ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ 2022

ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ 2022

ກອງປະຊຸມເຜີຍແຜ່ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ 2022, ໃນວັນທີ 28 ກັນຍາ 2023, ທີ່ໂຮງແຮມແລນມາກ ແມ່ຂອງລີເວີໄຊ

ທ່ານ. ປອ. ຄໍາຫຼ້າ ນາກຄະວົງ ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ພ້ອມທັງເປັນ ຄະນະຮັບຜິດຊອບວຽກງານສ້າງຕັ້ງຫ້ອງການໄກ່ເກ່ຍຂໍ້ຂັດແຍ່ງທາງດ້ານເສດຖະກິດເອກະຊົນ ໄດ້ເຂົ້າຮ່ວມ ກອງປະຊຸມ ເຜີຍແຜ່ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ 2022, ໂດຍກໍາມາທິການຍຸຕິທໍາ ສະພາແຫ່ງຊາດ ໄດ້ຈັດກອງປະຊຸມດັ່ງກ່າວຂຶ້ນເພື່ອເຜີຍແຜ່ ໃຫ້ແກ່ບັນດາອົງການ ແລະ ກະຊວງຕ່າງໆ (ຂັ້ນສູນກາງ) ໂດຍການເປັນປະທານຂອງທ່ານ ປອ. ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ, ມີທ່ານ ຄໍາແພງ ວິລະພັນ ປະທານກໍາມາທິການຍຸຕິທໍາ, ບັນດາທ່ານຮອງປະທານກໍາມາທິການຂອງສະພາແຫ່ງຊາດ, ຮອງລັດຖະມົນຕີ, ຮອງປະທານສູນກາງແນວລາວສ້າງຊາດ, ຮອງຫົວໜ້າອົງການຈາກ ສານປະຊາຊົນສູງສຸດ, ອົງການໄອຍະການປະຊາຊົນສູງສຸດ, ອົງການກວດກາແຫ່ງລັດ, ສໍານັກງານປະທານປະເທດ, ສໍານັກງານນາຍົກລັດຖະມົນຕີ, ກະຊວງຍຸຕິທໍາ, ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ກະຊວງອຸດສາຫະກໍາການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ, ສູນກາງສະຫະພັນກໍາມະບານລາວ, ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ, ສູນກາງສະຫະພັນແມ່ຍິງລາວ, ສະຫະພັນນັກຮົບເກົ່າລາວ, ຫ້ອງວ່າການສູນກາງພັກ, ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ແລະ ສະພາທະນາຍຄວາມເຂົ້າຮ່ວມ.
ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ປະກອບມີ: ພາກທີ I ບົດບັນຍັດທົ່ວໄປ; ພາກທີ II ລະບຽບການກ່ຽວກັບຄໍາຮ້ອງທຸກ; ພາກທີ III ການພິຈາລະນາ ແລະ ແກ້ໄຂຄໍາຮ້ອງທຸກ, ການພິຈາລະນາ ແລະ ແກ້ໄຂຄໍາສະເໜີ, ການພິຈາລະນາ ແລະ ແກ້ໄຂຄໍາຮ້ອງຟ້ອງ, ການພິຈາລະນາ ແລະ ແກ້ໄຂຄໍາຮ້ອງຂໍຄວາມເປັນທໍາ; ພາກທີ III ການພິຈາລະນາ ແລະ ແກ້ໄຂຄໍາຮ້ອງທຸກ (ຕໍ່) (ການພິຈາລະນາ ແລະ ແກ້ໄຂຄໍາຮ້ອງທຸກຂອງການຈັດຕັ້ງອື່ນ) ພາກທີ IV ລະບອບ ແລະ ແບບແຜນວິທີເຮັດວຽກ; ພາກທີ V ຄວາມຮັບຜິດຊອບຕໍ່ການຕົກລົງກ່ຽວກັບການພິຈາລະນາ ແລະ ແກ້ໄຂຄໍາຮ້ອງທຸກ; ພາກທີ VI ຂໍ້ຫ້າມ; ພາກທີ VII ນະໂຍບາຍຕໍ່ຜູ້ມີຜົນງານ ແລະ ມາດຕະການຕໍ່ຜູ້ລະເມີດ; ພາກທີ VIII ບົດບັນຍັດສຸດທ້າຍ.
ສໍາລັບຂໍ້ມູນເພີ່ມຕື່ມທ່ານສາມາດດາວໂຫຼດ ກົດໝາຍວ່າດ້ວຍການແກ້ໄຂຄໍາຮ້ອງທຸກ ສະບັບປັບປຸງ 2022 ໄດ້ທີ່ລິ້ງ:

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword