ກອງປະຊຸມເຜີຍແຜ່ນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ

ກອງປະຊຸມເຜີຍແຜ່ນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ) ແລະ ທະນາຄານແຫ່ງ ສປປລາວ (ທຫລ) ຮ່ວມກັນຈັດກອງປະຊຸມເຜີຍແຜ່ນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ສະພາການຄ້າຕ່າງປະເທດປະຈໍາລາວ,

ໃນວັນທີ 15 ກັນຍາ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ
ທ່ານນາງ ສຸພາພອນ ສວນນະວົງ ຄະນະບໍລິຫານງານ ສຄອຊ ເປັນປະທານຮ່ວມ ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ຫົວໜ້າກົມຄຸ້ມຄອງເງິນຕາຕ່າງປະເທດ (ທຫລ) ແລະ ມີຕາງໜ້າຈາກສະພາການຄ້າຕ່າງປະເທດປະຈໍາລາວ, ສະມາຄົມນັກທຸລະກິດຕ່າງປະເທດປະຈຳລາວ, ກຸ່ມນັກທຸລະກິດຕ່າງປະເທດປະຈຳລາວ ພ້ອມດ້ວຍຕາງໜ້າຈາກພາກທຸລະກິດທຸກພາກສ່ວນເຂົ້າຮ່ວມ ກອງປະຊຸມເຜີຍແຜ່ນິຕິກຳຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ສະພາການຄ້າຕ່າງປະເທດປະຈໍາລາວ
ເອກະສານທີ່ນຳມາເຜີຍແຜ່ໃນຄັ້ງນີ້ປະກອບມີ: ການເຜີຍແຜ່ກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງ ປະເທດ (ສະບັບປັບປຸງ); ຄໍາສັ່ງວ່າດ້ວຍການຈັດຕັ້ງປະຕິບັດການຄຸ້ມຄອງເງິນຕາຕ່າງປະເທດ ສະບັບເລກທີ 10/ນຍ, ລົງວັນທີ 14 ກໍລະກົດ 2023; ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ກ່ຽວກັບການນໍາເຂົ້າ-ສົ່ງອອກສິນຄ້າ ແລະ ການບໍລິການ ສະບັບເລກທີ 677/ທຫລ. ບັນດາເອກະສານດັ່ງກ່າວໄດ້ກຳນົດລະອຽດກ່ຽວກັບກົນໄກການຄຸ້ມຄອງເງິນຕາຕ່າງປະເທດ ແລະ ໄດ້ກຳນົດທິດທາງການຈັດຕັ້ງປະຕິບັດວຽກງານຄຸ້ມຄອງເງິນຕາຕ່າງປະເທດຂອງບັນດາກະຊວງ, ອົງການ, ສັງຄົມໃຫ້ມີຄວາມເປັນເອກະພາບ ເພື່ອຮັບປະກັນໃຫ້ການເຄື່ອນໄຫວເງິນຕາຕ່າງປະເທດສອດຄ່ອງຕາມກົດໝາຍ ແລະ ລະບຽບການກ່ຽວຂ້ອງ.
ທ່ານ ເພັດສະຖາພອນ ແກ້ວວົງວິຈິດ ກ່າວວ່າ: ສໍາລັບວຽກງານໃນຂົງເຂດຄຸ້ມຄອງເງິນຕາຕ່າງປະເທດ ເຫັນວ່າມີຫຼາຍບັນຫາທີ່ທ້າທາຍພໍສົມຄວນ ເປັນຕົ້ນການນໍາໃຊ້ເງິນຕາຕ່າງປະເທດຢູ່ພາຍໃນ, ການຄຸ້ມຄອງເງິນຕາຕ່າງປະເທດດ້ານການຄ້າ, ການລົງທຶນ, ໜີ້ສິນຕ່າງປະເທດ ແລະ ການບໍລິການເງິນຕາຕ່າງປະເທດທີ່ບໍ່ໄດ້ຮັບອະນຸຍາດ ທັງໝົດນີ້ເປັນບັນຫາທີ່ພວກເຮົາຕ້ອງໄດ້ແກ້ໄຂຢ່າງຮີບດ່ວນ ແລະ ໃຫ້ທັນກັບສະພາບການ. ພ້ອມນີ້ຜູ້ເຂົ້າຮ່ວມກອງປະຊຸມ ຍັງໄດ້ເອົາໃຈໃສ່ຕິດຕາມຄົ້ນຄວ້າປະກອບຄໍາຄິດຄໍາເຫັນຢ່າງກົງໄປກົງມາ ເພື່ອ ໃຫ້ການຈັດຕັ້ງປະຕິບັດຄໍາສັ່ງດັ່ງກ່າວໄດ້ຮັບຜົນສຳເລັດເປັນຢ່າງດີ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword