ການສົນທະນາເພື່ອສົ່ງເສີມການມີສ່ວນຮ່ວມ ຂະແໜງການທ່ອງທ່ຽວ ພາຍໃຕ້ກາໝາຍ ສປປ. ລາວ ປາສະຈາກປລາສຕິກ ຫົວຂໍ້ “ເພື່ອກ້າວເປັນ ສປປ ລາວ ປາສະຈາກປລາສຕິກ: ການທ່ອງທ່ຽວປາສະຈາກປລາສຕິກ” Date: 04/04/2023Time: 08.00-17.00Location: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ [English below] ການສົນທະນາເພື່ອສົ່ງເສີມການມີສ່ວນຮ່ວມ ຂະແໜງການທ່ອງທ່ຽວ ພາຍໃຕ້ກາໝາຍ ສປປ. ລາວ ປາສະຈາກປລາສຕິກ ຫົວຂໍ້ “ເພື່ອກ້າວເປັນ ສປປ ລາວ ປາສະຈາກປລາສຕິກ: ການທ່ອງທ່ຽວປາສະຈາກປລາສຕິກ” ເປັນການສົນທະນາກ່ຽວກັບທ່າອ່ຽງຂອງທຸລະກິດສີຂຽວໃນລາວ ແລະ ທົ່ວໂລກ; ການໂອ້ລົມປຶກສາຫາລືກ່ຽວກັບຜົນປະໂຫຍດຂອງການເປັນທຸລະກິດທີ່ເປັນມິດກັບສິ່ງແວດລ້ອມໃນຂະແຫນງບໍລິການ; ມີບູດວາງສະແດງຈາກຜູ້ສະໜອງສິນຄ້າທີ່ເປັນມິດຕໍ່ສິ່ງແວດລ້ອມໃນລາວ; ແລະ ການເປີດຕົວໂຄງການທົດລອງ ‘Rent Your Cup’ ພາຍໃຕ້ແຄມເປນ Lasting Laos ຂອງໂຄງການ SUSTOUR Laos ທີ່ຈະເປັນການບໍລິການໃໝ່ຂອງສະມາຊິກກາໝາຍ ສປປ. ລາວ ທັງໝົດໃຫ້ກັບລູກຄ້າຂອງພວກເຂົາ ເພື່ອຊ່ວຍໃຫ້ເຂົາເຈົ້າຫຼຸດຜ່ອນການນຳໃຊ້ປລາສຕິກທີ່ນຳໃຊ້ເທື່ອດຽວ. ເຂົ້າຮ່ວມຟຣີ (ບ່ອນມີຈຳກັດ) ສາມາດຕິດຕໍ່ info@econoxlaos.com ຫາກສົນໃຈເຂົ້າຮ່ວມໃນງານ ຫຼື ສາມາດເຂົ້າຮ່ວມທາງ Facebook Live ທາງເພຈ Plastic Free Laos. ເວລາ 08:00, ວັນທີ 4 ເມສາ 2023 ສະຖານທີ່: ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຂໍ້ມູນເພີ່ມຕື່ມ ໂທ: +856 20 78 165 466 …………………………………………………………………………………………. 03/04/2023 Share: