ກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ແຂວງຫຼວງພະບາງ

ກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ແຂວງຫຼວງພະບາງ, ໃນວັນທີ 04 ຕຸລາ 2023, ທີ່ຫ້ອງປະຊຸມໂຮງແຮມ ຫຼວງພະບາງວິວ, ແຂວງຫລວງພະບາງ

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ (ສຄອຊ) ໂດຍຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ (ສຄອ.ຫຼບ) ໄດ້ສຳເລັດໃນການຈັດກອງປະຊຸມປຶກສາຫາລື ໜ່ວຍງານພາກທຸລະກິດທ່ອງທ່ຽວ ຂອງແຂວງຫຼວງພະບາງ ພາຍໄຕ້ກົນໄກກອງປະຊຸມທຸລະກິດລາວ (LBF), ໂດຍການເປັນປະທານຂອງ ທ່ານ ບຸນທ່ຽງ ສຸລິວັນ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງຫຼວງພະບາງ. ນອກຈາກນີ້ ຍັງມີຜູ້ເຂົ້າຮ່ວມຕາງໜ້າຈາກສະມາຄົມ-ກຸ່ມທຸລະກິດແລະ ຫົວໜ່ວຍທຸລະກິດ ທີ່ຕິດພັນກັບຂະແໜງການທ່ອງທ່ຽວ ຈຳນວນ 25 ກ່ວາທ່ານ.
ຈຸດປະສົງຂອງກອງປະຊຸມຄັ້ງນີ້ແມ່ນເພື່ອ ເປັນການປຶກສາຫາລື, ແລກປ່ຽນຂໍ້ຄິດເຫັນ, ປະສົບການສິ່ງທ້າທ້າຍຕົວຈິງທີ່ຂະແໜງການພາຍໃນແຂວງພົບພໍ້ ເປັນຕົ້ນແມ່ນ ການຂໍ້ໃບອະນຸຍາດນຳເຂົ້ານັກທ່ອງທ່ຽວ, ການຄຸ້ມຄອງການບໍລິການຈັດສົ່ງ-ໂດຍສານ, ການຍົກເວັ້ນ ວີຊາ (VISA) ໃຫ້ກຸ່ມປະເທດເປົ້າໝາຍເພີ່ມຕື່ມ, ການຂາດແຄນແຮງງານທີ່ມີທັກສະ, ຍັງບໍ່ໂຮງໝໍທີ່ຮອງຮັບນັກທ້ອງທ່ຽວທີ່ໄດ້ມາດຕະຖານ, ບັນຫາປະກົດການຍໍ້ທໍ້ ຍາເສບຕິດ ແລະ ລັກຊັບ, ສ້າງຫຼັກສູດໄລຍະສັ້ນ ແລະ ການຢັ້ງຢືນໃຫ້ສີມືແຮງງານຂະແໜງຫັດຖະກຳ, ການຄວບຄຸ້ມນ້ຳໜັກລົດຂົນສົ່ງສິນຄ້າ ແລະ ອື່ນໆ
ກອງປະຊຸມດັ່ງກ່າວໄດ້ດຳເນີນໄປຢ່າງຝົດຟື້ນ, ມີລັກສະນະປຶກສາຫາລືທີ່ສ້າງສັນ ຍັງໄດ້ຍົກເອົາບັນຫາທີ່ເປັນບຸລິມະສິດຂື້ນພາຍໃນກຸ່ມດັ່ງກ່າວ, ບາດກ່າວຕໍ່ໄປ ກອງເລຂາຈະໄດ້ສັງລວມລາຍລະອຽດບັນຫາ ແລະ ຂໍ້ສະເໜີບຸລິມະສິດ ເພື່ອຄັດຈ້ອນເອົາບັນຫາສະເໜີໃຫ້ແກ່ພະແນກການທີ່ກ່ຽວຂ້ອງເພື່ອພິຈາລະນາ ແລະ ແນວທາງໃນການແກ້ໄຂບັນຫາ.
ກອງປະຊຸມຄັ້ງນີ້ໄດ້ຮັບການສະໜັບສະໜູນໂດຍ ອົງການ ແພລນສາກົນ ປະຈຳ ສປປ ລາວ ໂດຍຜ່ານໂຄງການ SUSTOUR LAOS.

Related Posts

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword