ພິີທີເປີດງານສົ່ງເສີມຜູ້ປະກອບການຍິງຍຸກໃໝ່

ພິີທີເປີດງານສົ່ງເສີມຜູ້ປະກອບການຍິງຍຸກໃໝ່

ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໄດ້ຈັດ ‘ງານສົ່ງເສີມຜູ້ປະກອບການຍິງຍຸກໃໝ່’ ໃນລະຫວ່າງວັນທີ 11-12 ມີນາ 2021 ທີ່ ຫ້ອງການ ສຄອຊ, ເຊິ່ງໄດ້ເປີດພິີທີຢ່າງເປັນທາງການ ໃນຕອນເຊົ້າ ຂອງວັນທີ 11 ມີນາ 2021,

ໂດຍໃຫ້ກຽດກວ່າເປີດພິທີໂດຍ ທ່ານ ປອ ນ. ວາລີ ເວດຊະພົງ ຮອງປະທານ ສຄອຊ , ສະມາຊິກສະພາແຫ່ງຊາດ, ຜູ້ຊີ້ນໍາໜ່ວຍແມ່ຍິງ ສຄອຊ, ໃນພິທີເປີດງານດັງກວ່າຍັ່ງໄດ້ຮັບກຽດ ກ່າວມີຄວາມເຫັນ ໂດຍ ທ່ານ ໂພລ ແຄລີ  ເອກອັກຄະລັດຖະທູດປະເທດອົດສະຕາລີ ປະຈຳ ສປປ ລາວ, ທ່ານ ຄໍລິນ ກຣອສບີ, ຮອງເອກອັກຄະລັດຖະທູດ ປະເທດສະຫະລັດອາເມລິກາ ປະຈຳ ສປປ ລາວ, ພ້ອມດຽວກັນນັ້ນກໍໄດ້ໃຫ້ກຽດເຂົ້າຮ່ວມ ໂດຍ ທ່ານ ສຽວສະຫວາດ ສະແຫວງສຶກສາ ປະທານກິດຕິມະສັກ ສຄອຊ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານ ສຄອຊ, ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ສຄອຊ, ທ່ານ ໄທເຄິນ ລອນນິ້ງ, ຫົວໜ້າອົງການພັດທະນາສາກົນຂອງສະຫະລັດ ອາເມລິກາ (USAID). ແລະ ຕ່າງໜ້າ ຈາກ ພາກລັດ, ອົງການຈັດຕັ້ງສາກົນ, ສະຖາບັນການສືກສາ, ກຸມສະມາຄົມ ແລະ ບັນດາຫົວໜ່ວຍທຸລະກິດ ລວມທັງໝັດ ຫຼາຍ 200 ກວ່າທ່ານ.

ຈຸດປະສົງຂອງງານໃນຄັ້ງນີ້ແມ່ນເພື່ອເປັນການສະເຫຼີມສະຫຼອງ ວັນແມ່ຍິງສາກົນ ຄົບຮອບ 111ປີ, ເປັນການເພີ່ມທະວີຄວາມສາມັກຄີ ແລະ ສ້າງສາຍສໍາພັນລະໜ່ວຍແມ່ຍິງ ສຄອຊ ກັບ ໜ່ວຍແມ່ຍິງບັນດາອົງການ ອ້ອມຂ້າງ ທັງພາກລັດ ແລະ ພາກທຸລະກິດ, ພ້ອມທັງເປັນການເຜີຍແຜ່ ແລະ ເສີມສ້າງຄວາມຮູ້ຄວາມສາມາດໃຫ້ຜູ້ປະກອບການຍິງຍຸກໃໝ່.   ເຊິ່ງໃນງານດັ່ງກ່າວຍັງໄດ້ຈັດງານສຳມະນາ ໂດຍສະເພາະ ແມ່ນກ່ຽວກັບ ຄວາມສຳຄັນຂອງການມີໜ່ວຍງານແມ່ຍິງໃນອົງກອນທຸລະກິດ, ການເຊື່ອມສານບົດບາດ ຍິງ-ຊາຍ ແລະ ສິ່ງທ້າທາຍຂອງແມ່ຍິງຕໍ່ວຽກງານການນຳພາໃນຍຸກໃຫມ່, ໂອກາດຂອງທຸລະກິດໃນວິກິດ COVID-19, ການດຳເນີນທຸລະກິດໃນຍຸກດິຈິຕອນ, ການຮັກສາສຸຂະພາບ ແລະ ຄວາມປອດໄພ. ນອກນັ້ນ, ພາຍໃນງານຍັງມີງານວາງສະແດງ ແລະ ຂາຍສິນຄ້າ ໂດຍສະເພາະແມ່ນຜະລິດຕະພັນຈາກຜູ້ປະກອບການຍິງ ແລະ ຫົວໜ່ວຍທຸລະກິດຕ່າງໆ ເຊິ່ງມີຫຼາກຫຼາຍ ສິນຄ້າ ໄດ້ເຂົ້າຮ່ວມພາຍໃນງານຫຼາຍກວ່າ 50ຮ້ານ.

More picture: https://www.facebook.com/LNCCI/posts/1092785507855297

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword