🔵BFL ກ້າວໜ້າ – ເພີ່ມໂອກາດໃຫ້ທຸລະກິດຂອງທ່ານກ້າວສູ່ຄວາມສໍາເລັດ!

🔵BFL ກ້າວໜ້າ – ເພີ່ມໂອກາດໃຫ້ທຸລະກິດຂອງທ່ານກ້າວສູ່ຄວາມສໍາເລັດ!

Start date: 18/05/2023 - End date: 19/05/2023

Time: 08.30-17.00

Location: ສະຖານທີ່: ທະນາຄານ ລາວ-ຝຣັ່ງ ສໍານັກງານໃຫຍ່ - ຊັ້ນ 6 (ບ້ານ ຫັດສະດີ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ)

ທະນາຄານ ລາວ-ຝຣັ່ງ ມີຄວາມຍິນດີທີ່ຈະເຊີນທ່ານເຂົ້າຮ່ວມງານຝຶກອົບຮົມຂອງພວກເຮົາພາຍໃຕ້ຫົວຂໍ້ “ການສ້າງແຜນທຸລະກິດ ແລະ ການວາງແຜນທາງດ້ານການເງິນ”. ການຝຶກອົບຮົມນີ້ມີຈຸດປະສົງ ເພື່ອໃຫ້ບັນດາຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ຮູ້ຈັກວິທີວິເຄາະແຜນທຸລະກິດ ແລະ ສະຖານະທາງດ້ານການເງິນຂອງຕົນເອງ

ແລະ ສາມາດນໍາໃຊ້ໃນການດໍາເນີນທຸລະກິດຂອງຕົນຢ່າງຄ່ອງຕົວ, ຫາທາງອອກທີ່ເໝາະສົມ ແລະ ກຽມພ້ອມໃນການເຂົ້າຫາແຫຼ່ງທຶນຢ່າງຖືກຕ້ອງ.

ລາຍລະອຽດຂອງການຝຶກອົບຮົມ:
📆ວັນທີ: 18 – 19 ພຶດສະພາ 2023 (ເວລາ: 8.30 – 17.00)
📍ສະຖານທີ່: ທະນາຄານ ລາວ-ຝຣັ່ງ ສໍານັກງານໃຫຍ່ – ຊັ້ນ 6 (ບ້ານ ຫັດສະດີ, ເມືອງ ຈັນທະບູລີ, ນະຄອນຫຼວງວຽງຈັນ)
💲ຄ່າທໍານຽມ: 300,000 ກີບ / ຄົນ
*ການຝຶກອົບຮົມຈະດໍາເນີນເປັນພາສາລາວ

ຫົວຂໍ້ທີ່ຈະເວົ້າເຖິງມີຫຍັງແດ່?
✔️ພາກທີ 1: ການວາງແຜນທຸລະກິດ (ສະພາບແວດລ້ອມຂອງທຸລະກິດ; ແຜນດໍາເນີນງານ; ການຂຽນແຜນທຸລະກິດ)
✔️ພາກທີ 2: ການວາງແຜນທາງດ້ານການເງິນ (ຍອດເຫຼືອເງິນສົດ ແລະ ຊັບສິນຕ່າງໆ; ແຜນການລົງທຶນ ແລະ ແຜນການປະກອບທຶນ; ການຄາດຄະເນການຂາຍ; ການຄາດຄະເນລາຍຮັບ – ລາຍຈ່າຍ; ການຄາດຄະເນກະແສເງິນສົດ ແລະ ຖານະການເງິນ)

📌ຜູ້ທີ່ມີຄວາມສົນໃຈເຂົ້າຮ່ວມການຝຶກອົບຮົມ, ທ່ານສາມາດລົງທະບຽນດ້ວຍລິ້ງທີ່ຂ້າງລຸ່ມນີ້: https://forms.office.com/e/WYdHJnzxSN

👉🏻ສໍາລັບຜູ້ທີ່ມີຄໍາຖາມເພີ່ມຕື່ມ, ທ່ານສາມາດຕິດຕໍ່ຫາທີມງານຂອງພວກເຮົາໄດ້ທີ່: 021 285 444 ຫຼື contact@bfl.la

Enter your keyword