ກອງປະຊຸມ ວິຊາການເຜີຍແຜ່ ລະບຽບການ ວ່າດ້ວຍ ສິນຄ້າທີ່ປາສະຈາກການທຳລາຍປ່າໄມ້(EUDR) ໃນຂະແໜງການທຸລະກິດລ້ຽງງົວ

ກອງປະຊຸມ ວິຊາການເຜີຍແຜ່ ລະບຽບການ ວ່າດ້ວຍ ສິນຄ້າທີ່ປາສະຈາກການທຳລາຍປ່າໄມ້(EUDR) ໃນຂະແໜງການທຸລະກິດລ້ຽງງົວ

ກອງປະຊຸມ ວິຊາການເຜີຍແຜ່ ລະບຽບການ ວ່າດ້ວຍ ສິນຄ້າທີ່ປາສະຈາກການທຳລາຍປ່າໄມ້(EUDR) ໃນຂະແໜງການທຸລະກິດລ້ຽງງົວ ໃນວັນທີ 31 ຕຸລາ 2024 ທີ່ພັດຕະຄານ ແລະ ຮ້ານອາຫານຊົມວິວ, ບ້ານຫ້ວຍສະເຫງົ້າ ເມືອງວັງວຽງ, ແຂວງວຽງຈັນ

ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ສຄອຊ ໄດ້ເຂົ້າຮ່ວມເປັນປະທານເປີດກອງປະຊຸມ ວິຊາການ ລະຫ່ວາງ EU ແລະ ພາກທຸລະກິດ ຂອງ ສປປ ລາວ ກ່ຽວກັບ ລະບຽບການ ວ່າດ້ວຍ ສິນຄ້າທີ່ປາສະຈາກການທຳລາຍປ່າໄມ້ (EUDR) ຂະແໜງການທຸລະກິດລ້ຽງງົວ, ໂດຍມີ ທ່ານ ນາງ Ms. Cecile Leroy ອະນຸເລຂາ ສະຫະພາບເອີຣົບ ປະຈໍາຢູ່ ສປປ ລາວ ເປັນປະທານຮ່ວມ ແລະ ມີບັນດາ ທ່ານ ປະທານ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຂວງ, ຄະນະບໍລິຫານ ສຄອ ແຂວງ, ສູນກາງກຳມະບານລາວ, ກົມກວດກາປ່າໄມ້, ພະແນກ ອຸດສາຫະກຳ ແລະ ການຄ້າ ແຂວງ, ພະແນກ ກະສິກຳ ແລະ ປ່າໄມ້, ໂຮງຮຽນເຕັກນິກວິຊາຊີບ, ພາກວິຊາການລ້ຽງສັດ, ມຊ, ສູນສືກສາການຄົ້ນຄວ້າ NAFRI, ຕາງໜ້າຈາກ ຂະແໜງການທຸລະກິດ, ສະມາຄົມຜູ້ລ້ຽງງົວ, ກຸ່ມທຸລະກິດ ຂະແໜງຟາມ ຈາກສູນກາງ ແລະ ແຂວງ ເຂົ້າຮ່ວມ
ຈຸດປະສົງຂອງກອງປະຊຸມແມ່ນເພື່ອເຜີຍແຜ່ ລະບຽບການ ວ່າດ້ວຍ ສິນຄ້າທີ່ປາສະຈາກການທຳລາຍປ່າໄມ້ EUDR ຂອງສະຫະພາບເອີຣົບ ໄດ້ວາງຂໍ້ກຳນົດ ຕໍ່ບັນດາບໍລິສັດ. ລະບຽບການ ນີ້ໄດ້ຮຽກຮ້ອງໃຫ້ ບັນດາບໍລິສັດ ທີ່ຈຳໜ່າຍ ຜະລິດຕະພັນໃນຕະຫຼາດ EU, ຄ້າຂາຍສິນຄ້າ ຢູ່ໃນ EU ຫຼື ສົ່ງອອກ ສິນຄ້າຈາກ EU ແມ່ນຕ້ອງໄດ້ດໍາເນີນການປະເມີນ ຄວາມຖືກຕ້ອງຂອງສິນຄ້າ ເຊິ່ງຈະບໍ່ມີຂໍ້ບັງຄັບ ສຳລັບລັດຖະບານ ຫຼື ຜູ້ຜະລິດສິນຄ້າ ໃນການປະເມີນຄວາມຖືກຕ້ອງຂອງສິນຄ້າເຫຼົ່ານີ້ ພາຍໃຕ້ລະບຽບການນີ້ຜູ້ຜະລິດສິນຄ້າ ທີ່ຢູ່ນອກອານາເຂດຂອງ EU ແມ່ນບໍ່ມີພັນທະໃນການດໍາເນີນການປະເມີນ ຄວາມຖືກຕ້ອງຂອງສິນຄ້າ.
ການສ້າງຈິດສຳນຶກ ແລະ ການສ້າງຄວາມເຂົ້າໃຈ ກ່ຽວກັບ “EUDR ”ຈະກໍ່ໃຫ້ເກີດ ຜົນປະໂຫຍດ ແລະ ທ່າແຮງໃຫ້ຂະແໜງການທຸລະກິດລ້ຽງງົວ ຂອງ ສປປ ລາວ ໂຄງການ “ເຜີຍແຜ່ EUDR ”ໃນ ສປປ ລາວ ມີສາມອົງປະກອບຄື:
1. ການດໍາເນີນ ການສຶກສາ ຜົນສະທ້ອນ ຂອງ EUDR ຕໍ່ ສປປ ລາວ ແລະ ຄວາມກຽມພ້ອມ ຂອງ ສປປ ລາວ ໃນການຈັດຕັ້ງປະຕິບັດ ລະບຽບການໃໝ່ ຂອງ EU.
2.ການຈັດກອງປະຊຸມ ລະດັບສູງກັບລັດຖະບານ ແລະ ກອງປະຊຸມວິຊາການກັບພາກທຸລະກິດ ເພື່ອເຜີຍແຜ່ ແລະ ປຶກສາຫາລື ກ່ຽວກັບ EUDR.
3.ການເຜີຍແຜ່ ຂໍ້ມູນ ຂອງ EUDR ໃຫ້ພາກສ່ວນກ່ຽວຂ້ອງໂດຍສະເພາະແມ່ນຂະແໜງທຸລະກິດ ເປັນສ່ວນໜຶ່ງຂອງສະໜັບສະໜູນ ຂອງ EU ເພື່ອປູກຈິດສໍານຶກ ແລະ ສ້າງຄວາມເຂົ້າໃຈກ່ຽວກັບ EUDR ແລະ ເພື່ອສົ່ງເສີມ ສິນຄ້າທີ່ປາສະຈາກການທຳລາຍປ່າໄມ້ ທີ່ມີຄຸນຄ່າໃຫ້ພາກສ່ວນທີ່ກ່ຽວຂ້ອງກັບທຸລະກິດຂະແໜງການລ້ຽງງົວ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword