ງານສໍາມະນາ ການເຂົ້າຫາແຫຼ່ງທຶນ ແລະ ການລົງທຶນ



ຜູ້ເຂົ້າຈະໄດ້ຮັບຂໍ້ມູນທີ່ສະເພາະເຈາະຈົງ ແລະ ເປັນປະໂຫຍດກັບທຸລະກິດ,
ພ້ອມເປີດໂອກາດໃຫ້ຖາມໃນສິ່ງທີ່ຂ້ອງຄາໃຈໃນການເຂົ້າຫາແຫຼ່ງທຶນ ຫຼື ນັກລົງທຶນຮ່ວມທີ່ຜ່ານມາ

1. ທ່ານ ປາຊີ ແສງອຸດອນ, ຫົວໜ້າພະແນກການຂາຍ ແລະ ການຕະຫຼາດ, ທະນາຄານອິນໂດຈີນ ເຊິ່ງເປັນຜູ້ຊ່ຽວຊານ ແລະ ມີປະສົບການດ້ານການທະນາຄານຫຼາຍກວ່າ 15 ປີ
2. ທ່ານ ລູຄາສ໌ ນິດກາ, ອໍານວຍການ ບໍລິສັດ ເຈແອນຊີ ອິນເວສເມັນ, ທັງຍັງເປັນ ຮອງປະທານສະພາການຄ້າເອີລົບ ປະຈໍາລາວ, ທີ່ມີປະສົບການຢ່າງຫຼວງຫຼາຍດ້ານການບໍລິຫານຈັດການ ແລະ ການລົງທຶນ ທັງໃນເອີລົບ ແລະ ອາຊີຕາເວັຍອອກສຽງໃຕ້
3. ທ່ານ ວິຍາສອນ ມູນນະລາດ, ອໍານວຍການ ບໍລິສັດ ເບສ໌ໂຊລູຊັນ, ເຊິ່ງເປັນຜູ້ທີ່ຊ່ຽວຊານດ້ານການທະນາຄານ ແລະ ການບໍລິຫານຈັດການຫຼາຍກວ່າ 20 ປີ



