ກອງປະຊຸມປຶກສາຫາລື ແລະ ການຝຶກອົບຮົມ ໃນຫົວຂໍ້: ກຽ່ວກັບ ການລາຍງານ, ການບັນທຶກ, ການແຈ້ງ ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ທີ່ເກີດຂຶ້ນໃນສະຖານທີ່ເຮັດວຽກ

ກອງປະຊຸມປຶກສາຫາລື ແລະ ການຝຶກອົບຮົມ ໃນຫົວຂໍ້: ກຽ່ວກັບ ການລາຍງານ, ການບັນທຶກ, ການແຈ້ງ ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ທີ່ເກີດຂຶ້ນໃນສະຖານທີ່ເຮັດວຽກ

ກອງປະຊຸມປຶກສາຫາລື ແລະ ການຝຶກອົບຮົມ ໃນຫົວຂໍ້: ກຽ່ວກັບ ການລາຍງານ, ການບັນທຶກ, ການແຈ້ງ ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ

ທີ່ເກີດຂຶ້ນໃນສະຖານທີ່ເຮັດວຽກ, ໃນວັນທີ 3 – 4 ພຶດສະພາ 2023, ທີ່ ໂຮງແຮມລາວພລາຊ່າ. ທ່ານ ປອ ໄຊບັນດິດ ຣາຊະພົນ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ໄດ້ເຂົ້າເປັນປະທານຮວ່ມໃນກອງປະຊຸມປຶກສາຫາລື ແລະ ການຝຶກອົບຮົມ ໃນຫົວຂໍ້: ກຽ່ວກັບ ການລາຍງານ, ການບັນທຶກ, ການແຈ້ງ ອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ທີ່ເກີດຂຶ້ນໃນສະຖານທີ່ເຮັດວຽກ ຮ່ວມກັບທ່ານ ທ່ານ ອຸດອນ ມະນີບຸນ , ຮອງຫົວຫນ້າກົມຄຸ້ມຄອງແຮງງານ ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ, ທ່ານ ນ. ຈັນເພັນ ມະນີແສງ ຫົວຫນ້າກົມປົກປ້ອງແຮງງານ, ສູນກາງສະຫາພັນກຳມະບານລາວ, ທ່ານ ວຽງປະສິດ ທິບພະສຸດາຜູ້ປະສານງານ ອົງການ ILO ປະຈໍາ ສປປລາວ
ໃນວຽກງານດັ່ງກ່າວນີ້ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໃນນາມອົງການຕາງໜ້າຜູ້ໃຊ້ແຮງງານ ແລະ ເປັນຄູ່ຮ່ວມມືໃນການຈັດຕັ້ງປະຕິບັດວຽກງານ ສາມຝ່າຍ ເຊັ່ນ: ຄວາມປອດໄພ ແລະ ສຸຂະພາບແຮງງານ ນີ້ ກໍ່ໄດ້ໃຫ້ຄວາມສຳຄັນທີ່ສຸດ ເຊິ່ງສະແດງດວ້ຍການແຕ່ງຕັ້ງບຸກຄະລາກອນ ຂັ້ນຄະນະບໍລິຫານງານ, ຂັ້ນຮອງເລຂາທິການ, ຂັ້ນພະແນກ ແລະ ຂັ້ນວິຊາການ ເພື່ອປະກອບເຂົ້າເປັນຄະນະຮັບຜິດຊອບສ້າງແຜນງານແຫ່ງຊາດ 5 ປີ (2021-2025) ວ່າດວ້ຍວຽກງານ ຄວາມປອດໄພ ແລະ ສຸຂະພາບແຮງງານ. ເຊິ່ງໃນວຽກງານດັ່ງກ່າວທາງ ຄະນະຊີ້ນຳຂອງ ສະພາການຄ້າ ແລະ ອຸດສະຫາກຳ ແຫ່ງຊາດລາວ ກໍ່ມີການພົວພັນກັບອົງການຈັດຕັ້ງສາມຝ່າຍ, ໃນການຈັດກິດຈະກຳໂຄສະນາເຜີຍແຜ່, ເຂົ້າຮວ່ມສຶກສາຄົ້ນຄວ້າ, ປຶກສາຫາລືໃນການສ້າງແລະ ປັບປຸງນະໂຍບາຍ, ກົດໝາຍ, ຍຸດທະສາດ, ລະບຽບການກຽ່ວກັບວຽກງານຄວາມປອດໄພ ແລະ ສຸຂະພາບແຮງງານ ໂດຍການຮວ່ມມືກັບບັນດາ, ສະມາຄົມ, ກຸ່ມທຸລະກິດ ແລະ ວິສາຫະກິດທີ່ເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພາຍໃຕ້ການສະຫຼັບສະໜູນ ຂອງໂຄງການ ILO ແລະ ໂຄງການອຶ່ນໆ. ແລະ ພ້ອມທັງປະຕິບັດ ສິດ ແລະ ໜ້າທີ່ຂອງຕົນເອງ ໃນນາມອົງການຕາງໜເາຜູ້ໃຊ້ແຮງງານ ທີໄດ້ກຳນົດໄວ້ໃນ ໝວດທີ2, ມາດຕາ 60 ຂອງ ດຳລັດ ວ່າດວ້ຍ ຄວາມປອດໄພ ແລະ ສຸຂະພາບແຮງງານ , ສະບັບເລກທີ 22/ລບ, ລົງວັນທີ 05/02/2019.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword