ກອງປະຊຸມ ທົບທວນ ການຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ຄັ້ງທີ 15

ກອງປະຊຸມ ທົບທວນ ການຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ຄັ້ງທີ 15

ກອງປະຊຸມ ທົບທວນ ການຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ຄັ້ງທີ 15 ໄດ້ຖືກຈັດຂຶ້ນໃນວັນທີ 12 ກໍລະກົດ 2024, ເວລາ 09:00-15:30 ທີ່ ໂຮງແຮມ ອາມາລີ ວັງວຽງ, ເມືອງວັງວຽງ, ແຂວງວຽງຈັນ

ທ່ານ ປອ ນ. ວາລີ ເວດສະພົງ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໃຫ້ກຽດເປັນປະທານຮ່ວມກັບ ທ່ານ ປອ ມະໂນທອງ ວົງໄຊ, ຮອງລັດຖະມົນຕີ ກະຊວງອຸດສາຫະກຳ ແລະ ການຄ້າ, ໃນກອງປະຊຸມຍັງໄດ້ຈາກຜູ້ເຂົ້າຮ່ວມ ທີ່ຕາງໜ້າຈາກຄະນະປະສານງານຂອງພາກລັດ ກໍ່ຄືຕາງໜ້າຈາກ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ, ກະຊວງແຜນການ ແລະ ການລົງທຶນ, ກະຊວງໂຍທາທິການ ແລະ ຂົນສົງ, ກະຊວງຖະແຫຼ່ງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກະຊວງກະສິກໍາ ແລະ ປ່າໄມ້, ທະນາຄານແຫ່ງ ສປປ ລາວ, ກະຊວງເຕັກໂນໂລຊີ ແລະ ການສື່ສານ, ກະຊວງພະລັງງານ ແລະ ບໍ່ແຮ່, ແລະ ພ້ອມດຽວກັນນັ້ນ ມີບັນດາທ່ານ ຄະນະຮອງປະທານ, ຄະນະບໍລິຫານງານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ຄະນະໜ່ວຍງານປຶກສາຫາລືພາກທະລະກິດໃນຂະແໜງການຕ່າງໆ ແລະ ຕາງໜ້າຈາກສະມາຄົມຕ່າງໆ ກໍ່ໄດ້ເຂົ້າຮ່ວມ, ເຊິ່ງລວມທັງໝົດ 36 ທ່ານ (ຍິງ 11 ທ່ານ).

ຈຸດປະສົງຫຼັກຂອງກອງປະຊຸມແມ່ນເພື່ອ
 ສະຫຼຸບຜົນໄດ້ຮັບທີ່ສຳຄັນໃນການຈັດຕັ້ງປະຕິບັດ ກອງປະຊຸມທຸລະກິດລາວ ຄັ້ງທີ 15 ທີ່ຜ່ານມາ ເພື່ອນຳມາຖອດຖອນບົດຮຽນດັ່ງກ່າວນຳມາປັບປຸງແກ້ໄຂໃຫ້ ກອງປະຊຸມຄັ້ງຕໍ່ໄປ ກໍ່ຄືກອງປະຊຸມທຸລະກິດລາວ ຄັ້ງທີ 16 ໃຫ້ດີຂຶ້ນ.
 ປຶກສາຫາລື ແຜນການກະກຽມກອງປະຊຸມທຸລະກິດລາວ ຄັ້ງທີ 16 ທີ່ຄາດວ່າຈະຈັດໃນ ຕົ້ນ ປີ 2025 ທີ່ໃກ້ຈະມາເຖິງນີ້.
 ນຳສະເໜີ ແລະ ປຶກສາຫາລື ແນວທາງໃນການປັບປຸງປະສິດທິພົນຂອງ ການຈັດຕັ້ງປະຕິບັດກອງປະຊຸມປຶກສາຫາລື ລະຫວ່າງພາກລັດ ແລະ ພາກທຸລະກິດ ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ
 ເຜີຍແຜ່ ຂໍ້ຕົກລົງ ຂອງທ່ານນາຍົກລັດຖະມົນຕີ ວ່າດ້ວຍກົນໄກການປຶກສາຫາລື ພາຍໃຕ້ກົນໄກກອງປະຊຸມທຸລະກິດລາວ ສະບັບເລທີ 04/ນຍ, ລົງວັນທີ 08/01/2024.
ໃນຕອນທ້າຍ, ຄະນະປະທານກອງປະຊຸມໄດ້ຊີ້ໃຫ້ເຫັນເຖິງຄວາມສຳຄັນຂອງກົນໄກດັ່ງກ່າວ ເຊິ່ງເປັນກົນໄກໃນການແກ້ໄຂບັນຫາ ແລະ ປັບປຸງສະພາບແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ໃຫ້ມີຄວາມສະດວກຍິ່ງຂຶ້ນ ແລະ ດຶງດູດການລົງທຶນຈາກຕ່າງປະເທດໃຫ້ຫຼາຍຂຶ້ນ, ເຊິ່ງກົນໄກດັ່ງກ່າວນີ້ຈະປະສົບຜົນສຳເລັດໄດ້ ກໍ່ຕໍ່ເມື່ອໄດ້ຮັບຄວາມຮ່ວມມືຈາກທຸກພາກສ່ວນ ກໍ່ຄື ບັນດາຂະແໜງການຕ່າງໆຂອງພາກລັດ ແລະ ກຸ່ມຂະແໜງການທຸລະກິດ.
ກອງປະຊຸມດັ່ງກ່າວໄດ້ຮັບການສະໜັບສະໜູນໂດຍ ໂຄງການສົ່ງເສີມຄວາມສາມາດໃນການແຂ່ງຂັນ ແລະ ການຄ້າ ຂອງ ສປປ ລາວ (LCT), ເຊິ່ງເປັນໂຄງການ ທີ່ໄດ້ຮັບການປະກອບທຶນຮ່ວມເຂົ້າກອງທຶນສົບທົບຫຼາຍຝ່າຍ ໂດຍທະນາຄານໂລກ, ລັດຖະບານອົດສະຕຣາລີ, ລັດຖະບານ ໄອແລນ ແລະ ລັດຖະບານ ອາເມຣິກາ, ເຊິ່ງເປົ້າໝາຍຫຼັກແມ່ນການຫຼຸດຜ່ອນ ແລະ ລົບລ້າງອຸປະສັກທີ່ມີຕໍ່ການເຕີບໃຫຍ່ຂະຫຍາຍຕົວຂອງທຸລະກິດ ໂດຍການປັບປຸງສະພາບແວດລ້ອມດ້ານລະບຽບກົດໝາຍ, ຫຼຸດຜ່ອນຕົ້ນທຶນການຄ້າ ແລະ ຍົກລະດັບຄວາມສາມາດການແຂ່ງຂັນຂອງພາກທຸລະກິດ.

Related Posts

ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ບໍລິສັດ TCR Air System Co., Ltd ໃຫ້ການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 ຈໍານວນເງິນ 120,000,000 ກີບ

ພິທີມອບ-ຮັບການສະໜັບສະໜູນການຈັດກອງປະຊຸມສຸດຍອດທຸລະກິດ ແລະ ລົງທຶນອາຊຽນ 2024 (ASEAN Business and Investment Summit 2024) ໃນວັນທີ 17 ກັນຍາ 2024 ທີ່…Read more

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ

ກອງປະຊຸມລະດົມທຶນດອກເບ້ຍຕໍ່າ ເພື່ອເປັນສິນເຊື່ອ ສົ່ງເສີມການຜະລິດເປັນສິນຄ້າສົ່ງອອກ ແລະ ທົດແທນການນຳເຂົ້າ ຈັດຂຶ້ນໃນທ້າຍອາທິດຜ່ານມາ, ທີ່ ສຳນັກງານນາຍົກລັດຖະມົນຕີ…Read more
ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)

ທ່ານ ອຸເດດ ສຸວັນນະວົງ ປະທານ ສະພາການຄ້າ ເເລະ ອຸດສາຫະກຳ ເເຫ່ງຊາດລາວ ພ້ອມດ້ວຍຄະນະ ໄດ້ເຂົ້າຮ່ວມກອງປະຊຸມທຸລະກິດອາຊຽນ-ອົດສະຕາລີ 2024 (ASEAN-Australia Business Forum 2024)

ຄະນະຜູ້ເເທນຈາກ ສປປ ລາວ ນໍາພາໂດຍ ທ່ານ ສະຖາບັນດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີ ກະຊວງ ແຜນການ ແລະ ການລົງທຶນ ພ້ອມດ້ວຍຜູ້ຕ່າງໜ້າຈາກ ກົມສົ່ງເສີມການລົງທຶນ,…Read more

Enter your keyword