ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ

ກອງປະຊຸມໃຫຍ່ ຄັ້ງທີ I ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ

ກອງປະຊຸມໃຫຍ່ຄັ້ງທີ I ຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ໄດ້ໄຂຂື້ນໃນຕອນເຊົ້າຂອງວັນທີ 29 ມີນາ 2021 ທີ່ ຫ້ອງປະຊຸມຫ້ອງວ່າການປົກຄອງແຂວງອຸດົມໄຊ, ແຂວງອຸດົມໄຊ

ໂດຍການເປັນ ປະທານຂອງ ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກເລຂາພັກແຂວງຮັກສາການເຈົ້າແຂວງແຂວງອຸດົມໄຊ, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ທ່ານ ທອງອິນ ຄຳສົມປອງ ຮັກສາການປະທານ ສະພາການຄ້າ ແລະ ອຸດສາຫະກຳແຂວງ ແລະ ທ່ານຫົວໜ້າພະແນກ ອຸດສາຫະກຳ ແລະ ການຄ້າແຂວງ, ແລະ ແຂກຖຶກເຊີນການນຳຈາກເມືອງ 7 ເມືອງຕ່າງໜ້າຈາກພະແນກການອ້ອມຂ້າງ, ປະທານ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳ ຈາກ 4 ແຂວງພາກເໜືອ ພ້ອມດ້ວຍນັກທຸລະກິດພາຍໃນແຂວງເຂົ້າຮ່ວມ.

ຈຸດປະສົງເພື່ອຕີລາຄາດ້ານດີ, ດ້ານອ່ອນໃນການຈັດຕັ້ງປະຕິບັດ ແລະ ການເຄື່ອໄຫວວຽກງານຂອງ ສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ໃນໄລຍະ 3 ປີຜ່ານມາແຕ່ປີ 2018 -2020, ພ້ອມທັງຜ່ານທິດທາງແຜນການແຕ່ປີ 2021-2023, ກອງປະຊຸມໄດ້ປ່ອນບັດຄັດເລືອກເອົາຄະນະບໍລິຫານງານຊຸດທີ II ເພື່ອສືບຕໍ່ເຄື່ອນໄຫວວຽກງານຂອງ ສະພາການຄ້າ ແລະ ອຸດສາຫະກຳແຂວງອຸດົມໄຊໃນຕໍ່ໜ້າ ໂດຍມີຜູ້ແທນຮັບສະໝັກຈຳນວນ 35 ທ່ານ ເລືອກເອົາ 31 ທ່ານ ເພື່ອສຶບຕໍ່ຊີ້ນຳນຳພາວຽກງານຂອງສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ ຊຸດທີ II ກອງປະຊຸມຄັ້ງປະຖົມມະເລີກໄດ້ເປັນເອກະພາບກັນເລືອກເອົາ ທ່ານ ທອງອິນ ຄຳສົມປອງ ເປັນປະທານສະພາການຄ້າ ແລະ ອຸດສາຫະກຳ ແຂວງອຸດົມໄຊ, ເລືອກເອົາທ່ານ ຄຳຫຼ້າ ສີປະເສີດ, ທ່ານ ສົມເພັດ ລາວເຊີນ ແລະ ອີກ 4 ທ່ານເປັນຮອງ. ກອງປະຊຸມຍັງໄດ້ເລືອກເອົາປະທານ, ຮອງປະທານ ກວດກາ ຈຳນວນ 3 ທ່ານ, ເລືອກເອົາຄະນະທີ່ປຶກສາຈໍານວນ 5 ທ່ານ.

ໂອກາດນີ້, ທ່ານ ບຸນຄົງ ຫຼ້າຈຽມພອນ ກຳມະການສຳຮອງສູນກາງພັກ, ເລຂາພັກແຂວງ, ຮັກສາການເຈົ້າແຂວງແຂວງອຸດົມໄຊ, ກໍ່ໄດ້ມີຄຳເຫັນຊີ້ນຳຕໍ່ກອງປະຊຸມເພື່ອໃຫ້ວຽກງານການເຄື່ອນໄຫວຂອງສະພາການຄ້າ ແລະ ອຸດສາຫະກຳແຂວງອຸດົມໄຊ ມີຄວາມສະດວກສະບາຍໃນອານະຄົດ ແລະ ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດທັງພາຍໃນ ແລະ ພາຍນອກໄດ້ຢ່າງສະດວກສະບາຍ.

ພ້ອມນີ້, ທ່ານ ອຸເດດ ສຸວັນນະວົງ ປະທານສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ກໍໄດ້ມີຄຳເຫັນຕໍ່ກອງປະຊຸມວ່າ ແຂວງອຸດົມໄຊ ແມ່ນແຂວງໜຶ່ງທີ່ມີຄວາມຍຸດທະສາດການຄ້າທີ່ດີ ມີທ່າແຮງຫຼາຍດ້ານຕິດພັນກັບການທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ພ້ອມທັງເນັ້ນໃຫ້ສ້າງເຂດປຸງແຕ່ງອຸດສາຫະກຳສຳເລັດຮູບເພື່ອສົ່ງອອກໄປຕ່າງປະເທດປະສານສົມທົບກັບບັນດາແຂວງພາກເໜືອ ເພື່ອວາງແຜນການສົ່ງເສີມການປຸກການລ້ຽງ ແລະ ຕະຫຼາດຈຳໜ່າຍໃຫ້ແກ່ນັກທຸລະກິດຕື່ມອີກ.

ກອງປະຊຸມໄດ້ປິດລົງ ໃນເວລາ 12:10 ໂມງ ຂອງວັນດຽວກັນ

Write a Message

Your email address will not be published.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword