ພີທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (1 ກຸມພາ 1956 – 1 ກຸມພາ 2026)
ໃນວັນທີ 02 ກຸມພາ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ທ່ານ ປອ. ໄຊບັນດິດ ຣາຊະພົນ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ (ສຄອຊ) ໃນນາມຮອງປະທານ
ຜູ້ຊີ້ນຳວຽກງານຕ່າງໜ້າຜູ້ໃຊ້ແຮງງານ ແລະ ອຸດສາຫະກຳ, ສຄອຊ ພ້ອມ ພະນັກງານ, ສະມາຊິກ ກຳມະບານ ຮາກຖານ ສຄອຊ ໄດ້ເຂົ້າຮ່ວມ ພິທີໂຮມຊຸມນຸມໃຫຍ່ ສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (ວັນທີ 1 ກຸມພາ 1956) ໃນວັນທີ 2 ກຸມພາ 2026 ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ເຊີ່ງພິທີໂຮມຊຸມນຸມໃຫຍ່ໃນຄັ້ງນີ້ ເປັນກຽດເຂົ້າຮ່ວມຂອງ ທ່ານ ສຈ. ປອ ກິແກ້ວ ໄຂຄຳພີທູນ, ກຳມະການ ກົມການເມືອງ ສູນກາງພັກ, ປະທານ ສູນກາງແນວລາວສ້າງຊາດ, ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານສູນກາງສະຫະພັນກຳມະບານລາວ, ມີສະຫະພັນກຳມະບານ ກະຊວງ, ອົງການ, ນະຄອນຫຼວງວຽງຈັນ, ອົງການໄຕພາຄີສາມຝ່າຍ, ແຂວງ, ສະມາຊິກກຳມະບານໃນຂອບເຂດທົ່ວປະເທດ, ແຂກຮັບເຊີນ ເຂົ້າຮ່ວມໃນຫ້ອງປະຊຸມ ແລະ ຜ່ານລະບົບທາງໄກ
ຈຸດປະສົງ ແມ່ນເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 70 ປີ (ວັນທີ 1 ກຸມພາ 1956 – 1 ກຸມພາ 2026) ແລະ ລາຍງານຜົນສຳເລັດການເຄື່ອນໄຫວວຽກງານຂອງສະຫະພັນກຳມະບານລາວ ຕະຫຼອດໄລຍະ 70 ປີ ຜ່ານມາ.ຈາກນັ້ນ ທ່ານ ສຈ. ປອ. ກິແກ້ວ ໄຂຄຳພິທູນ ກໍາມະການກົມການ ເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ ໄດ້ກ່າວສູນທອນພົດ ວ່າ: ຕະຫຼອດໄລຍະ 70 ປີຜ່ານມາ ຊົນຊັ້ນກຳມະກອນແມ່ນກຸ່ມຄົນ ທີ່ມີຄວາມຕື່ນຕົວທາງການເມືອງ ມີມານະຈິດປະຕິວັດສູງ, ມີລະບຽບວິໄນສູງ, ມີສະຕິຕື່ນຕົວ ເຮັດທຸກສິ່ງຢ່າງເພື່ອຜົນປະໂຫຍດຂອງກຳມະກອນ ແລະ ຊາວຜູ້ອອກແຮງງານ ເປັນຊົນຊັ້ນທີ່ມີຄວາມເສຍສະຫຼະເພື່ອປະເທດຊາດ ເພື່ອປະຊາຊົນຢ່າງແທ້ຈິງ. ຍ້ອນແນວນັ້ນຊົນຊັ້ນກຳມະກອນ ຈິ່ງເປັນຊົນຊັ້ນໜຶ່ງໃນການສ້າງຕັ້ງພັກຄອມມູນິດຢູ່ໃນໂລກ ສຳລັບຊົນຊັ້ນກຳມະກອນລາວ ຫາກໍ່ຕົວຂຶ້ນສ່ວນໃຫຍ່ແມ່ນມາຈາກຊາວໄຮ່ນາ ເຂົາເຈົ້າໄດ້ຍອມເສຍສະລະຊີວິດເຂົ້າຮ່ວມການຕໍ່ສູ້ປະຕິວັດ ແລະ ໄດ້ຮັບການອົບຮົມສັ່ງສອນຈາກພັກ, ຝຶກຝົນຫຼໍ່ຫຼອມຕົນເອງໃຫ້ເຕີບໃຫ່ຍ ກາຍເປັນຄົນທີ່ມີທັດສະນະຊົນຊັ້ນກຳມະກອນຢ່າງແທ້ຈິງ.
ຈາກນັ້ນ ໄດ້ມີເວທີ ສຳມະນາວິທະຍາສາດໃນພີທີສະເຫຼີມສະຫຼອງວັນສ້າງຕັ້ງ ສະຫະພັນ ກຳມະບານລາວ ຄົບຮອບ 70 ປີ ພາຍໃຕ້ຫົວຂໍ້ ການພັດທະນາວຽກງານກຳມະບານ ໃນໄລຍະໃໝ່ ເຊີ່ງມີຕົວແທນຈາກອົງການໄຕພາຄີສາມຝ່າຍ, ກຳມະບານຮາກຖານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ, ສະຫະພັນກຳມະບານ ນະຄອນຫຼວງ, ຕົວແທນກຳມະບານຮາກຖານ ຈາກ ກະຊວງການເງິນ.
