍ່ໄປ.

ຂໍ້ມູນທີ່ເກັບກໍາໃນໄລຍະຂອງການເຄື່ອນໄຫວຄັ້ງນີ້ ຍັງຈະສາມາດປະກອບສວ່ນ ແລະ ເປັນບ່ອນອີງໃຫ້ແກ່ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໃນການຈັດເວທີເສວະນາດ້ານນະໂຍບາຍ ທີ່ຈະມາເຖິງໃນມໍ່ໆນີ້ ພາຍໄຕ້ຫົວຂໍ້ຄືດັ່ງກ່າວອີກດ້ວຍ.

ການເຄື່ອນໄຫວຄັ້ງນີ້ ໄດ້ຮັບການສະໜັບສະໜຸນໂດຍ ອົງການພັດທະນາສາກົນຂອງສະຫະລັດອາເມລິກາ ໂດຍຜ່ານ ໂຄງການສ້າງສະພາບເວດລ້ອມທີ່ເອື້ອອໍານວຍຕໍ່ທຸລະກິດລາວ.

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword