ກອງປະຊຸມ ນະຄອນມິດຕະພາບສາກົນ ສປ ຈີນ 2024

ກອງປະຊຸມ ນະຄອນມິດຕະພາບສາກົນ ສປ ຈີນ 2024

ໃນວັນທີ 18 ພະຈິກ 2024 ເວລາ 15:00 ທ່ານ ທະນູສອນ ພົນອາມາດ ພ້ອມຄະນະໄດ້ເຂົ້າຮ່ວມກອງປະຊຸມ ນະຄອນມິດຕະພາບສາກົນ ສປ ຈີນ, ເຊິ່ງຮ່ວມຈັດໂດຍ ສະມາຄົມມິດຕະພາບສາກົນປະຊາຊົນຈີນ,

ສະມາຄົມນະຄອນມິດຕະພາບສາກົນ ສປຈີນ ແລະ ອຳນາດການປົກຄອງແຂວງຢຸນຫນານ,ໂດຍມີຄະນະຜູ້ແທນເຂົ້າຮ່ວມຈາກພາກລັດ ແລະ ທຸລະກິດ ຈາກ 41ປະເທດ ຫລາຍກ່ວາ 700 ທ່ານ.
ຄະນະຜູ້ແທນຝ່າຍລາວເຂົ້າຮ່ວມນຳໂດຍ ທ່ານ ອານຸພາບ ຕຸນາລົມ ເລຂາຄະນະພັກ ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ,ທ່ານ ວຽງສະຫວັດ ສີພັນດອນ ເລຂາພັກແຂວງ ເຈົ້າແຂວງ ຫຼວງນ້ຳທາ, ທ່ານ ບຸນຈັນ ສີວົງພັນ ເລຂາພັກແຂວງ ເຈົ້າແຂວງຊຽງຂວາງ ພ້ອມຄະນະນໍາຈາກພາກສ່ວນທີ່ກ່ຽວຂ້ອງ. ພ້ອມດຽວກັນນັ້ນກໍມີເຈົ້າແຂວງ, ຮອງເຈົ້າແຂວງບັນດາປະເທດຕ່າງໆເຊັ່ນ:ຫວຽດນາມ ເກົາຫຼີ, ຍີ່ປຸ່ນ,ໄທ, ອາຟຣິກາ, ກຳປູເຈຍ, ລັດເຊຍ, ໂລມາເນຍ, ໄອເວລີໂຄດ ແລະ ປະເທດອື່ນໆ.
ກອງປະຊຸມໃນຄັ້ງນີ້ຍັງໄດ້ມີການມອບລາງວັນໃຫ້ແກ່ແຂວງ ແລະ ນະຄອນທີ່ໂດດເດັ່ນ ເຊິ່ງ ສປປລາວ ກໍ່ໄດ້ຮັບຫລາຍລາງວັນ, ພ້ອມນີ້ຍັງໄດ້ມີກອງປະຊຸມຍ່ອຍຕ່າງຕ່າງທີ່ປິ່ນອ້ອມເຊັ່ນ: ກອງປະຊຸມການກໍ່ສ້າງປະຊາຄົມຕົວເມືອງ ເຊື່ອມໂຍງ ເຊື່ອມຈອດ ຮ່ວມສະຕາກຳດຽວກັນ, ການເປີດຂະບວນລົດໄຟຈີນ ລາວ ໄທ ຈາກນະຄອນອັນຫນິງ ຜ່ານ ນະຄອນຫລວງວຽງຈັນ ຫາ ລະນອງ ແລະ ອື່ນໆ, ເຊິ່ງມີຈຸດປະສົງຫລັກແມ່ນເພື່ອເປັນການແລກປ່ຽນບົດຮຽນຊອກຫາກາລະໂອກາດຮ່ວມມືລະຫວ່າງແຂວງ,ນະຄອນນຳກັນໃຫ້ນັບມື້ນັບຂະຫຍາຍຕົວຢ່າງມີປະສິດທິຜົນ. ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ. ໂດຍສະເພາະການສ້າງປະຊາຄົມ ຕົວເມືອງເຊື່ອມໂຍງ ເຊື່ອມຈອດ ຮ່ວມສະຕາກຳດຽວກັນ,ຊ່ວຍເຫຼືອເຊີ່ງກັນ ແລະ ກັນ, ຮ່ວມກັນພັດທະນາ ແລະ ມິດຕະພາບຫມັ້ນຄົງ.
ໃນກອງປະຊຸມປິ່ນອ້ອມເພື່ອເຮັດໃຫ້ການເຊື່ອມໂຍງເຊື່ອມຈອດມີປະສິດທີຜົນສູງສຸດ ແລະ ມີຜົນປະໂຫຍດຮ່ວມກັນໂດຍສະເພາະແມ່ນການຮ່ວມມືອາຊຽນ-ຈີນ , ທ່ານ ທະນູສອນ ພົນອາມາດ ຮອງປະທານ ສຄອຊ ໄດ້ສະເໜີບາງຂໍ້ຄິດເຫັນເຊັ່ນ:
– ການສະເໜີໃຫ້ລັດຖະບານຈີນ ສະໜັບສະໜູນງົບປະມານການສ້າງກົນໄກເຊື່ອມໂຍງເຊື່ອມຈອດຕາມນະໂຍບາຍ Belt and Road ເຊີ່ງລວມເຖິງສະຫນັບສະຫນູນກົນໄກການຮ່ວມມືລະບຽງເສດຖະກິດ ລາວ-ຈີນ.
– ການພັດທະນາຊັບພະຍາກອນມະນຸດເພື່ອສະໜອງການຮ່ວມມືອຸດສາຫະກຳຕາມເສັ້ນທາງລົດໄຟ ແລະ ເຂດທ່າບົກ.
– ການຮ່ວມກັນສ້າງໂຄງການຮ່ວມກັນຕາມເສັ້ນທາງລົດໄຟ ລາວ-ຈີນ ແລະ ອື່ນໆ.
ກອງປະຊຸມໄດ້ປິດລົງໃນວັນທີ 19 ພະຈິກ 2024

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword