ການພັດທະນານະໂຍບາຍການຄ້າທາງ ເອເລັກໂຕຣນິກ ແລະ ຍຸດທະສາດການປະຕິບັດ ແລະ ເສີມຂະຫຍາຍສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຍຸກກ້າວເຂົ້າສູ່ສັງຄົມດິຈິຕອນ

ການພັດທະນານະໂຍບາຍການຄ້າທາງ ເອເລັກໂຕຣນິກ ແລະ ຍຸດທະສາດການປະຕິບັດ ແລະ ເສີມຂະຫຍາຍສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຍຸກກ້າວເຂົ້າສູ່ສັງຄົມດິຈິຕອນ

ກອງປະຊຸມສຳມະນາພາຍໄຕ້ຫົວຂໍ້:
ການພັດທະນານະໂຍບາຍການຄ້າທາງ ເອເລັກໂຕຣນິກ ແລະ ຍຸດທະສາດການປະຕິບັດ ແລະ ເສີມຂະຫຍາຍສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຍຸກກ້າວເຂົ້າສູ່ສັງຄົມດິຈິຕອນ,

ໃນວັນທີ 15 ພະຈິກ 2023, ທີ່ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ
ກອງປະຊຸມດັ່ງກ່າວ ແມ່ນຜົນມາຈາກການເຂົ້າຮ່ວມການຝຶກອົບຮົມ ໃນຫົວຂໍ້: ຍຸດທະສາດການປະຕິບັດງານ ແລະ ການພັດທະນານະໂຍບາຍການຄ້າ ທາງເອເລັກໂຕຣນິກ ສຳລັບ ການພັດທະນາ ວິສາຫະກິດ ຂະໜາດນ້ອຍ ແລະ ກາງ “E-Commerce Policy Development and Implimentation Strategies for SME Development” ໃນລະຫວ່າງວັນທີ 25-29 ກັນຍາ 2023 ທີ່ ຂອນແກ່ນ ປະເທດໄທ. ກອງປະຊຸມສຳມະນາພາຍໄຕ້ຫົວຂໍ້: ”ການພັດທະນານະໂຍບາຍການຄ້າທາງ ເອເລັກໂຕຣນິກ ແລະ ຍຸດທະສາດການປະຕິບັດ ແລະ ເສີມຂະຫຍາຍສຳລັບວິສາຫະກິດຂະໜາດນ້ອຍ ແລະ ກາງ ໃນຍຸກກ້າວເຂົ້າສູ່ສັງຄົມດິຈິຕອນ.” (E-Commerce Policy Development and Strategy Implementation for SME Development and Strengthening in Lao PDR in the Digital Era) ຈັດຂຶ້ນ ພາຍໃຕ້ການຮ່ວມມືລະຫວ່າງກະຊວງອຸດສາຫະກຳ ແລະ ການຄ້າ ແລະ ສະຖາບັນແມ່ນຳ້ຂອງ.
ເຊິງໃຫ້ກຽດເປັນປະທານ ຮ່ວມໂດຍທ່ານ ທະນົງສີນ ກັນລະຍາ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ນາງ , ທ່ານ ນາງ ລັດທະນາ ດວງບຸບຜາ ຮອງຫົວໜ້າກົມສົ່ງເສີມSME ແລະ ທ່ານ ນາງ Jasmine Lal Fakmawii, ຜູ້ປະສານງານດ້ານການຄ້າ ແລະ ການລົງທຶນ, ສະຖາບັນແມ່ນໍ້າຂອງ
ຈຸດປະສົງຂອງການຈັດຝຶກອົບຮົມ ແມ່ນເພື່ອສ້າງຄວາມອາດສາມາດໃຫ້ແກ່ຜູ້ທີ່ເຂົ້າຮ່ວມທັງພາກລັດ ແລະ ເອກະຊົນ ໂດຍການ ໃຫ້ຄວາມຮູ້ກ່ຽວກັບບັນດານິຕິກໍາ ແລະ ກົດໝາຍທີ່ຕິດພັນກັບການຄ້າເອເລັກໂຕຣນິກ ລວມເຖິງເລື່ອງລະບົບ ຖານຂໍ້ມູນ ແລະ ຄວາມປອດໄພ, ຊັບສິນທາງປັນຍາ, ການປົກປ້ອງຜູ້ຊົມໃຊ້ ແລະ ການນຳໃຊ້ລາຍເຊັນເອເລັກ ໂຕຣນິກ. ນອກນັ້ນ, ຍັງໄດ້ສ້າງຄວາມເຂົ້າໃຈກ່ຽວກັບຄວາມສຳຄັນຂອງການຄ້າຊາຍ ແດນ ແລະ ຜົນປະໂຫຍດ ທີ່ມີຕໍ່ລະບົບເສດຖະກິດ. ການນຳໃຊ້ຂໍ້ມູນດ້ານການຄ້າຊາຍແດນເພື່ອພັດທະນາການຄ້າ ເອເລັກໂຕຣນິກ ແລະ ຄວາມຕ້ອງການຫຼັກ ຂອງຕະຫຼາດ ລວມເຖິງການເພີ່ມຄວາມຮູ້ ແລະ ທັກສະເພື່ອສ້າງນິຕິກຳທີ່ສາມາດເອື້ອອຳນວຍ ໃຫ້ລະບົບຄ້າ ທາງເອເລັກໂຕຣ ນິກ ທີ່ສາມາດເພີ່ມການແຂ່ງຂັນໃຫ້ບັນດາ ຈນກ ໄປສູ່ລະດັບສາກົນ. ພ້ອມທັງລະດົມແນວຄວາມຄິດໃນການສ້າງແຜນການຈັດຕັ້ງປະຕິບັດ ທີ່ຕິດພັນກັບການ ເສີມຂະຫຍາຍວຽກງານການຄ້າທາງເອເລັກໂຕຣນິກໃນ ສປປ ລາວ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword