ງານເປີດໂຕນຳໃຊ້  ແອັບມືຖື OtrustLA ຢ່າງເປັນທາງການ

ງານເປີດໂຕນຳໃຊ້ ແອັບມືຖື OtrustLA ຢ່າງເປັນທາງການ

ງານເປີດໂຕນຳໃຊ້ ແອັບມືຖື OtrustLA ຢ່າງເປັນທາງການ, ໃນຕອນບ່າຍ ຂອງວັນທີ 2 ມິຖຸນາ 2023 ທີ່ ສະພາກາຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ

ໄດ້ມີການຈັດງານ ພິທີເປີດນຳໃຊ້ ນະວັດຕະກຳກະສິກຳ ແອັບມືຖື OtrustLA ຂຶ້ນ ຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ສົມຮັກ ວົງວິໄຊ ຮອງຫົວຫນ້າກົມປູກຝັງ ແລະ ໃຫ້ກຽດເປັນປະທານຮ່ວມໂດຍ ທ່ານ ບຸນເລີດ ຫຼວງປະເສີດ ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ວາດສະຫນາ ສີຈະເລີນ ຮອງຫົວຫນ້າພະແນກກະສິກຳ ແລະ ປ່າໄມ້ນະຄອນຫລວງ, ທ່ານ ເຈັບຮາດ ອ໋ອດ ຜູ້ຊ່ຽວຊານຈາກອົງການ GIZ ປະຈໍາລາວ ພ້ອມດ້ວຍແຂກທີ່ຖືກເຊີນຈາກທັງພາກລັດ, ອົງການຈັດຕັ້ງສາກົນ, ໂຄງການ ໂຮງແຮມ-ຮ້ານອາຫານ ແລະ ຕົວແທນຊາວກະສິກອນໄດ້ເຂົ້າຮ່ວມຢ່າງພ້ອມພຽງ.
🌱ສິ່ງທີ່ສັງຄົມຈະໄດ້ເຫັນ ແລະ ໄດ້ນຳໃຊ້ຕໍ່ຈາກນີ້ໄປ
ແມ່ນຕະຫຼາດຂາຍຜັກອໍກະນິກແບບດີຈິຕ໋ອນ ແລະ
OtrustLA ບໍ່ແມ່ນສະເພາະແອັບຂາຍສິນຄ້າກະສິກຳອິນຊີ ເທົ່ານັ້ນ ແຕ່ມັນຄືນະວັດຕະກຳທີ່ຈະມາຊ່ວຍແກ້ຫຼາຍໆບັນຫາທີ່ຕິດພັນກັບການພັດທະນາກະສິກຳ ເພື່ອເຮັດແນວໃດໃຫ້ມີຄວາມຢືນຍົງ ແລະ ມີຄວາມທັນສະໄໝ.
ນະວັດຕະກຳກະສິກຳ OtrustLA ແມ່ນຖືກຄິດຄົ້ນຂຶ້ນມາໂດຍ ທ່ານ ດວງຈັນ ສີພາວັນ ຜູ້ຈັດການ Organic Home ແລະ ພາຍໃຕ້ການສະຫນັບສະຫນູນທຶນສົບທົບຈາກໂຄງການ ASEAN AgriTrade. ໂດຍມີຈຸດປະສົງເພື່ອພັດທະນາຮ່ວງໂສ້ການຜະລິດ ແລະ ການສະຫນອງສິນຄ້າກະສິກຳອິນຊີໃຫ້ມີຄວາມຍືນຍົງ. ສ້າງຄວາມສົມດູນລະຫວ່າງການສະຫນອງ ແລະຄວາມຕ້ອງການຂອງຕະຫຼາດ, ຜູ້ທີ່ສາມາດນໍາໃຊ້ ແລະ ໄດ້ຮັບຜົນປະໂຫຍດຈາກແອັບມືຖື OtrustLA ປະກອບມີ ລູກຄ້າ, ຮ້ານຄ້າ, ຊາວກະສິກອນ ແລະ ຄົນສົ່ງສິນຄ້າ.
ປະຈຸບັນ ແອັບມືຖື OtrustLA ໄດ້ຖືກນໍາໃຊ້ເຂົ້າກັບວຽກການຜະລິດຂອງຊາວກະກອນ 267 ຄອບຄົວໃນນະຄອນຫລວງວຽງຈັນ ແລະ ມີການເປີດໃຫ້ສາມາດຊື້ຂາຍຕົວຈິງໄດ້ແລ້ວ, ມີລູກຄ້າຫລາຍກວ່າ 100 ທ່ານໄດ້ນໍາໃຊ້ເພື່ອຊື້ຜັກອໍກະນິກຜ່ານທາງອອນລາຍ. ແອັບມືຖືສາມາດໃຊ້ໄດ້ທັງໃນລະບົບ IOS & Android ແລະ ທີ່ສໍາຄັນແມ່ນພວກເຮົາມີບໍລິການອໍານວຍຄວາມສະດວກເພື່ອຈັດສົ່ງຜັກອໍກະນິກໃຫ້ຮອດບ້ານລູກຄ້າ ແລະ ເກັບເງິນປາຍທາງ ໃນທຸກໆວັນພຸດ ແລະ ວັນເສົາ.
ຄາດວ່າ ນະວັດຕະກຳກະສິກຳດັ່ງກ່າວນີ້ຈະສ້າງການປ່ຽນແປງ ແລະ ສົ່ງເສີມການພັດທະນາວຽກງານກະສິກຳອິນຊີລາວໃຫ້ດຳເນີນໄປຕາມທິດທາງການຫັນເປັນເສດຖະກິດ ດີຈີຕ໋ອນໃນອານາຄົດ.

Related Posts

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ແລະ ພາກທຸລະກິດໃນການພັດທະນາມາດຕະຖານອາຊີບ

ນະຄອນຫຼວງ ວຽງຈັນ, ສປປ ລາວ – ວັນທີ 28 ພຶດສະພາ 2025 – ຫ້ອງການສະພາທີ່ປຶກສາອາຊີວະສຶກສາ(NTC-PO) ໄດ້ຈັດກອງປະຊຸມວິຊາການ ເປັນ…Read more
ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ຫ້ອງການຜູ້ຕາງໜ້າສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ປະຈຳນະຄອນຊົງຊິ່ງ ໄດ້ລົງນາມສ້າງຄວາມຮ່ວມມືກັບສະພາສົ່ງເສີມການຄ້າຂອງຫຼາຍພາກພື້ນໃນພາກກາງ ແລະ ພາກຕາເວັນຕົກຂອງ ສປ ຈີນ

ໃນວັນທີ 21 ພຶດສະພາ 2025 ທີ່ ນະຄອນຊີອານ, ສປ ຈີນ. ງານວາງສະແດງສາກົນເສັ້ນທາງສາຍໄໝ ຄັ້ງທີ 9 ແລະງານວາງສະແດງການຮ່ວມມືລະຫວ່າງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງຈີນ ພ້ອມກັບງານການຄ້າການລົງທຶນ.…Read more

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ເສດຖະກິດລາວປີ 2024 ມີການຟື້ນຕົວຢ່າງຕໍ່ເນື່ອງ ແຕ່ຍັງປະເຊີນສິ່ງທ້າທາຍຫຼາຍຢ່າງ

ທະນາຄານແຫ່ງ ສປປ ລາວ ໄດ້ເຜີຍແຜ່ບົດລາຍງານເສດຖະກິດປີ 2024 ສະແດງໃຫ້ເຫັນສັນຍານຟື້ນຕົວຢ່າງເດັ່ນຊັດ ຫຼັງຈາກປະເຊີນວິກິດການ COVID-19 ແລະ ເງິນເຟີ້ສູງຫຼາຍປີ.…Read more

Enter your keyword