ກອງປະຊຸມເສດຖະກິດ ລາວ-ຝຣັ່ງ ແລະ ເຈລະຈາທຸລະກິດ (France-Laos Economic Forum)

ກອງປະຊຸມເສດຖະກິດ ລາວ-ຝຣັ່ງ ແລະ ເຈລະຈາທຸລະກິດ (France-Laos Economic Forum)

ກອງປະຊຸມເສດຖະກິດລາວ-ຝຣັ່ງ ແລະ ເຈລະຈາທຸລະກິດ ໃນວັນທີ 08-09 ພະຈິກ 2023 ທີ່ ໂຮງແຮມ ລາວພຣາຊາ.
ເນື່ອງໃນໂອກາດຄົບຮອບສາຍສໍາພັນການຮ່ວມມື ລາວ-ຝຣັ່ງ ຄົບຮອບ 70 ປີ,

ຄະນະກໍາມາທິການທີ່ປຶກສາເສດຖະກິດ-ການຄ້າຝຣັ່ງ ປະຈໍາ ສະຖານເອກອັກຄະລັດຖະທູດ ຝຣັ່ງ ປະຈໍາ ສປປ ລາວ ຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກໍາ ແຫ່ງຊາດລາວ ໄດ້ຈັດກອງປະຊຸມເສດຖະກິດ ລາວ-ຝຣັ່ງ ແລະ ເຈລະຈາທຸລະກິດ (France-Laos Economic Forum) ເຊິ່ງງານດັ່ງກ່າວໄດ້ຈັດຂື້ນໃນລະຫວ່າງວັນທີ 08-09 ພະຈິກ 2023 ທີ່ ໂຮງແຮມລາວພຣາຊ່າ. ໃຫ້ກຽດເປັນປະທານກ່າວເປີດງານໂດຍ ທ່ານ ມາໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທ່ານ Olivier BECHT ລັດຖະມົນຕີວ່າການກະຊວງການຄ້າຕ່າງປະເທດຝຣັ່ງ (ຜ່ານທາງວີດີໂອ) ແລະ ທ່ານ ນາງ Siv-Leng CHHUOR ເອກອັກຄະລັດຖະທູດຝຣັ່ງປະຈໍາ ສປປ ລາວ ເຊິ່ງໃນງານມີຜູ້ເຂົ້າຮ່ວມ ຈາກ ທັງພາກລັດ, ພາກທຸລະກິດທັງໃນລາວ ແລະ ຕ່າງປະເທດເຂົ້າຮ່ວມຫຼາຍກວ່າ 150 ທ່ານ.

ພາຍໃນກອງປະຊຸມ ທ່ານ ອຸເດດ ສຸວັນນະວົງ, ປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ພ້ອມດ້ວຍ ທ່ານ ໄຊບັນດິດ ຣາຊພົນ, ຮອງປະທານ ສຄອຊ ໄດ້ຮ່ວມເປັນຜູ້ບັນຍາຍໃນຫົວຂໍ້: ກາລະໂອກາດດ້ານການຄ້າ-ການລົງທຶນ, ບັນຍາຍທາງດ້ານກົນໄກ ແລະ ພາລະບົດບາດກອງປະຊຸມທຸລະກິດລາວ ເພື່ອສ້າງຄວາມເຂົ້າໃຈໃຫ້ແກ່ນັກທຸລະກິດຝຣັ່ງ ທີ່ລົງທຶນຢູ່ ສປປ ລາວ ແລະ ນັກທຸລະກິດທີ່ມາຈາກປະເທດໃກ້ຄຽງທີ່ໄດ້ເຂົ້າຮ່ວມໃນໂອກາດດັ່ງກ່າວ

ຈຸດປະສົງຂອງການຈັດກອງປະຊຸມໃນຄັ້ງນີ້ເເມ່ນເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສອງປະເທດຂອງພວກເຮົາຄົບຮອບ 70 ປີ, ສົ່ງເສີມການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ລະຫວ່າງ ລາວ ແລະ ຝລັ່ງ, ແລະ ເພື່ອສົ່ງເສີມການຮ່ວມມື ລະຫວ່າງພາກທຸລະກິດ ໂດຍສະເພາະສະພາການຄ້າຂອງສອງປະເທດ. ພ້ອມກັນນີ້ກໍ່ເພື່ອເປີດໂອກາດ ແລະ ເປັນເວທີຊຸກຍູ້ສົ່ງເສີມການຮ່ວມມືລະຫວ່າງທຸລະກິດ, ດຶງດູດການລົງທຶນນັກທຸລະກິດຝຣັ່ງເຂົ້າມາລົງທຶນໃນ ສປປ ລາວ ໃຫ້ຫຼາຍຂຶ້ນ, ພ້ອມທັງໃຫ້ທຸລະກິດ ລາວ-ຝຣັ່ງ ແລະ ນັກທຸລະກິດທີ່ເດີ່ນທາງມາຈາກປະເທດໃນອາຊຽນເຊັ່ນ: ສສ. ຫວຽດນາມ, ໄທ, ກໍາປູເຈຍ ແລະ ສິງກະໂປ ໄດ້ພົບປະ ແລະ ແລກປ່ຽນຄໍາຄິດເຫັນລະຫວ່າງທຸລະກິດລາວ, ທຸລະກິດຝຣັ່ງ ທີ່ລົງທຶນໃນ ສປປ ລາວອີກດ້ວຍ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword