ກອງປະຊຸມປືກສາຫາຫລືກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງ ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ)
ນະຄອນຫຼວງວຽງຈັນ, 16 ກໍລະກົດ 2025, ສະພາການຄ້າ ແລະ ອຸດສະຫາກຳ ແຫ່ງຊາດລາວ (ສຄອຊ), ນຳໂດຍ ທ່ານ ອຸເດດ ສຸວັນນະວົງ ປະທານ ສຄອຊ, ປະທານ
ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ) ພ້ອມດ້ວຍຄະນະຮອງປະທານ, ສະພາການຄ້າຈີນ ປະຈຳ ສປປ ລາວ, ສະພາການຄ້າ ຈີນ ຕ່າງດາວ, ທະນະຄານຈີນ ປະຈຳ ສປປ ລາວ, ບໍລິສັດເສັ້ນທາງລົດໄຟ ລາວ-ຈີນ ແລະ ພາກທຸລະກິດ ຈຳນວນ 25 ທ່ານ ໄດ້ເຂົ້າຮ່ວມກອງປະຊຸມປືກສາຫາຫລືກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງ ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ)
ໃນໂອກາດຄັ້ງນີ້, ທ່ານ ອຸເດດ ສຸວັນນະວົງ, ປະທານ ສຄອຊ ໄດ້ສະແດງຄວາມຍີນດີຕ້ອນຮັບຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ (ຄທລຈ) ແລະ ຕີລາຄາສູງຕໍ່ການຈັດກອງປະຊຸມໃນຄັ້ງນີ້, ເຊີ່ງຫ້ອງການ ຄະນະກຳມາທິການສົ່ງເສີມການຮ່ວມມືທຸລະກິດ ລາວ-ຈີນ ປະຈຳ ສຄອຊ ໄດ້ສ້າງຕັ້ງຂື້ນໃນວັນທີ 20 ມັງກອນ 2020 ແລະໄດ້ຈັດກອງປະຊຸມພົບປະຄະນະທັ້ງຫມົດ 02 ຄັ້ງ. ສະນັ້ນ, ຈື່ງຖືໂອກາດຄັ້ງນີ້ໄດ້ຈັດກອງປະຊຸມປືກສາຫາລືກ່ຽວກັບການຈັດຕັ້ງປະຕິບັດ ແລະ ການເຄື່ອນໄຫວວຽກງານ ຂອງ ຄະນະ ຄທລຈ ເພື່ອຈະເປັນບາດກ້າວບຸກທະລຸວຽກງານໃນການສົ່ງເສີມການຮ່ວມມື ລາວ-ຈີນ ໂດຍສະເພາະແນ່ໃສ່ສົ່ງເສີມຊຸກຍູ້ການຮ່ວມມືພັດທະນາ ແລະ ອຳນວຍຄວາມສະດວກໃນກອບແຜນວຽກການຮ່ວມມືລຽບຕາມເສັ້ນທາງລົດໄຟ ລາວ-ຈີນ, ປັບປັງສະພາບແວດລ້ອມທຸລະກິດ ລາວ-ຈີນໃຫ້ດີຂື້ນ, ຜັກດັນຊຸກຍູ້ແລະແກ້ໄຂຂໍ້ຂັດແຍ່ງບັນຫາຕ່າງໆທີ່ ພາກທຸລະກິດ ຈີນ ເຂົ້າມາລົງທືນໃນ ສປປ ລາວ ໃຫ້ມີປະສິດທິຜົນຂື້ນ.
ກອງປະຊຸມໃນຄັ້ງນີ້ແມ່ນເພື່ອເປັນການປືກສາຫາຫລືລະດົມຂົນຂວາຍໃນການຊຸກຍູ້ສົ່ງເສີມທຸລະກິດ ລາວ-ຈີນ ໃຫ້ມີປະສິດທິຜົນ, ເພື່ອລາຍງານວຽກງານ ຂອງ ຄທລຈ ປະຈຳປີ 2020-2025 ແລະ ສີ່ງທ້າທາຍແຜນການໃນຕໍ່ໜ້າ ເຊັ່ນ: ການປັບປຸງບຸກຄະລາກອນ ແລະ ຈັດແບ່ງໜ້າທີ່ຊັດເຈນໃຫ້ຄະນະກຳມາທິການ, ລະດົມທືນຮອນເພື່ອໃຊ້ຈ່າຍໃນການເຄື່ອນໄຫວກິດຈະກຳຕ່າງໆທັງພາຍໃນ ແລະ ຕ່າງປະເທດ, ກຳນົດໂຄງການຮ່ວມມືຕົວແບບ ແລະ ຈັດສັນລາຍຮັບຈຳນວນໜື່ງຈາກໂຄງການດັ່ງກ່າວ ສະໜັບສະໜູນການຢ້ຽມຢາມບັນດາກະຊວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ສປປ ລາວ ແລະ ສປ ຈີນ ເພື່ອພົບປະປືກສາຫາຫລື ແລະ ສະເໜີພາລະບົດບາດຂອງຄະນະກຳມາທິການ, ສະເໜີສືກສາກ່ຽວກັບໂຄງການທີ່ມີທ່າແຮງ(ໂຄງການທ່ອງທ່ຽວ, ເຂດປຸງແຕ່ງກະສິກຳ, ເຂດອຸດສາຫະກຳ, ເຂດໂລຈິສຕິກ ແລະ ອື່ນໆ) ຕາມເສັ້ນທາງລົດໄຟ ລາວ-ຈີນ.
ດັ່ງນັ້ນ, ຄະນະ ຄທລຈ ຈື່ງເຫັນວ່າການຈັດກອງປະຊຸມໃນຄັ້ງນີ້ ແມ່ນມີຄວາມໝາຍສຳຄັນຢ່າງຍີ່ງ ຕໍ່ກັບວຽກງານການຊຸກຍູ້ສົ່ງເສີມວຽກງານການຄ້າ ແລະ ການລົງທືນ ລາວ-ຈີນ ເພື່ອຂະຫຍາຍຂອບການຮ່ວມມືເຮັດວຽກຂອງຄະນະ ຄທລຈ ໃຫ້ເລີກເຊີ່ງແລະເເໜ້ນແຟ້ນກວ່າເກົ່າ.
