ກອງປະຊຸມ ຫົວຂໍ້ ການພັດທະນາການໃຫ້ບໍລິການ ດ້ານວຽກງານອາຊີວະສຶກສາ

ກອງປະຊຸມ ຫົວຂໍ້ ການພັດທະນາການໃຫ້ບໍລິການ ດ້ານວຽກງານອາຊີວະສຶກສາ

ກອງປະຊຸມ ຫົວຂໍ້ ການພັດທະນາການໃຫ້ບໍລິການ ດ້ານວຽກງານອາຊີວະສຶກສາ “Developing new services for the modernization of TVET systems in Cambodia, Indonesia, Laos and Vietnam” ໃນລະຫວ່າງວັນທີ 13 ຫາ 14 ຕຸລາ 2022, ທີ່ ນະຄອນຫຼວງຮ່າໂນ້ຍ, ປະເທດຫວຽດນາມ.

ທ່ານ ພູໄຊ ເທບພະວົງ, ເລຂາທິການ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ພ້ອມດ້ວຍ ຫົວໜ້າພະແນກ ເຊື່ອມໂຍງພາກພື້ນ ແລະ ສົ່ງເສີມການລົງທຶນ ແລະ ຫົວໜ້າ ສູນບໍລິການ ອາຊີວະສຶກສາແບບຄວບຄູ່ (DCT SC) ເຂົ້າຮ່ວມກອງປະຊຸມ ຫົວຂໍ້ ການພັດທະນາການໃຫ້ບໍລິການ ດ້ານວຽກງານອາຊີວະສຶກສາ “Developing new services for the modernization of TVET systems in Cambodia, Indonesia, Laos and Vietnam” ໂດຍມີຜູ້ເຂົ້າຮ່ວມາຈາກ ປະເທດລາວ (LNCCI), ກໍາປູເຈຍ (YEAC), ຫວຽດນາມ (VCCI) ແລະ ອິນໂດເນເຊຍ (EduKadin and METI)
ຈຸດປະສົງຂອງກອງປະຊຸມໃນຄັ້ງນີ້ແມ່ນເພື່ອ:
• ສົນທະນາແລກປ່ຽນກ່ຽວກັບຂັ້ນຕອນ, ຂະບວນການອອກແບບ ແລະ ພັດທະນາ ການໃຫ້ບໍລິການໃນການສົ່ງເສີມວຽກງານອາຊີວະສຶກສາທີ່ເໝາະສົມກັບແຕ່ລະປະເທດ.
• ສ້າງຄວາມເຂັ້ມແຂງໃຫ້ກັບອົງກອນທຸລະກິດໃນການບໍລິການທີ່ມີຄວາມຕ້ອງການ, ສາມາດສ້າງລາຍຮັບ ແລະ ມີຄວາມຍືນຍົງ.
• ການວິເຄາະຄວາມຕ້ອງການ, ຮັບຮູ້ເຖິງໂອກາດເຂົ້່າເຖິງກຸ່ມປົ້າໝາຍ, ຄວາມສ່ຽງ ແລະ ສິ່ງທ້າທາຍໃນການເຮັດວຽກກັບພາກທຸລະກິດ.
• ທົບທວນຄືນຂັ້ນຕອນການຈັດຕັ້ງປະຕິບັດ ແລະ ພັດທະນາຮູບແບບ, ກໍານົດຜູ້ມີສ່ວນຮ່ວມ ລວມເຖິງວິທີການເຮັດວຽກກັບຄູຮ່ວມພັດທະນາ.
ໃນຕອນທ້າຍຂອງກອງປະຊຸມຜຸ້ເຂົ້າຮ່ວມ ຈະໄດ້ຂື້້ນແຜນຈັດກິດຈະະກຳ ເຊິ່ງ ສຄອຊ ໄດ້ເລືອກເອົາກິດຈະກຳ ງານຕະຫຼາດນັດແຮງງານ ມີຊື່ງານ “Ready4Work” Festival ເຊິ່ງຈະຈັດຂື້ນກາງເດືອນ ມັງກອນ 2022 ທີ່ ນະຄອນຫຼວງວຽງຈັນ. ສຳລັບຂໍ້ມູນເພີມເຕີມຈະແຈ້ງຕື່ມພາຍຫຼັງ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword