ກອງປະຊຸມເຜີຍແຜ່ທົ່ວປະເທດວຽກງານຈັດຕັ້ງປະຕິບັດແຜນງານການເປີດເຂດທ່ອງທ່ຽວສີຂຽວ

ກອງປະຊຸມເຜີຍແຜ່ທົ່ວປະເທດວຽກງານຈັດຕັ້ງປະຕິບັດແຜນງານການເປີດເຂດທ່ອງທ່ຽວສີຂຽວ

ນະຄອນຫຼວງວຽງຈັນ, ໃນວັນທີ 18 ມັງກອນ 2022, ກະຊວງຖະແຫຼງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມກັບອົງການພັດທະນາສາກົນຂອງສະຫະລັດອາເມລິກາ (USAID)

ໂດຍຜ່ານໂຄງການສ້າງສະພາບແວດລ້ອມທີ່ເອື້ອອຳນວຍຕໍ່ທຸລະກິດລາວ ໄດ້ຈັດກອງປະຊຸມເຜີຍແຜ່ທົ່ວປະເທດວຽກງານຈັດຕັ້ງປະຕິບັດແຜນງານການເປີດເຂດທ່ອງທ່ຽວສີຂຽວ. ກອງປະຊຸມດັ່ງກ່າວ ມີຈຸດປະສົງເພື່ອໃຫ້ພາກເອກະຊົນມີຄວາມເຂົ້າໃຈເພີ່ມຂຶ້ນກ່ຽວກັບຂັ້ນຕອນການດຳເນີນງານໃນການເຂົ້າຮ່ວມໂຄງການນີ້, ຂັ້ນຕອນການຍື່ນຂໍວີຊາ ແລະ ເງື່ອນໄຂຕ່າງໆ.

ກອງປະຊຸມດັ່ງກ່າວເປັນປະທານຮ່ວມໂດຍທ່ານນາງ ສີພອນໄພ ສິດທິໄຊ, ຮອງຫົວໜ້າກົມຄຸ້ມຄອງການທ່ອງທ່ຽວ, ທ່ານ ອິນທີ ເດືອນສະຫວັນ, ຮອງປະທານຄະນະກໍາມະການທ່ອງທ່ຽວ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ທ່ານ Cullen Hughesຮອງຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ. ກອງປະຊຸມຄັ້ງນີ້ມີຜູ້ເຂົ້າຮ່ວມ 30 ກວ່າຄົນຈາກບັນດາກົມທີ່ກ່ຽວຂ້ອງກັບການທ່ອງທ່ຽວ, ສະມາຄົມພາກເອກະຊົນ, ພາກສ່ວນທຸລະກິດທີ່ກ່ຽວຂ້ອງກັບການທ່ອງທ່ຽວ, ແລະ ຫຼາຍກ່ວາ 100 ຜູ້ເຂົ້າຮ່ວມຈາກພາກສ່ວນທຸລະກິດຕ່າງໆ, ບັນດາກົມການທ່ອງທ່ຽວແຂວງ ແລະ ສະພາການຄ້າແຂວງຈາກບັນດາແຂວງບູລິມະສິດຂອງເຂດທ່ອງທ່ຽວສີຂຽວ.

ໃນລະຫວ່າງການກ່າວຄຳປາໄສ, ທ່ານນາງ ສີພອນໄພ ສິດທິໄຊ, ໄດ້ສະແດງຄວາມຂອບໃຈມາຍັງໂຄງການ USAID ທີ່.“to be added by LBE, ທ່ານນາງ ສີພອນໄພ ກ່າວ.

ທ່ານ Cullen Hughes ຊົມເຊີຍໜ່ວຍງານລັດຖະບານ ສປປ ລາວ ທີ່ພະຍາຍາມຊ່ວຍເຫຼຶອບັນດາຂະແໜງທຸລະກິດຕ່າງໆໃນຊ່ວງໄລຍະຂອງການແຜ່ລະບາດຂອງພະຍາດ  ໂຄວິດ 19 ນີ້. ທ່ານ Cullen Hughes ໄດ້ກ່າວວ່າ “ໂຄງການເຂດທ່ອງທ່ຽວສີຂຽວນີ້ ເປັນໂອກາດທີ່ດີໃຫ້ແກ່ ສປປ ລາວ ເພື່ອສະໜັບສະໜູນການຟື້ນຕົວຂອງ SME ແລະ ພາຍໃຕ້ມາດຕະການຄວາມປອດໄພທີ່ກຳນົດໄວ້ນີ້ ຍັງອຳນວຍຄວາມສະດວກໃຫ້ແກ່ນັກທ່ອງທ່ຽວຕ່າງປະເທດທີ່ເຂົ້າມາທ່ອງທ່ຽວ ລວມໄປເຖິງຊຸມຊົນທ້ອງຖິ່ນອີກດ້ວຍ”. ທ່ານຍັງໄດ້ກ່າວເພີ່ມຕື່ມອີກວ່າ “ປະເທດສະຫະລັດອາເມລິກາ ມີຄວາມມຸ້ງໝັ້ນທີ່ຈະຮ່ວມມືກັບລັດຖະບານ ສປປ ລາວ ແລະ ຂະແໜງວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນການບັນເທົາ ແລະ ຟື້ນຟູສະພາບເສດຖະກິດຂອງລາວທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ 19 ນີ້.”

ພາຍຫຼັງການປະກາດເປີດປະເທດອີກຄັ້ງ, ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ບັນດາກະຊວງທີ່ກ່ຽວຂ້ອງ.  ທ່ານ ອິນທີ ເດຶອນສະຫວັນ ຮອງປະທານຄະນະກໍາມະທິການທ່ອງທ່ຽວ ຂອງ ສະພາການຄາ ແລະ ອຸດສາຫະກໍາແຫ່ງຊາດລາວໄດ້ກ່າວວ່າ: “ກອງປະຊຸມມື້ນີ້ ຈະໄດ້ມີການນໍາເໜີຄວາມຄືບໜ້າສະພາບລວມ  ຂອງການຈັດຕັ້ງປະຕິບັດແຜນງານການເປີດເຂດທ່ອງທ່ຽວສີຂຽວ ແລະ ຈະມີການນໍາສະເໜີບົດຕ່າງໆ ເປັນຕົ້ນ: ບັນດາເງື່ອນໄຂ, ຂັ້ນຕອນທີ່ຈະສະໝັກເຂົ້າຮ່ວມເຂດທ່ອງທ່ຽວສີຂຽວ ແລະ ເສັ້ນທາງທ່ອງທ່ຽວສີຂຽວ ແລະ ຈະໄດ້ຮັບຮູ້ເຖິງມາດຕະຖານສຸກຂະອານາໄມ Laosafe, ຂັ້ນຕອນການນໍາເຂົ້ານັກທ່ອງທ່ຽວ ແລະ ອື່ນໆ ເພື່ອສ້າງຄວາມເຂົ້າໃຈເພິ່ມເຕີມໃຫ້ແກ່ຂະແໜງການທີ່ປິ່ນອ້ອມທຸລະກິດການທ່ອງທ່ຽວ ພ້ອມທັງມີການແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອສ້າງຄວາມເຂົ້າໃຈຕໍ່ກັບການປະຕິບັດແຜນງານດັ່ງກ່າວ ເພື່ອໃຫ້ສາມາດປະຕິບັດຕາມທິດຊີ້ນໍາຈາກພາກລັດ ເພື່ອກຽມພ້ອມຕ້ອນຮັບນັກທ່ອງທ່ຽວ ເຂົ້າມາ ສປປ ລາວ ໃຫ້ນັບມື້ນັບຫຼາຍຂື້ນ, ມີຄວາມປອດໄພ, ມີປະສິດທິຜົນ ແລະ ປະສົບຜົນສໍາເລັດຕາມຈຸດປະສົງ ແລະ ເປົ້າໝາຍທີ່ໄດ້ກໍານົດໄວ້”.

 

Write a Message

Your email address will not be published.

Related Posts

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບຄະນະ ສະພາທຸລະກິດຈີນ – ອາຊຽນ (China ASEAN Business Council (CABC))

ໃນວັນທີ 31 ມີນາ 2025, ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ (ສຄອຊ), ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ແລະ…Read more
ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງເມືອງເນີ້ຍຈ່ຽງ ສົ່ງເສີມການລົງທຶນລະຫວ່າງຈີນ-ລາວ ເປີດໂອກາດໃໝ່ທາງເສດຖະກິດ

ໃນຕອນບ່າຍວັນທີ 27 ມີນາ 2025 ທີ່ ນະຄອນຄຸນມິງ, ແຂວງຢຸນນານ, ສປ ຈີນ ໄດ້ຈັດກອງປະຊຸມສົ່ງເສີມການລົງທຶນດ້ານອຸດສາຫະກຳ, ການຄ້າ ແລະ ໂລຈິສຕິກສ໌ ຂອງນະຄອນເນີ້ຍຈ່ຽງ.…Read more
ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ຄວາມຄືບໜ້າຂອງ Work-Based Learning ( WBL ) ໃນປະເທດລາວໂດຍຜ່ານໂຄງການ ASEAN-Swiss TVET Initiative (ASTI)

ນະຄອນຫຼວງ ວຽງຈັນ, ວັນທີ 27 ມີນາ 2025 – ຄະນະຮັບຜິດຊອບຈັດຕັ້ງປະຕິບັດໂຄງການຂໍ້ລິເລີ່ມດ້ານອາຊີວະສຶກສາອາຊຽນ-ສະວິດເຊີແລນ (ASTI) ກ່ຽວກັບການຮຽນວິຊາຊີບຢູ່ສະຖານປະກອບການ (WBL) ໄດ້ຈັດກອງປະຊຸມຄັ້ງທີ 1 ປະຈໍາປີ 2025…Read more

Enter your keyword