ງານສົ່ງເສີມ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສໍາລັບຜູ້ປະກອບກິດຈະການ ແລະ ຄວາມຮູ້ທາງດ້ານການເງີນ

ງານສົ່ງເສີມ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສໍາລັບຜູ້ປະກອບກິດຈະການ ແລະ ຄວາມຮູ້ທາງດ້ານການເງີນ

ໃນວັນທີ 21 ກຸມພາ(02) 2020 ທີ່ຜ່ານມານີ້ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງຫຼວງພະບາງ ໄດ້ຮ່ວມກັບ ສູນບໍລິການວິສາຫະກິດຂະໜາດນ້ອຍ ແລະ ກາງ ສະພາການຄ້າ ແລະ ອຸດາຫະກໍາແຫ່ງຊາດລາວ ແລະ ວິທະຍາໄລເຕັກນິກວິຊາຊີບ ຫຼວງພະບາງ

ຈັດງານ “ສົ່ງເສີມ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສໍາລັບຜູ້ປະກອບກິດຈະການ ແລະ ຄວາມຮູ້ທາງດ້ານການເງີນ” ຂື້ນຢູ່ທີ່ ວິທະຍາໄລເຕັກນິກວິຊາຊີບ ຫຼວງພະບາງ, ໂດຍພາຍການເປັນປະທານຮ່ວມຂອງ ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີ ກະຊວງ ອຸດສາຫະກໍາ ແລະ ການຄ້າ, ທ່ານ ສ່ຽວສະຫວາດ ສະແຫວ່ງສຶກສາ ປະທານທີ່ປຶກສາກິດຕິມະສັກ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ, ທ່ານ ບຸນທ່ຽງ ສຸລິວັນ ປະທານ ສະພາການຄ້າ ແລະ ອຸດສາຫະກໍາແຂວງ ພ້ອມດ້ວຍ ທ່ານ ບຸນປັນ ທໍາມະລັງກາ ວ່າການຜູ້ອໍານວຍການ ວິທະຍາໄລເຕັກນິກວິຊາຊີບຫຼວງພະບາງ, ເຊິ່ງມີຜູ້ເຂົ້າຮ່ວມທັງໝົດ 500 ກວ່າທ່ານໂດຍຕົວແທນນັກສຶກສາຈາກບັນດາວິທະຍາໄລທັງພາກລັດ ແລະ ພາກເອກະຊົນອ້ອມຂ້າງແຂວງ, ນັກສຶກສາມະຫາວິທະຍາໄລສຸພານຸວົງ ແລະ ຜູ້ປະກອບການພາຍໃນແຂວງຫຼວງພະບາງເຂົ້າຮ່ວມຈໍານວນໜື່ງ

ປະຈຸບັນຊາວໜຸ່ມກວມເອົາປະມານ 60% ຂອງປະຊາກອນທັງໝົດໃນ 6 ລ້ານກວ່າຄົນ, ຈາກການສຳຫຼວດຂອງ NEET (Not in Employment, Education or Training) ເຫັນວ່າຢູ່ໃນປະເທດລາວ, ມີອັດຕາການຫວ່າງງານຂອງໄວໜຸ່ມ (ອາຍຸແຕ່ 15-24 ປີ) ມີເຖິງ 18.2 % ຂອງຈໍານວນຊາວໜຸ່ມທັງໝົດເຊິ່ງຖືວ່າເປັນໂຕເລກທີ່ຂ້ອນຂ້າງສູງຫຼາຍ, ການຈັັດກິດຈະກໍາໃຫ້ຄວາມຮູ້ແນະແນວຕ່າງໆຈະຊ່ວຍເຮັດໃຫ້ນັກສຶກສາເຫັນພາບປະຈັກຕາ ແລະ ມີແນວຄວາມຄິດໃໝ່ໆເກີດຂື້ນ, ເຊິ່ງງານ “ສົ່ງເສີມ ຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ ສໍາລັບຜູ້ປະກອບກິດຈະການ ແລະ ຄວາມຮູ້ທາງດ້ານການເງີນ” ຄັ້ງນີ້ແມ່ນໄດ້ຈັດຂື້ນເປັນຄັ້ງທີ 3 ເຊິ່ງທີ່ຜ່ານມາໄດ້ຈັດຢູ່ທີ່ ມະຫາວິທະຍາໄລແຫ່ງຊາດລາວ ແລະ ມະຫາວິທະຍາໄລຈໍາປາສັກ ໂດຍມີຈຸດປະສົງແມ່ນເພື່ອເປັນການແນະແນວໃນການດໍາເນີນທຸລະກິດ, ບອກເລົ່າເຖີງປະສົບການທີ່ຫຼຸ້ນເອື້ອຍອ້າຍທີ່ໄດ້ພົບພໍ້ຜ່ານມາ ລວມທັງວິທີການວາງແຜນທຸລະກິດ ແລະ ການເຂົ້າຫາແຫຼ່ງທືນຕ່າງໆ ເຊິ່ງໃນນັ້ນໄດ້ມີນັກທຸລະກິດຜູ້ໜຸ່ມນ້ອຍຜູ້ທີ່ປະສົບຜົນສໍາເລັດໃນການດໍາເນີນທຸລະກິດມາແລ້ວ ແລະ ຜູ້ທີ່ທັງມີປະສົບການ ພ້ອມດ້ວຍຜູ້ສ່ຽວຊານຈາກໂຄງການຕ່າງໆມາແບ່ງປັນຄວາມຮູ້ໃຫ້ກັບນ້ອງໆນັກສຶກສາໄດ້ຮັບຟັງນໍາກັນ ແລະ ເປັນການເປີດໂອກາດໃຫ້ມີການພົບປະລະຫວ່າງຜູ້ປະກອບການ ແລະ ນັກສຶກສາ ເປີດວິໄສທັດໃໝ່ໆໃຫ້ກັບນັກສຶກສາ ເຊິ່ງສອດຄ່ອງກັບແນວທາງຂອງບັນດາໂຮງຮຽນອາຊີວະສຶກສາຕ່າງໆທີ່ຕ້ອງການສ້າງນັກຮຽນ, ນັກສຶກສາໃຫ້ຈົບອອກມາແລ້ວມີວຽກເຮັດງານທໍາ, ເປັນເຈົ້າຂອງທຸລະກິດ ແລະ ອື່ນໆ ໂດຍຫຼີກຫຼ້ຽງການຄອງຄອຍໃນການເຂົ້າເປັນພະນັກງານລັດພຽງແຕ່ຢ່າງດຽວ ແລະ ຊ່ວຍຫຼຸດຜ່ອນໄພຫວ່າງງານຕື່ມອີກ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword