ກອງປະຊຸມປຶກສາຫາລື ຂະບວນການຮັບຮູ້ມາດຕະຖານ ສີມືແຮງງານ

ກອງປະຊຸມປຶກສາຫາລື ຂະບວນການຮັບຮູ້ມາດຕະຖານ ສີມືແຮງງານ

ກອງປະຊຸມປຶກສາຫາລື ຂະບວນການຮັບຮູ້ມາດຕະຖານ ສີມືແຮງງານ Consultation Workshop on Skills Standard Recognition ລະຫວ່າງ ວັນທີ 24-25 ຕຸລາ 2022, ທີ່ເຮືອນຮັບແຂກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ນະຄອນຫຼວງວຽງຈັນ.

ວິຊາການ ຕາງໜ້າພະແນກ ພັດທະນາຜູ້ປະກອບການ ແລະ ກິດຈະການຕາງໜ້າຜູ້ໃຊ້ແຮງງານ (ພກ ຜຊງ), ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ເຂົ້າຮ່ວມ ກອງປະຊຸມປຶກສາຫາລື ຂະບວນການຮັບຮູ້ມາດຕະຖານ ສີມືແຮງງານ ລະຫວ່າງ ວັນທີ 24-25 ຕຸລາ 2022, ທີ່ເຮືອນຮັບແຂກ ໂດຍໃຫ້ກຽດຮ່ວມເປັນປະທານກອງປະຊຸມ ຂອງ ່ທ່ານ ປອ. ບຸນມາ ສິດທິໂສມ, ຫົວໜ້າ ສະຖາບັນ ພັດທະນາສີມືແຮງງານ, ທ່ານ ນາງ ແກ້ວວັນໄລ ພັນທະວົງ ຜູ້ປະສານງານ ອົງການແຮງງານສາກົນ ແລະ ສປ ຈີນ ILO- China Partnership Programme, ພ້ອມດ້ວຍຜູ້ຕາງໜ້າ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) , ຕາງໜ້າຈາກ ສະຖາບັນພັດທະນາສີມືແຮງງານ, ສະຖາບັນອາຊີວະສຶກສາ, ສະມາຄົມກຸ່ມ ແລະ ກຸ່ມທຸລະກິດຕ່າງໆ ທີ່ເຂົ້່າຮ່ວມ.
ຈຸດປະສົງຂອງກອງປະຊຸມ ແມ່ນເພື່ອປຶກສາຫາລື ກ່ຽວກັບຄວາມໝາຍ, ຄວາມສຳຄັນ, ຈຸດປະສົງ ແລະ ຂັ້ນຕອນຂອງການຮັບຮູ້ມາດຕະຖານສີມືແຮງງານ, ຄາດໝາຍຂອງການຈັດກອງປະຊຸມນີ້ ແມ່ນເພື່ອເຂົ້າໃຈກ່ຽວກັບ ການຮັບຮູ້ມາດຕະຖານສີມືແຮງງານ ມີການຢັ້ງຢືນສີມືແຮງງານ, ມີຂັ້ນຕອນຄື ການສົມທຽບມາຕະຖານ ການຮັບຮູ້ຜົນປະໂຫຍດໃຫ້ພາກສ່ວນເອກະຊົນ ແລະ ພາກສ່ວນລັດ. ນອກນັ້ນ, ພາຍໃນກອງປະຊຸມ ມີການນຳສະເໜີ ບົດຮຽນການຜັນຂະຫຍາຍ ມາດຕະຖານ ສີມືແຮງງານເຂົ້າໃນການພັດທະນາ ຫຼັກສູດຝືກສີມືແຮງງານ ແລະ ການຈັດການຝືກສີມືແຮງງານ ຈາກສູນພັດທະນາສີມືແຮງງານ ແລະ ມີການແບ່ງກຸ່ມໃນການຄົ້ນຄວ້າ ຂັ້ນຕອນມາດຕະຖານສີມືແຮງງານ ແລ້ວໃຫ້ມີການຂຶ້ນນຳສະເໜີ, ກອງປະຊຸມ ຈະໄດ້ດຳເນີນເປັນເວລາ ສອງວັນ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword